ນັກແຕ້ມ ທີ່ມີຊື່ສຽງຂອງຈີນ ຖືກປະກັນໂຕ ອອກມາແລ້ວ

  • ໄພສານ ວໍຣະຈັກ

ນັກເຄື່ອນໄຫວ Ai Weiwei ຖະແຫຼງຕໍ່ພວກນັກຂ່າວ ທີ່ໄປລໍຖ້າຢູ່ນອກເຮືອນຂອງລາວ ໃນກຸງປັກກິ່ງ (23 ມິຖຸນາ 2011)

ນາຍ Ai Weiwei ນັກແຕ້ມທີ່ມີຊື່ສຽງຂອງຈີນໄດ້ຮັບອະນຸຍາດໃຫ້ປະກັນໂຕອອກມາແລ້ວ
ຫຼັງຈາກໄດ້ຖືກຄຸມຂັງເປັນເວລາເກືອບ 3 ເດືອນແຕ່ເຈົ້າໜ້າທີ່ກ່າວວ່າການໄປມາຂອງລາວ
ຍັງຈະຖືກຈຳກັດເປັນເວລານຶ່ງປີ.

ໃນການຖະແຫຼງຂ່າວ ທີ່ກະຊວງການຕ່າງປະເທດຈີນໃນວັນພະຫັດມື້ນີ້ ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດກ່າວວ່າການສືບສວນນັກເຄື່ອນໄຫວຈີນອາຍຸ 54 ປີຄົນນີ້
ຍັງຈະດຳເນີນຕໍ່ໄປໃນໄລຍະເວລາດັ່ງກ່າວ. ໂຄສົກເວົ້າວ່ານາຍ Ai Weiwei ຈະຖືກກັກບໍ
ລິເວນໃນບ່ອນທີ່ທ່ານອາໄສຢູ່ຊຶ່ງໝາຍຄວາມວ່າ ແມ່ນນະຄອນຫຼວງປັກກິ່ງ.

ນັກແຕ້ມທີ່ກ້າປາກກ້າເວົ້າຄົນນີ້ໄດ້ຂໍຂະມາໂທດຕໍ່ພວກນັກຂ່າວແລະພະນັກງານໂທລະພາບ
ທີ່ໄປເຕົ້າໂຮມກັນຢູ່ນອກຫ້ອງສະຕູດີໂອຂອງລາວໃນເຂດຊານເມືອງຂອງກຸງປັກກິ່ງລຸນຫຼັງທີ່
ລາວຖືກປ່ອຍໃນຕອນແລງຂອງວັນພຸດວານນີ້.

ນາຍ Ai Weiwei ເວົ້າວ່າ ລາວມີສຸກຂະພາບແຂງແຮງດີແລະດີໃຈຫຼາຍ ທີ່ໄດ້ກັບຄືນມາ
ເຮືອນ. ແຕ່ລາວໄດ້ຮ້ອງຂໍໃຫ້ພວກນັກຂ່າວເຂົ້າໃຈກ່ຽວກັບວ່າລາວບໍ່ສາມາດໃຫ້ສຳພາດໄດ້
ຍ້ອນສະຖານະການທີ່ລາວຕົກຢູ່ໃນເວລານີ້.

ນາຍ Ai Weiwei ໄດ້ຖືກຈັບໃນຕົ້ນເດືອນເມສາຜ່ານມານີ້ໃນລະຫວ່າງທີ່ມີການປາບປາມ
ພວກຕໍ່ຕ້ານລັດຖະບານແລະພວກນັກເຄື່ອນໄຫວຮ້າຍແຮງສຸດ ຊຶ່ງບາງທີອາດຈະເປັນຍ້ອນ
ມີຄວາມຢ້ານກົວວ່າການລຸກຮືຂຶ້ນທີ່ພາກຕາເວັນອອກກາງອາດຈະແຜ່ລາມໄປຍັງປະເທດຈີນ. ຫຼາຍໆອາທິດລຸນຫຼັງທີ່ໄດ້ມີການຈັບກຸມປັກກິ່ງປະກາດວ່າລາວໄດ້ຖືກຈັບຍ້ອນຫຼົບຫຼີກພາສີ.

ອົງການຂ່າວຊິນຫົວຂອງທາງການຈີນ ລາຍງານວ່າ ນາຍ Ai Weiwei ໄດ້ຖືກປ່ອຍຍ້ອນ
ລາວໄດ້ສາລະພາບວ່າຫຼົບຫຼີກພາສີແທ້ແລະໃຫ້ຄຳໝັ້ນສັນຍາວ່າຈະຈ່າຍເງິນທີ່ລາວຕິດຄ້າງ
ນັ້ນໃຫ້ລັດຖະບານຄືນ. ນອກນັ້ນຊິນຫົວຍັງເວົ້າວ່ານັກແຕ້ມທີ່ເປັນໂຣກເບົາຫວານຄົນນີ້ໄດ້
ຖືກປ່ອຍຍ້ອນເຫດຜົນທາງດ້ານການແພດ.