ຈີນພົບວ່າ ຄົນເປັນ ໄຂ້ຫວັດ ສັດປີກ H7N9 ອາດຕິດຕໍ່ ໃສ່ຜູ້ອື່ນໄດ້ (ວີດິໂອ)

ນາງນ້ອຍທີ່ຕິດເຊື້ອໄວຣັສ H7N9, ສາຍພັນໃໝ່ ຂອງໄຂ້ຫວັດສັດປີກ ແຕ້ມຮູບຢູ່ ກັບນາງພະຍາບານ ຄົນນຶ່ງໃນໂຮງໝໍ Ditan ໃນກຸງປັກກິ່ງ ໃນເດືອນເມສາ ປີ 2013.

ພວກນັກວິທະຍາສາດ ທີ່ຄົ້ນຄວ້າກ່ຽວ​ກັບສາຍພັນໃໝ່ຂອງ
ໄຂ້ຫວັດສັດປີກ ຢູ່ໃນພາກຕາເວັນອອກຂອງຈີນ ລາຍງານ
ກ່ຽວກັບກໍລະນີທໍາອິດ ທີ່ອາດມີການຕິດຕໍ່ ລະຫວ່າງມະນຸດ
ຫາ​ມະນຸດ ຂອງ​ອັນ​ທີ່​ເອີ້ນວ່າ ເຊື້ອໄວຣັສ H7N9.

ລາຍງານຂອງການຄົ້ນພົບດັ່ງກ່າວ​ ໄດ້ພິມເຜີຍແຜ່ໃນວັນອັງ
ຄານວານນີ້ ຢູ່ໃນວາລະສານ ການ​ແພດ​ຂອງ​ອັງກິດ ຫຼື
British Medical Journal ແລະເພັ່ງເລັງໃສ່ຜູ້ຍິງ ທີ່ໃຫຍ່ ​
ແລ້ວ​ຄົນ​ນຶ່ງກັບພໍ່ຂອງລາວອາຍຸ 60 ປີ ທີ່ລົ້ມປ່ວຍລົງໃນ
ເດືອນມີນາຜ່ານມາ ລຸນຫລັງ ທີ່ໄດ້ໄປຕະຫລາດຂາຍສັດປີກ
ສົດເລື້ອຍໆ. ເຖິງແມ່ນວ່າ ໄດ້ມີການປິ່ນປົວ ແລະເຂົ້ານອນ
ໃນໂຮງໝໍໃນທີ່ສຸດກໍຕາມ ພໍ່ຂອງລາວ ກໍຍັງເສຍຊີວິດໄປໃນ 6 ອາທິດຕໍ່ມາ.

ພວກນັກຄົ້ນຄວ້າເວົ້າວ່າ ຄົນເຈັບສ່ວນໃຫຍ່ປະກົດວ່າ ໄດ້ໄປຕະຫລາດຂາຍສັດປີກສົດ ຫລືບໍ່ກໍໄດ້ດໍາລົງຊີວິດຢ່າງໃກ້ຊິດກັບສັດປີກ ໃນລະຫວ່າງ 7 ຫາ 10 ມື້ກ່ອນຈະມີການ ເຈັບປ່ວຍ​ເກີດຂຶ້ນ ຊຶ່ງໄດ້ເຮັດໃຫ້ຫລາຍກວ່າ 100 ຄົນ​ໄດ້ປ່ວຍ ແລະສົ່ງຜົນໃຫ້ 43 ຄົນ ເສຍຊີວິດ ນັບແຕ່ໄວຣັສດັ່ງກ່າວໄດ້ປະກົດຂຶ້ນຄັ້ງທໍາອິດໃນເດືອນມີນາຜ່ານມາ.

ໃນກໍລະນີການຕິດຕໍ່ກັນລະຫວ່າງພໍ່ ແລະລູກສາວນີ້ ລາຍງານເວົ້າວ່າ ຜູ້ຍິງອາຍຸ 32 ປີ ທີ່ເປັນຄົນມີສຸຂະພາບແຂງແຮງດີໃນເມື່ອກ່ອນ ບໍ່ມີການສໍາພັດໂດຍກົງກັບສັດປີກ ທີ່ມີຊີ ວິດຢູ່ ແຕ່ວ່າ ນາງໄດ້ເຝົ້າດູແລໂດຍກົງແບບບໍ່ມີການປ້ອງກັນ ຢູ່ຂ້າງຕຽງ ຂອງພໍ່ທີ່ເຈັບ ປ່ວຍຂອງລາວ ແລະລາວກໍໄດ້ລົ້ມປ່ວຍລົງ ໃນເວລາປະມານນຶ່ງອາທິດຕໍ່ມາ ພາຍຫລັງທີ່ ໄດ້ສໍາພັດກັບພໍ່ຂອງນາງ. ຫລັງຈາກນັ້ນ ນາງກໍໄດ້ເສຍຊີວິດໄປໃນເວລານຶ່ງເດືອນຕໍ່ມາ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ວີດິໂອ-ໄຂ້ຫວັດສັດປີກ ສານພັນໃໝ່