ຈີນ ໄດ້ກີດກັ້ນມະຕິຂອງອົງການສະຫະປະຊາຊາດ ຫຼື UN ທີ່ຄາດການໄວ້ລ່ວງໜ້າເພື່ອ ລະງັບສານກົ່ວໃນສີ ໃນລະຫວ່າງການເຈລະຈາ ໄລຍະສຸດທ້າຍຂອງອົງການສະພາສິ່ງ ແວດລ້ອມ ອົງການສະຫະປະຊາຊາດ ຫຼື UNEA ໃນນະຄອນຫຼວງ ໄນໂຣບີ.
ການຕໍ່ສູ້ເພື່ອສິ້ນສຸດສານກົ່ວໃນສີໃນບັນດາປະເທດທີ່ກຳລັງພັດທະນາ ແມ່ນສູງໃນວາ ລະຂອງກອງປະຊຸມ “ສະພາແຫ່ງສິ່ງແວດລ້ອມ” ໂລກເມື່ອສັບປະດາທີ່ຜ່ານມາ.
ຈີນ ແມ່ນພຽງປະເທດດຽວທີ່ໄດ້ປະຕິເສດພາກສ່ວນຂອງຂໍ້ສະເໜີໃນວັນສຸກທີ່ຜ່ານມາ ເພື່ອ “ສະໜັບສະໜູນ” ລັດຖະບານໃຫ້ຮອງຮັບເອົາກົົດໝາຍຕໍ່ຕ້ານສານກົ່ວໃນສີ. ດັ່ງ ນັ້ນ, ມະຕິອັນກວ້າງຂວາງຂອງ ອົງການສະຫະປະຊາຊາດ ເພື່ອຈຳກັດສານເຄມີ ແລະ ຂີ້ເຫຍື້ອໃນທົ່ວໂລກ ແມ່ນບໍ່ໃຫ້ມີສິ່ງອ້າງອີງເຖິງສານກົ່ວໃນສີ.
ນັບສິລະປະຮູບແຕ້ມ ສ້າງພາບຈິດຕະກຳໃສ່ຝາໂດຍໃຊ້ສີທີ່ປອດສານກົ່ວ ທີ່ສະພາສິ່ງແວດລ້ອມ UN ໃນນະຄອນຫຼວງ ໄນໂຣບີ 27, ພຶດສະພາ 2016. (A. Yee/VOA)
ທ່ານ Joseph DiGangi ຜູ້ຊີ້ນຳທາງດ້ານວິທະຍາສາດ ແລະ ເທັກນິກ ສຳລັບອົງການ IPEN, ທີ່ເປັນອົງການຕໍ່ຕ້ານສານພິດໂລກທີ່ບໍ່ຫວັງຜົນກຳໄລ ໄດ້ລາຍງານຢູ່ໃນສະພາ ວ່າ “ເນື່ອງຈາກການກະທຳຂອງປະເທດໜຶ່ງ ທີ່ມີບັນດາສານກົ່ວໃນສີ ຜູ້ທີ່ໄດ້ຄັດຄ້ານ ຕໍ່ສະພາສິ່ງແວດລ້ອມອົງການສະຫະປະຊາຊາດ ແມ່ນບໍ່ສາມາດທີ່ຈະແມ່ນແຕ່ ສະ ໜັບສະໜູນ ການປະຕິບັດການເພື່ອລົບລ້າງສານກົ່ວໃນສີ ເຊິ່ງເປັນຜະລິດຕະພັນໜຶ່ງ ທີ່ເປັນສາເຫດເຮັດໃຫ້ສະໝອງໄດ້ຮັບຄວາມເສຍຫາຍ ແລະ ມີມູນຄ່າເກືອບ 1 ໂກດ ໂດລ່າໃນແຕ່ລະປີ.”
ການສຳພັດກັບສານກົ່ວ ສາມາດນຳໄປສູ່ການເຮັດໃຫ້ສະໝອງຂອງເດັກນ້ອຍໄດ້ຮັບ ຄວາມເສຍຫາຍຢ່າງຖາວອນ ຖ້າເປືອກສີຫາກຖືກກິນ ຫຼື ຝຸ່ນສີໄດ້ຖືກດົມເຂົ້າໄປ.