ຈີນຈັບ 12 ຄົນ ໃນການສືບສວນ ກ່ຽວກັບ ເຫດລະເບີດ ທີ່ທຽນຈິນ

Your browser doesn’t support HTML5

ຕຳຫຼວດຈີນໄດ້ຈັບຜູ້ຕ້ອງສົງໄສ 12 ຄົນ ທີ່ກ່າວວ່າ ພົວພັນໃນ
ເຫດລະເບີດຂະໜາດໃຫຍ່ ທີ່ສາງເກັບເຄື່ອງ ຢູ່ເມືອງທຽນຈິນ ອີງຕາມສື່ມວນຊົນຂອງທາງການຈີນໃນຂະນະທີ່ເຈົ້າໜ້າທີ່ໄດ້
ເພີ້ມຈຳນວນຜູ້ເສຍຊີວິດ ໃນເຫດລະເບີດດັ່ງກ່າວ.

ອົງການຂ່າວຊິນຫົວ ລາຍງານໃນວັນພະຫັດມື້ນີ້ວ່າ ຮວມຢູ່ໃນ
ຈຳນວນພວກທີ່ຖືກຈັບກໍມີທ່ານ Yu Xuewei ແລະທ່ານ Dong
Shexuan ຜູ້ຖືຮຸ້ນລາຍ ໃຫຍ່ທີ່ສຸດ 2 ຄົນ ຂອງບໍລິສັດ Ruihai
International Logistics ຊຶ່ງເປັນເຈົ້າຂອງສາງເກັບເຄື່ອງທຽນ
ຈິນບ່ອນທີ່ໄດ້ເກີດເຫດລະເບີດ.

ກ່ອນໜ້ານີ້ສື່ມວນຊົນຂອງທາງການຈີນໄດ້ພິມເຜີຍແຜ່ຄຳສາລະພາບຂອງພວກນັກທຸລະ ກິດທີ່ມີເສັ້ນສາຍທັງສອງ ທີ່ມີລາຍງານວ່າ ໄດ້ໃຊ້ຄວາມສຳພັນ ຂອງເຂົາເຈົ້າ ເພື່ອໃຫ້ໄດ້ ມາຊຶ່ງອັນທີ່ປາກົດວ່າ ເປັນໃບອະນຸຍາດດ້ານຄວາມປອດໄພປອມ

ນອກນັ້ນແລ້ວ ຮອງຜູ້ຈັດການໃຫຍ່ ຂອງບໍລິສັດ Ruihai ກໍຖືກຈັບຄືກັນ ອີງຕາມອົງການ ຂ່າວຊິນຫົວ ແຕ່ບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບຊື່ຂອງພວກທີ່ຖືກຈັບ.

ລາຍງານເວົ້າວ່າ “ຕຳຫຼວດກ່າວວ່າ ທາງບໍລິສັດແລະພວກທີ່ຖືກຈັບສົງໄສວ່າໄດ້ເກັບມ້ຽນ ສານເຄມີທີ່ເປັນອັນຕະລາຍ” ແລະກ່າວຕື່ມວ່າ ອີກບໍລິສັດນຶ່ງ ຄື ບໍລິສັດ Tianjin Zhong-
bin Haisheng ກໍມີການສົງໄສວ່າ ໄດ້ໃຫ້ການຊ່ອຍເຫລືອແບບຜິດກົດໝາຍ ແກ່ບໍລິສັດ Ruihai ເພື່ອໃຫ້ໄດ້ມາຊຶ່ງໃບປະເມີນດ້ານຄວາມປອດໄພນີ້.

ນອກນັ້ນໃນວັນພະຫັດມື້ນີ້ ອົງການຂ່າວຊິນຫົວຍັງລາຍງານວ່າ ເຈົ້າໜ້າທີ່ແລະຜູ້ບໍລິຫານ 11 ຄົນທີ່ເມືອງທ່າທຽນຈິນພວມຖືກສືບສວນຍ້ອນລະເລີຍຕໍ່ໜ້າທີ່ແລະໃຊ້ອຳນາດເຖື່ອນ. ອົງການຂ່າວຊິນຫົວກ່າວວ່າ ພວກເຈົ້າໜ້າທີ່ໆຖືກຟ້ອງ ແມ່ນຮວມທັງທ່ານ Wu Dai ຫົວ ໜ້າກຳມາທິການຂົນສົ່ງໃນເຂດທຽນຈິນແລະທ່ານ Zheng Qingyue ປະທານບໍລິສັດທີ່ ເປັນເຈົ້າຂອງທ່າກຳປັ່ນທຽນຈິນ.

ເຈົ້າໜ້າທີ່ຈີນ ໃນວັນພະຫັດມື້ນີ້ ໄດ້ເພີ້ມໂຕເລກ ພວກທີ່ເສຍຊີວິດ ຍ້ອນເຫດລະເບີດຂຶ້ນ ຈາກຈຳນວນ 139 ຄົນທີ່ລາຍງານໃນຕົ້ນເດືອນສິງຫາຂຶ້ນເປັນ 145 ຄົນ ອີງຕາມອົງການ ຂ່າວຊິນຫົວ ທີ່ເວົ້າວ່າ ມີອີກ 28 ຄົນທີ່ຍັງຫາຍສາບສູນ.