ມີຜູ້ຕາຍ ຕື່ມອີກ ຍ້ອນໄຂ້ຫວັດ ສັດປີກ ສາຍພັນໃໝ່ ຢູ່ຈີນ (ວີດີໂອ)

ພະນັກງານ ຈາກສູນກາງປ້ອງກັນແລະຄວບຄຸມພະຍາດ ສັກຢາກວັກຊີນ ປ້ອງກັນເຊື້ອ ໄຂ້ຫວັດສັດປີກ H5N1 ເຂົ້າໃສ່ໄກ່ ທີ່ເມືອງ Shangsi ໃນເຂດປົກຄອງຕົນເອງ Guangxi Zhuang (3 ເມສາ 2013)

ເຈົ້າໜ້າທີ່ສາທາລະນະສຸກ ກ່າວວ່າ ຈຳນວນຜູ້ຕາຍຍ້ອນປ່ວຍ
ເປັນໄຂ້ຫວັດສັດປີກສາຍພັນໃໝ່ ຢູ່ໃນພາກຕາເວັນອອກຂອງ
ຈີນ ເພີ້ມຂຶ້ນເປັນ 6 ຄົນແລ້ວຫຼັງຈາກການເສຍຊີວິດຂອງພໍ່ນາ
ອາຍຸ 64 ປີຄົນນຶ່ງ ທີ່ເມືອງ Huzhou ໃນແຂວງ Zhejiang.

ອົງການຂ່າວຊິນຫົວຂອງທາງການຈີນໄດ້ອ້າງຄຳຖະແຫຼງຂອງ ພະແນກສາທາລະນະສຸກແຂວງ Zhejiang ທີ່ກ່າວວ່າມາຮອດ ປັດຈຸບັນນີ້ເມືອງດັ່ງກ່າວລາຍງານວ່າ ມີຜູ້ຕິດເຊື້ອໄຂ້ຫວັດສັດ
ປີກສາຍພັນໃໝ່ H7N9 ທັງໝົດ 3 ຄົນ ຊຶ່ງ 2 ຄົນກຳລັງໃກ້ຈະ
ຕາຍ.

ເປັນທີ່ເຊື່ອກັນວ່າ ພໍ່ນາຄົນນີ້ແມ່ນນຶ່ງໃນຈຳນວນຜູ້ຕິດເຊື້ອໄວຣັສ H7N9 ທັງໝົດ 14 ກໍ ລະນີເທົ່າທີ່ໄດ້ພົບເຫັນມາ. ຈົນຮອດເມື່ອໄວໆມານີ້ ເຊື້ອໄວຣັສດັ່ງກ່າວ ແມ່ນບໍ່ເຄີຍເປັນ ທີ່ຮູ້ກັນມາກ່ອນເລີຍວ່າ ສາມາດມີຜົນກະທົບຕໍ່ມະນຸດໄດ້.

ພວກນັກຊ່ຽວຊານດ້ານການແພດຂອງຈີນເວົ້າວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີຜູ້ຄົນ ໜ້ອຍຫຼາຍປານໃດຕິດເຊື້ອໄວຣັສນີ້ໃນເມື່ອປະກົດວ່າເຊື້ອດັ່ງກ່າວບໍ່ສາມາດຕິດແປດແຕ່ ມະນຸດຫາມະນຸດດ້ວຍກັນໄດ້. ໃນວັນພະຫັດວານນີ້ ເຈົ້າໜ້າທີ່ ທີ່ນະຄອນຊຽງໄຮ້ກ່າວວ່າ ຕົນໄດ້ພົບເຫັນເຊື້ອໄວຣັສ ໃນຕົວຢ່າງທີ່ໄດ້ມາຈາກນົກກາງແກຢູ່ຕະຫຼາດຂາຍເຄື່ອງແຫ່ງ ນຶ່ງ.

ອົງການຂ່າວຊິນຫົວ ເວົ້າວ່າ ຕະຫຼາດ Huhuai ທີ່ນະຄອນຊຽງໄຮ້ ໄດ້ຖືກສັ່ງໃຫ້ປິດແລ້ວ ແລະສັດປີກທັງໝົດໄດ້ຖືກນຳໄປຂ້າຖິ້ມ.

Your browser doesn’t support HTML5

ການລະບາດ ໄຂ້ຫວັດສັດປີກ ຢູ່ຈີນ