ປະທານປະເທດ ຈີນ ທ່ານ Xi Jinping ໃນວັນພະຫັດມື້ນີ້ໄດ້ປະກາດແຜນການຕັດກຳລັງທະຫານທີ່ໃຫຍ່ທີ່ສຸດລົງ 300,000 ຄົນ. ການປະກາດໄດ້ຖືກເປີດເຜີຍໃນລະຫວ່າງການເດີນຂະບວນ ສວນສະໜາມທີ່ຍິ່ງໃຫຍ່ເພື່ອສະເຫຼີມສະຫຼອງໄຊຊະນະຕໍ່ ຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ ສອງ. ພິທີດັ່ງກ່າວໄດ້ເຮັດບັນດາຜູ້ນຳ
ປະເທດຕາເວັນຕົກຫຼາຍຄົນ ຫຼີກລ່ຽງການເຂົ້າຮ່ວມ ແລະ ບາງຄົນກໍໄດ້ຍົກຄວາມເປັນຫ່ວງອັນໃໝ່ກ່ຽວກັບຄວາມປາຖະໜາຂອງທະຫານ ຈີນ. ນັກຂ່າວ ວີໂອເອ Bill Ide ມີລາຍງານເພີ່ມເຕີມຈາກ ປັກກິ່ງ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມະສະເໜີທ່ານ.
Your browser doesn’t support HTML5
ຟັງລາຍງານ ຈີນ ປະກາດການຕັດ ກຳລັງທະຫານ ໃນການເດີນ ສວນສະໜາມ ສົງຄາມໂລກ ຄັ້ງທີ 2
ການເດີນສວນສະໜາມຜ່ານຈະຕຸລັດ Tiananmen ແລະ ຕົວເມືອງ ປັກກິ່ງ ແມ່ນການສະແດງທີ່ໃຫຍ່ທີ່ສຸດຂອງທະຫານມະຫາອຳນາດ ຈີນ.
ພ້ອມດ້ວຍທະຫານຜ່ານເສິກ ສົງຄາມໂລກຄັ້ງທີ ສອງ, ເຈົ້າໜ້າທີ່ຂັ້ນສູງ ແລະ ທະຫານຫຼາຍກວ່າ 12,000 ຄົນແນມເບິ່ງ ອາວຸດທີ່ມີກຳລັງແຮງສູງ ລວມທັງຂີປະນາວຸດ ນິວເຄລຍ, ເຮືອບິນທີ່ມີຄວາມທັນສະໄໝ ແລະ ລົດຖັງ ໄດ້ຖືກເປີດໂຕຕໍ່ສາທາລະນະເປັນຄັ້ງທຳອິດ.
ອາວຸດໃໝ່ລວມມີຂີປະນາວຸດຕໍ່ຕ້ານເຮືອຮົບ Donfeng-21D. ສື່ມວນຊົນລັດຖະບານເອີ້ນມັນວ່າ “ພາຫະນະນັກຂ້າ” ຍ້ອນຄວາມສາມາດຂອງມັນທີ່ໄດ້ຖືກລາຍວ່າ ສາມາດແນເປົ້າໃສ່ກຸ່ມໂຈມຕີເຮືອບັນທຸກເຄື່ອງບິນ.
ເຖິງແມ່ນວ່າສະມີການສະແດງເຖິງອາວຸດທີ່ມີປະສິດທິພາບສູງແລ້ວ, ຜູ້ນຳ ຈີນ ກໍໄດ້ກ່າວວ່າພິທີດັ່ງກ່າວແມ່ນການລະນຶກເຖິງປະຫວັດສາດ ແລະ ສົ່ງເສີມສັນຕິພາບຫຼາຍກວ່າ.
ທ່ານ Xi Jinping ກ່າວວ່າ “ຄວາມອັກຄະຕິ ແລະ ການແບ່ງແຍກ, ຄວາມກຽດຊັງ ແລະ ສົງຄາມແມ່ນສາມາດສ້າງພຽງແຕ່ຄວາມຫາຍານະ ແລະ ຄວາມເຈັບປວດ. ການນັບຖືຊຶ່ງກັນແລະກັນ ແລະ ເສີມສ້າງສາຍພົວພັນຕໍ່ກັນແລະກັນໃນເງື່ອນໄຂອັນເທົ່າທຽມກັນ, ການພັດທະນາແບບສັນຕິ, ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແມ່ນວິທີທາງດຽວ (ທີ່ສາມາດເຮັດໄດ້) ໃນໂລກນີ້.”
ປະທານປະເທດ Xi ໄດ້ສັນຍາທີ່ຈະຫຼຸດຈຳນວນຂອງທະຫານກອງທັບທະຫານບົດ 2 ລ້ານຄົນຂອງ ຈີນ, ເປັນການເຄື່ອນໄຫວທີ່ບັນດານັກວິເຄາະເຫັນວ່າ ເປັນສ່ວນໜຶ່ງຂອງການເຮັດໃຫ້ມີຄວາມທັນສະໄໝທີ່ກຳລັງດຳເນີນຢູ່ຂອງທະຫານ. ທ່ານກໍຍັງໃຫ້ຄຳສັນຍາວ່າຈະບໍ່ເຮັດຊ້ຳຮອຍຄວາມຜິດໃນເມື່ອກ່ອນ.
ທ່ານ Xi ກ່າວວ່າ “ປະຊາຊົນ ຈີນ ແມ່ນຮັກໃນຄວາມສັນຕິຕະຫຼອດມາ. ບໍ່ແມ່ນວ່າພວກເຮົາຈະມາຮອດໄກຊ່ຳໃດ, ຈີນ ຈະບໍ່ສະແຫວງຫາຄວາມເປັນເຈົ້າໂລກ, ບໍ່ມີວັນທີ່ຈະພະຍາຍາມຂະຕົວອອກໄປໄກຕື່ມອີກ, ແລະ ຈະບໍ່ມີວັນສ້າງຄວາມທຸກທໍລະມານທີ່ພວກເຮົາເຄີຍຮູ້ສຶກຕໍ່ຜູ້ທີ່ເປັນຊາດອື່ນອີກ.”
ບັນດາປະເທດຢູ່ໃນພາກພື້ນທີ່ໄດ້ຖືກລັອກໃນຄວາມຂັດແຍ້ງເຂດແດນກັບ ຈີນ ອາດຈະຕີຄວາມໝາຍຕ່າງຈາກພິທີຂອງວັນພະຫັດວານນີ້ກໍໄດ້.
ຜູ້ເຂົ້າຮ່ວມງານຂອງ ປັກກິ່ງ ຈາກຕ່າງປະເທດກໍຍັງໄດ້ສະແດງການພິຈາລະນາເຊັ່ນກັນ. ປະທານາທິບໍດີ ຊູດານ ທ່ານ Omar Hassan al-Bashir, ຜູ້ທີ່ຖືກນຳຈັບສຳລັບການ
ກໍ່ອາຊະຍາກຳສົງຄາມໂດຍສານອາຍາສາກົນ, ກໍໄດ້ເຂົ້າຮ່ວມໃນພິທີ. ສ່ວນຜູ້ນຳຕາເວັນຕົກຄົນອື່ນໆແມ່ນໄດ້ພາກັນຢູ່ຫ່າງອອກໄກ.
ປະຊາຊົນ ຈີນ ບາງຄົນໄດ້ຕັ້ງຄຳຖາມຕໍ່ຄວາມຕ້ອງການ ສຳລັບການສະແດງທີ່ຟຸມເຟືອຍໃນເວລາທີ່ເສດຖະກິດຂອງ ຈີນ ກຳລັງຂະຫຍາຍຕົວຊ້າ ແລະ ໄດ້ກົດດັນລັດຖະບານໃຫ້ເປີດເຜີຍມູນຄ່າຂອງພິທີທີ່ເປັນພາລະຂອງປະຊາຊົນຜູ້ເສຍພາສີ. ປັກກິ່ງ ແມ່ນເບິ່ງຄືວ່າຈະບໍ່ເປີດເຜີຍຄ່າໃຊ້ຈ່າຍໃນເວລາໄວໆນີ້ແຕ່ຢ່າງໃດ.