ເຊື້ອໄວຣັສ H7N9 ເປັນເຊື້ອໄວຣັສສັດປີກ ສາຍພັນໃໝ່ຫລ້າ
ສຸດ ທີ່ໄດ້ແຜ່ລາມກວ້າງອອກໄປ 700 ຫຼັກທົ່ວເຂດສາມແຂວງ
ຂອງຈີນ ນັບຕັ້ງແຕ່ທາງການໄດ້ພົບເຫັນເຊື້ອໄວຣັສນີ້ ເມື່ອ
ເດືອນຜ່ານມາ. ຂະນະທີ່ບັນດານັກຄົ້ນຄວ້າກໍາລັງພາກັນພະ
ຍາຍາມຄົ້ນຄ້ວາວ່າ ພະຍາດດັ່ງກ່າວນີ້ແຜ່ເຊື້ອໄປໄດ້ຢ່າງໃດ
ນັ້ນ ຄວາມເປັນຫ່ວງກໍເພີ້ມທະວີຂຶ້ນນັບມື້ ກ່ຽວກັບອັນຕະລາຍ
ທີ່ມີຕໍ່ມະນຸດ. ຜູ້ສື່ຂ່າວວີໂອເອ Ivan Broadhead ມີລາຍ
ງານ ເລຶ່ອງນີ້ຈາກຮ່ອງກົງ ຊຶ່ງທອງປານຈະນໍາມາສະເໜີທ່ານ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ:
ເຈົ້າໜ້າທີ່ຈີນໄດ້ເອົາສັດປີກຕາມຕະຫຼາດໃນເມືອງ Shanghai ໄປຂ້າຖິ້ມໝົດ ຫຼັງຈາກ
ໄດ້ຄົ້ນພົບເຊື້ອໄວຣັສ H7N9 ໃນນົກກາງແກໃນເຂດທ້ອງຖິ່ນ. ສ່ວນໄຕ້ຫວັນ ກໍນໍາເອົາ
ຢາຕ້ານເຊື້ອໄວຣັສດັ່ງກ່າວ ອອກວາງຂາຍໃຫ້ປະຊາຊົນໃນລາຄາຖືກ ຕະຫຼອດເດືອນ
ເມສານີ້ .
ຈີນລາຍງານວ່າ ເດັກຊາຍອາຍຸສີ່ປີໄດ້ຫາຍຂາດຈາກການຕິດເຊື້ອໄວຣັສ H7N9 ໃນ
ຈໍານວນຫຼາຍສິບກໍລະນີ ທີ່ຮູ້ກັນວ່າຕິດເຊື້ອດັ່ງກ່າວນັ້ນ ແຕ່ກໍມີ 11 ຄົນໃນນັ້ນ ທີ່ເສຍ
ຊີວິດໄປແລ້ວ.
ອາຈານ Malik Peiris ຜູ້ອໍານວຍການສູນກາງຄົ້ນຄວ້າ Pasteur ທີ່ມະຫາວິທະຍາໄລ
ຮ່ອງກົງ ເວົ້າວ່າ:
“ພວກເຮົາຕ້ອງລະມັດລະວັງທີ່ສຸດກ່ຽວກັບການຕີຄວາມໝາຍຂອງອັດຕາການ
ເສຍຊີວິດ ຍ້ອນວ່າ ປົກກະຕິແລ້ວຈະມີແຕ່ກໍລະນີ ທີ່ວ່າສາຫັດທີ່ສຸດ ໄດ້ຖືກຕິດ
ຕາມເບິ່ງ. ອາດມີກໍລະນີທີ່ບໍ່ຮຸນແຮງ ທີ່ພວກເຮົາບໍ່ຮູ້ເຫັນ. ສະນັ້ນ ໃນແງ່ນຶ່ງ
ມັນອາດຈະເບິ່ງຄືວ່າ ການເສຍຊີວິດແລະຄວາມຮ້າຍແຮງ ບໍ່ໜັກໜາປານໃດ ແຕ່ໃນອີກແງ່ນຶ່ງ ມັນກໍອາດໝາຍຄວາມໄດ້ເຊ່ນກັນວ່າ ມີການແຜ່ເຊື້ອຢູ່ໃນ
ກຸ່ມມະນຸດຫຼາຍກ່ວາ ທີ່ຮູ້ກັນ.”
ເລີ່ມຕົ້ນວັນທີ່ 11 ເມສາອາທິດຜ່ານມານີ້ ສັດປີກນໍາເຂົ້າທີ່ຍັງມີຊີວິດ ຈະໄດ້ຮັບອະນຸ
ຍາດໃຫ້ຂາຍໄດ້ຢູ່ໃນຮ່ອງກົງ ກໍຫຼັງຈາກທີ່ມີການກວດເບິ່ງເຊື້ອໄວຣັສ H7N9 ຢູ່ໃນຕົວ
ຢ່າງສາມເປີເຊັນ ຂອງຈໍານວນທີ່ນໍາເຂົ້າເສຍກ່ອນ. ທ່ານ Peris ເວົ້າວ່າ ເພື່ອຈະພັດ
ທະນາຢາປ້ອງກັນຫຼືວັກຊີນ ແລະທໍາລາຍວົງວຽນຂອງການຕິດເຊື້ອໃຫ້ໄດ້ນັ້ນ ກໍແມ່ນ
ຈະຕ້ອງໄດ້ຄົ້ນພົບແຫຼ່ງກໍາເນີດຂອງການແຜ່ລະບາດ ໃຫ້ໄດ້ເສຍກ່ອນ.
ທ່ານ Peiris ເວົ້າວ່າ: “ມັນເປັນເຊື້ອໄວຣັສທີ່ຄາດການລ່ວງໜ້າບໍ່ໄດ້. ມີປະຊາຊົນ
ຫຼາຍຮ້ອຍຄົນ ທີ່ເຮັດວຽກໃກ້ຊິດກັບສັດປີກ ທີ່ບໍ່ປະກົດວ່າໄດ້ຕິດເຊື້ອ ແຕ່ມີຢູ່ຄົນ
ນຶ່ງທີ່ອາດໄດ້ສໍາຜັດພຽງໜ້ອຍດຽວ ແຕ່ກໍໄດ້ຕິດເຊື້ອ.”
ທ່ານ Peiris ເວົ້າອີກວ່າ: “ສິ່ງທີ່ສໍາຄັນທີ່ສຸດ ກໍຄືເຮົາຕ້ອງຂຶ້ນໄປຕາມສາຍໂສ້ຂອງຕະຫຼາດຂາຍສັດປີກ. ທີ່ເໝາະສົມທີ່ສຸດ ກໍຄືໄປຍັງຟາມລ້ຽງ ສັດປີກໂລດ ແລະພະຍາຍາມໃຫ້ຮູ້ວ່າ ແມ່ນຊະນິດໃດທີ່ເປັນແຫຼ່ງທີ່ມາຕົ້ນຕໍ.”
Thomas Abraham ຜູ້ທີ່ຂຽນປຶ້ນຫົວນຶ່ງ ກ່ຽວກັບການແຜ່ລະບາດຂອງໂຣກໄຂ້ຫວັດ
SARS ໃນປີ 2003 ກ່າວວ່າ ການປົກປິດບັນຫາໂດຍລັດຖະບານຈີນ ທີ່ໄດ້ມີສ່ວນເຮັດ
ໃຫ້ເຊື້ອໄວຣັສ SARS ແຜ່ລາມອອກໄປນັ້ນ ເບິ່ງຊົງວ່າຈະບໍ່ເກີດຂຶ້ນຊໍ້າອີກ ກັບເຊື້ອ
ໄວຣັສ H7N9 ນີ້. ທ່ານ Abraham ເວົ້າວ່າ:
“ກໍລະນີນຶ່ງໃນບັນດາຜູ້ຕິດເຊື້ອໄວຣັສ H7N9 ໃນຕອນຕົ້ນໆ ຢູ່ຊ້ຽງໄຮ້ນັ້ນ ເຖິງແມ່ນທາງໂຮງໝໍບໍ່ໄດ້ຖະແຫຼງຫຍັງອອກມາກໍຕາມ ແຕ່ໃບຈົດທະບຽນ ເຂົ້າໄປປິ່ນປົວຂອງຄົນເຈັບ ກໍຖືກຖ່າຍຮູບໄວ້ ແລະນໍາລົງໃນເວັບໄຊ້ Weibo
ຂອງຈີນ. ການຫຼັ່ງໄຫຼຂອງຂໍ້ມູນແບບນີ້ ເປັນຝາຍກັ້ນນໍ້າ ທີ່ຢຸດບໍ່ໄດ້.”
ເຖິງແມ່ນບັນດາເຈົ້າໜ້າທີ່ອົງການອະນາໄມໂລກເວົ້າວ່າ ຍັງບໍ່ມີຄວາມຈໍາເປັນທີ່ຈະຕ້ອງ
ຕື່ນຕົກໃຈເທື່ອກໍຕາມ ແຕ່ທ່ານນາງ Laurie Garret ຊ່ຽວຊານຄົນນຶ່ງ ປະຈໍາສະພາດ້ານ
ຄວາມສໍາພັນຕ່າງປະເທດ ກໍມີຄວາມເປັນຫ່ວງວ່າ ຈໍານວນຜູ້ເສຍຊີວິດຍ້ອນເຊື້ອໄວຣັສ
H7N9 ຈະເພີ່ມສູງຂຶ້ນ. ທ່ານນາງ Laurie ເວົ້າວ່າ:
“ສິ່ງທີ່ປີ 2009 ສອນໃຫ້ພວກເຮົາຮູ້ກ່ຽວກັບໄຂ້ຫວັດໝູນັ້ນ ກໍແມ່ນວ່າ ຄວາມ
ເປັນເອກະພາບກັນລະດັບໂລກ ສາມາດຍຸຕິລົງໄດ້ ຢ່າງໄວຫຼາຍ. ຫຼາຍປະເທດ
ເລີ່ມປິດສະໜາມບິນ ແລະແຍກຕົວພວກນັກເດີນທາງໄປກັກໄວ້ ແລະເລີ່ມກັກ
ຕຸນຢຸກຢາ ແລະຢາວັກຊີນ ຊຶ່ງມັນເປັນພາບທີ່ບໍ່ງາມຕາປານໃດ.”
ໃນຂະນະທີ່ຄວາມຢ້ານກົວຂອງມະຫາຊົນ ເປັນບັນຫາໃຫຍ່ຢູ່ນີ້ ບັນດານັກຄົ້ນຄວ້າໃນ
ຮ່ອງກົງໄດ້ປະກາດວ່າ ພວກເຂົາເຈົ້າຈະທົບທວນເບິ່ງຜົນການສຶກສາຄົ້ນຄວ້າໃນປີ
2009 ເພື່ອຢືນຢັນວ່າ ໜ້າກາກປະເພດທີ່ໝໍໃຊ້ຜ່າຕັດ ທີ່ມີການສວມໃສ່ກັນຢ່າງກວ້າງ
ຂວາງໃນລະຫວ່າງລະດູໄຂ້ຫວັດນັ້ນ ແທ້ໆແລ້ວແມ່ນມີປະສິດທິພາບສູງເຖິງ 70 ເປີເຊັນ
ໃນການປ້ອງກັນການແຜ່ລາມຂອງເຊື້ອໄວຣັສຂອງໄຂ້ຫວັດນັ້ນ.

Your browser doesn’t support HTML5