ຈີນໄດ້ໂຈມຕີ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ທີ່ຂົ່ມຂູ່ວ່າ ຈະໂຈະການ
ຄ້າກັບປະເທດໃດໆ ທີ່ທຳທຸລະກິດກັບເກົາຫລີເໜືອ ຫລັງຈາກການທົດລອງນິວເຄລຍ
ຄັ້ງຫລ້າສຸດ ໂດຍກ່າວວ່າ ເປັນອັນຕະລາຍຢ່າງໃຫຍ່ ຕໍ່ສາຍພົວພັນ ດ້ານການຄ້າລະ
ຫວ່າງ ວໍຊິງຕັນ ກັບປັກກິ່ງ.
ໂຄສົກກະຊວງຕ່າງປະເທດ ທ່ານ Geng Shuang ກ່າວໃນວັນຈັນວານນີ້ວ່າ “ອັນທີ່
ຮັບເອົາບໍ່ໄດ້ຢ່າງແນ່ນອນສຳລັບພວກເຮົາກໍຄື ການພັດທະນານິວເຄຼຽ ແຕ່ໃນອີກດ້ານ
ນຶ່ງແລ້ວ ແມ່ນຜົນປະໂຫຍດຂອງພວກເຮົາຈະຖືກລົງໂທດແລະ ແລະໄດ້ຮັບຄວາມເສຍ
ຫາຍ. ນີ້ບໍ່ແມ່ນທັງຈຸດປະສົງ ຫລືຄວາມທ່ຽງທຳ.”
ຜູ້ຊາຍຄົນນຶ່ງກຳລັງເບິ່ງໂອລະພາບ ທີ່ອາດເປັນໄປໄດ້ຂອງການທົດລອງນິວເຄລຍ ຂອງເກົາຫລີເໜືອ.
ຫລັງຈາກພຽງຢາງໄດ້ດຶງຂະນວນລະເບີດນິວເຄລຍລູກທີ່ໃຫຍ່ສຸດ ໃນການທົດລອງຢູ່
ໃຕ້ດິນໃນວັນອາທິດທີ່ຜ່ານມາແລ້ວ ປະທານາທິບໍດີທຣໍາ ກ່າວວ່າ ທ່ານກຳລັງພິຈາລະ
ນາ ເຖິງຫລາຍທາງເລືອກໃນການຕອບໂຕ້ ຮວມທັງຕັດການຄ້າກັບບັນດາປະເທດທີ່
ເຮັດທຸລະກິດກັບເກົາຫລີເໜືອນຳ. ນັ້ນອາດຈະກີດຂວາງຢ່າງວອງໄວ ຕໍ່ເກືອບ 650
ພັນລ້ານໂດລາ ໃນການແລກປ່ຽນການຄ້າປະຈຳປີ ລະຫວ່າງສະຫະລັດ ກັບຈີນ ສອງ
ປະເທດເສດຖະກິດທີ່ໃຫຍ່່ສຸດຂອງໂລກ ເພາະວ່າປັກກິ່ງເປັນພັນທະມິດທີ່ສຳຄັນປະ
ເທດດຽວຂອງເກົາຫລີເໜືອ ແລະເປັນຄູ່ການຄ້າທີ່ໃຫຍ່ສຸດ.
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ລາຍງານຕໍ່ສະພາຄວາມໝັ້ນຄົງ.
ແມ່ນ ປະທານາທິບໍດີທຣໍາ ຈະນຳໃຊ້ການຂົ່ມຂູ່ທາງເສດຖະກິດຂອງທ່ານຢ່າງໃດນັ້ນ
ຍັງບໍ່ເປັນທີ່ແຈ້ງຂາວ ໃນຂະນະທີ່ສະຫະລັດ ແລະບັນດາພັນທະມິດ ພວມກົດດັນໃຫ້
ສະພາຄວາມໝັ້ນຄົງສະຫະປະຊາຊາດ ເອົາບາດກ້າວໃໝ່ຕ້ານພຽງຢາງຢູ່ນິ້. ທ່ານ
ນາງ Nikki Haley ເອກອັກຄະລັດຖະທູດອາເມຣິກັນ ປະຈຳອົງການສະຫະປະຊາ
ຊາດ ກ່າວຕໍ່ສະພາຄວາມໝັ້ນຄົງໃນວັນຈັນວານນີ້ວ່າ “ເວລາໄດ້ໝົດລົງແລ້ວ ສຳລັບ
ຕະການຢ່າງແຮງເທົ່າທີ່ຄວນ.”
ໂຄສົກກະຊວງຕ່າງປະເທດຈີນ ທ່ານ Geng Shuang ລາຍງານຕໍ່ນັກຂ່າວທີ່ນະຄອນ Beijing,
ທ່ານ Geng ໄດ້ປະຕິເສດ ທີ່ຈະກ່າວວ່າ ມາດຕະການແນວໃດ ທີ່ປັກກິ່ງອາດໃຫ້ການສະໜັບສະໜູນຕ້ານພຽງຢາງ ໂດຍກ່າວວ່າ ຈະຂຶ້ນຢູ່ກັບການສົນທະນາລະຫວ່າງ
ສະມາຊິກສະພາທີ່ມີອຳນາດລົງຄະແນນສຽງເອົາບົດບາດ ຢູ່ໃນສະຫະປະຊາຊາດ ທີ່
ຈະຮ່ວມໃນການ “ຮັບຜິດຊອບ ໃນທາງສ້າງສັນ.”
ເອກອັກຄະລັດຖະທູດຈີນ ປະຈຳສະຫະປະຊາຊາດ ທ່ານ Liu Jieyi ຖະແຫລງຢູ່ກອງປະຊຸມຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ນະຄອນ New York.
ທ່ານ Geng ຍັງໄດ້ເວົ້າອອກມາດ້ວຍຄວາມບໍ່ພໍໃຈຕໍ່ຄຳເວົ້າຂອງນາຍົກລັດຖະມົນຕີ
ອອສເຕຣເລຍ ທ່ານ Malcolm Turnbull ທີ່ວ່າ ປັກກິ່ງມີຄວາມຮັບຜິດຊອບ ທີ່ຈະໃຊ້ອິດທິພົນຂອງຕົນຕໍ່ເກົາຫລີເໜືອ ເພາະວ່າເກົາຫລີເໜືອເປັນຄູ່ການຄ້າທີ່ສຳຄັນຂອງເກົາຫຼີເໜືອ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US China Trade