ບົດບາດເພີ່ມຂຶ້ນ ຂອງອາຊ່ຽນ ໃນຖານະເວທີ ຄວາມໝັ້ນຄົງ ພູມີພາກ

  • Phaysarn Vorachak

ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາຊ່ຽນ

ຄວາມອຸດົມຮັ່ງມີ ທີ່ເພີ່ມທະວີຂຶ້ນ ໃນເຂດເອເຊຍ ແລະການແຂ່ງຂັນທາງດ້ານເສດຖະກິດ ພວມນຳພາໃຫ້ກຸ່ມຈັດຕັ້ງລະດັບພູມີພາກ ເຊັ່ນສະມາຄົມບັນດາປະຊາຊາດໃນເຂດເອເຊຍ ຕາເວັນອອກສຽງໃຕ້ຫຼືອາຊ່ຽນນັ້ນ ເປັນເວທີປະຊຸມກັນ ສຳຫຼັບຫາທາງແກ້ໄຂບັນຫາຂັດ ແຍ້ງຕ່າງໆລະຫວ່າງບັນດາປະເທດສະມາຊິກກັນເອງແລະກັບຈີນ. ດັ່ງທີ່ Ron Corben ຜູ້ສື່ຂ່າວຂອງວີໂອເອ ລາຍງານມາຈາກກອງປະຊຸມເວທີເສດຖະກິດໂລກກ່ຽວກັບເຂດເອ ເຊຍຕາເວັນອອກທີ່ບາງກອກນັ້ນ ກໍແມ່ນວ່າ ອາຊ່ຽນຕ້ອງການຢາກມີບົດບາດສຳຄັນໃນ ການແກ້ໄຂບັນຫາຂັດແຍ້ງຕ່າງໆ

ການ​ກ້າວ​ຂຶ້ນສູ່​ເວທີ​ເສດຖະກິດ​ໂລກ​ຂອງ​ເຂດ​ເອ​ເຊຍ​ແລະ​ການ​ແຂ່ງຂັນຍາດ​ແຍ່ງ​ເອົາ​ຊັບ
ພະຍາກອນ​ທີ່​ມີ​ເພີ່ມ​ຂຶ້ນ​ເຮັດ​ໃຫ້​ສະມາຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊ​ຍຕາ​ເວັນ​ອອກ
ສຽງ​ໃຕ້​ຫຼືອາ​ຊ່ຽນ​ທີ່​ມີ​ສະມາຊິກ 10 ປະ​ເທດ ​ເປັນຜູ້​ກຳນົດ​ໂຄງ​ຮ່າງ​ດ້ານ​ຄວາມ​ໝັ້ນຄົງ
​ເພື່ອ​ຈະ​ຫຼີກລ່ຽງບັນຫາ​ຂັດ​ແຍ້​ງຕ່າງໆ​ໂດຍສະ​ເພາະ​ແລ້ວຫຼັງຈາກ​ໄດ້​ເກີດ​ຄວາມ​ເຄັ່ງ​ຕຶງ​
ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ເມື່ອ​ບໍ່ດົນ​ມານີ້.

ສະມາຊິກ​ຂອງ​ອາ​ຊ່ຽນ 4 ປະ​ເທດປະກອບ​ດ້ວຍ​ຟີ​ລິບ​ປິນ ຫວຽດນາມ ມາ​ເລ​ເຊຍ​ແລະ
​ບຣູນາຍຕ່າງ​ກໍ​ໄດ້​ອ້າງ​ເອົາ​ກຳມະສິ​ດ​ແຂ່ງ​ກັບ​ຈີນຢູ່​ໃນ​ບາງ​ເຂດ​ຂອງທະ​ເລ​ຈີນ​ໃຕ້ທີ່​ກ່າວ
​ກັນ​ວ່າອຸດົມສົມບູນ​ໄປ​ດ້ວຍ​ບໍ່​ນໍ້າມັນ​ແລະ​ບໍ່​ແກັສທຳ​ມະ​ຊາດສຳ​ຮອງ​ນັ້ນ.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ຈີນ​ກັບ​ຫວຽດນາມ ​ແລະ​ເມື່ອ​ໄວ​ໆ​ມານີ້ລະຫວ່າງ​ຈີນ​ກັບຟີ​ລິບ
​ປິນ ​ເຮັດ​ໃຫ້​ຂົງ​ເຂດ​ດັ່ງກ່າວ ​ມີ​ຄວາມ​ເປັນ​ໄປ​ໄດ້​ ໃນການ​ທີ່​ຈະ​ກາຍ​ເປັນ​ຈຸດ​ລະ​ເບີດ​ໃນ
​ການ​ເກີດ​ບັນຫາ​ຂັດ​ແຍ້​ງຂຶ້ນ.

ທີ່​ກອງ​ປະຊຸມ​ເວທີ​ເສດຖະກິດ​ໂລກ ຢູ່​ທີ່​ບາງກອກ ທ່ານ​ສຸຣິນ ພິ​ດສຸວັນ ​ເລຂາທິການ​
ໃຫຍ່​ຂອງ​ສະມາຄົມ​ອາ​ຊ່ຽນ​ ກ່າວ​ວ່າ ສ​ະມາຄົມ​ຂອງ​ທ່ານ​ຕ້ອງການ​ຢາກ​ຈະຊ່ອຍ​ແກ້​
ໄຂ​ບັນຫາ​ຂັດ​ແຍ້ງປະ​ເພດ​ນີ້.

ທ່ານ​ສຸຣິນອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ​ກ່າວ​ວ່າ ຈີນ​ຮູ້ສຶກ​ໂຕ​ແລ້ວ​ກ່ຽວກັບ
​ຄວາມ​ຮັບຜິດຊອບ ​ແລະ​ຜົນ​ປະ​ໂຫຍ​ດ​ຂອງ​ຕົນຢູ່​ໃນ​ຂົງ​ເຂດ.

ທ່ານ​ສຸຣິນກ່າວ​ວ່າ “ບັນຫາ​ຂອງ​ພວກ​ເຮົາ​ກັບ​ຈີນໃນ​ເຂດ​ທະ​ເລ​ຈີນໃຕ້​ນັ້ນ ວິທີ​ທາງ​
ທີ່​ດີ​ທີ່​ສຸດ​ສຳ​ຫຼັບອະນາຄົດ​ຂ້າງ​ໜ້າ ກໍຄື​ພວກ​ເຮົາ​ໄດ້​ຕົກລົງ​ກັບ​ຈີນ ​ເພື່ອ​ສະ​ແດງ​ໃຫ້
ໂລກ​ເຫັນ​ວ່າ ພວກ​ເຮົາ​ສາມາດ​ແກ້​ໄຂ ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ລະຫວ່າງ​ພວກ​ເຮົາ​
ໄດ້ ໂດຍ​ປາສະຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ​ແລະ​ເກີດ​ບັນຫາ​ຂັດ​ແຍ້​ງຂຶ້ນ.”

ແຜນທີ່ທະເລຈີນໃຕ້

ທ່ານ​ສຸຣິນ​ເວົ້າວ່າ ຫຼັກການ​ປະຕິ
​ບັດ ​ເພື່ອ​ເປັນ​ທິດ​ທາງ​ນຳພາ​ປະ
​ເທດ​ຕ່າງໆ​ທີ່​ເປັນຄູ່​ແຂ່ງ​ໃນ​ການ​
ອ້າງກຳມະສິດ ກໍ​ຄື​ຈຸດ​ໃຈກາງ​ໃນ
​ການ​ສົນທະນາ​ຫາລືພາຍ​ໃນ​ສະ
ມາຄົມອາ​ຊ່ຽນ. ທ່ານ​ກ່າວ​ວ່າ
ຈີນ​ຕ້ອງການ​ຢາກ​ມີ​ບົດບາດ​ສຳ
ຄັນ​ໃນ​ການ​ກຳນົດຫຼັກການນຳ
ພາ​ດັ່ງກ່າວ​ນີ້.

ທ່ານ​ສຸຣິນ​ເວົ້າວ່າ “ອາ​ຊ່ຽນ​ຈະ​
ສະ​ເໜີ​ເປັນ​ບ່ອນ​ອະພິປາຍ ອາ​
ຊ່ຽນຈະ​ສະ​ເໜີ​ ເປັນເວທີ ​ເປັນ
​ຂັ້ນຕອນແລະ​ຊຸກຍູ້ແລະ​ຂ້າພະ
​ເຈົ້າຄິດ​ວ່າ ​ໃນ​ລະຫວ່າງ​ທີ່​ມີ​ການ​ດຳ​ເນີນການ​ຢູ່​ນັ້ນ ພວກ​ເຮົາ​ສາມາດ​ຄວບ​ຄຸມ ອີກ​ຄັ້ງນຶ່ງ
ບັນຫາ​ຂັດ​ແຍ້ງຕ່າງໆ​ແລະພວກ​ເຮົາ​ສະ​ແດງ​ໃຫ້ໂລກ​ເຫັນ​ວ່າ ພວກ​ເຮົາ​ສາມາດ​ຈັດການບໍ່​
ໃຫ້​ພວກ​ເຮົາ​ເກີດບັນຫາ​ຂັດ​ແຍ້​ງຢ່າງ​ເປີດ​ແປນ. ນັ້ນກໍ​ຄື​ຄວາ​ມສຳ​ເລັດ​ຜົນ​ທີ່ໃຫຍ່​ອັນ​ນຶ່ງ​ຢູ່​
ແລ້ວ.”

ສາດສະດາຈານ Zha Daojiong ​ແຫ່ງ​ມະຫາວິທະຍາ​ໄລປັກ​ກິ່ງ​ກ່າວ​ວ່າ ບົດບາດ​ຂອງ​
ອາ​ຊ່ຽນ​ໃນ​ການຫຼີກລ່ຽງບໍ່​ໃຫ້​ເກີດບັນຫາ​ຂັດ​ແຍ້​ງນັ້ນ​ແມ່ນ​ມີ​ຄວາມ​ສຳຄັນ.

ສາດສະດາຈານ Zha ​ເວົ້າວ່າ “ອາ​ຊ່ຽນ​ແມ່ນ​ຈຸດ​ໃຈກາງ​ທີ່​ສຳຄັນ​ ກ່ຽວ​ກັບ​ການ​ຮັກສາ
​ຄວາມ​ໝັ້ນຄົງ. ​ເປັນ​ເຂດ​ທີ່​ມີ​ຄວາມ​ສຳຄັນຫຼາຍ ທີ່​ຈະ​ບໍ່​ສາມາດ​ເນັ້ນຢໍ້າ​ເຖິງ​ໄດ້. ຖ້າທ່ານ​
ຫາກ​ເບິ່ງ​ໄປ​ຍັງ​ເຂດ​ເອ​ເຊຍ​ ໃນ​ທຸກ​ມື້ນີ້​ແລ້ວພວກ​ເຮົາ​ແມ່ນ​ໂຊກ​ດີ​ຫຼາຍ. ຈິດ​ໃຈ​ທີ່​ວ່າບໍ່​
ໄດ້​ປະປ່ອຍ​ໃຫ້​ຊ່ອງ​ທາງ​ໃດບໍ່​ມີ​ການ​ສຳ​ຫຼວດ​ເບິ່ງ​ນັ້ນ ຈິດ​ໃຈ​ກ່ຽວ​ກັບການ​ປຶກສາ​ຫາລື​
ກັນແລະ​ຈິດ​ໃຈ​ກ່ຽວ​ກັບ​ການ​ດຳ​ເນີນ​ງານ​ຮ່ວມ​ກັນ​ເພື່ອໃຫ້​ປະ​ເທດຂອງໃຜລາວ​ເປັນ​ລະ
ບຽບ​ຮຽບຮ້ອຍ​ນັ້ນ. ການ​ເປັນ​ເຈົ້າກີ້​ເຈົ້າການ​ໃນ​ການ​ໃຊ້​ກຳລັງ​ທະຫານ​ເພື່ອ​ແກ້​ໄຂ​ບັນ
ຫາ​ຕ່າງ​ໆຢູ່​ໃນ​ປະ​ເທດ​ອື່ນ​ນັ້ນ ບໍ່​ຄວນ​ຈະ​ເກີດ​ຂຶ້ນຢູ່​ໃນ​ເຂດ​ເອ​ເຊຍນີ້.”

ສ່ວນ​ນັກ​ເສດຖະສາດ Rajiv Biswas ​ແຫ່ງ​ອົງການ HIS ຂອງ​ສິງກະ​ໂປ​ກ່າວວ່າ ​ໃນ
ຂະນະທີ່​ເສດຖະກິດ​ຂອງ​ເອ​ເຊຍ​ເຕີບ​ໃຫຍ່​ຂະຫຍາຍ​ໂຕ​ຂຶ້ນຢູ່ນີ້ ການ​ໃຊ້​ຈ່າຍທາງ​ດ້ານ
​ທະຫານ​ກໍ​ພວມ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ ລື່ນສະຫະພາບ​ຢູ​ໂຣບ​ແລະ​ສະຫະລັດ​ດ້ວຍ.

ທ່ານ​ເວົ້າວ່າ ການ​ສົນທະນາ​ຫາລື​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ໄລຍະ​ຍາວ ​ແມ່ນ​ມີ​ຄວາມສຳ
ຄັນ​ສຳ​ຫຼັບຂົງ​ເຂດ.

ທ່ານ Biswas ​ເວົ້າວ່າ “ດັ່ງນັ້ນຂ້າພະ​ເຈົ້າຈຶ່ງ​ຄິດ​ວ່າ ​ໃນອະນາຄົດ​ຂ້າງ​ໜ້ານີ້ ຕ້ອງ​ໄດ້​
ມີ​ການ​ເຈລະຈາ​ຫາລື​ກັນ​ໃນ​ເລື່ອ​ງຄວາມ​ໝັ້ນຄົງ​ເພີ່ມ​ຂຶ້ນ. ການ​ເຕີບ​ໃຫຍ່ຂະຫຍາຍ​ໂຕ
​ຂຶ້ນຂອງ​ເສດຖະກິດ​ໃນ​ເອ​ເຊຍຕ້ອງ​ໄດ້​ຕິດຕາມ​ດ້ວຍ​ການ​ເສີມ​ຂະຫຍາ​ຍ​ໂຄງ​ຮ່າງດ້ານ​
ຄວາມ​ໝັ້ນຄົງ ຢູ່​ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກ ແລະ​ເປັນ​ທີ່​ຈະ​ແຈ້ງ ລັດຖະບານ​ຂອງ​ປະ​ເທດ​
ຕ່າງໆ​ພວມ​ມຸ່ງ​ໜ້າ​ໄປ​ໃນ​ທິດ​ທາງນັ້ນ.”

ທ່ານ Biswas ກ່າ​ວວ່າ ການ​ຮວມ​ເອົາ​ປະ​ເທດ​ຕ່າງໆ ​ເຂົ້າເປັນ​ພາຄີ​ທາງ​ດ້ານຄວາມ​
ໝັ້ນຄົງ​ແລະ​ເສດຖະກິດ​ເຊັ່ນ​ວ່າ​ສະຫະລັດ​ແລະຣັດ​ເຊຍນັ້ນ ອາ​ຊ່ຽນ​ແມ່ນໄດ້​ບັນລຸ​ຜົນ
ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ເສີມ​ສ້າງໂຄງ​ຮ່າງຄວາມ​ໝັ້ນຄົງ​ຢູ່​ໃນ​ຂົງ​ເຂດ.