ຈີນເລີກຫ້າມ ພວກຕິດເອດສ໌ ເຂົ້າປະເທດ

  • ໄພສານ ວໍຣະຈັກ

ທ່ານຫູ ຈິນເທົາ ປະທານປະເທດຈີນ

ຈີນກ່າວວ່າ ຕົນໄດ້ຍົກເລີກ ການຫ້າມ ທີ່ມີມາເປັນເວລາ 20 ປີ ບໍ່ໃຫ້ຊາວຕ່າງປະເທດ ທີ່ຕິດເຊື້ອ HIV ແລະເປັນເອດສ໌ ເດີນທາງເຂົ້າປະເທດ ບໍ່ເທົ່າໃດມື້ ກ່ອນການ​ເປີດ ງານມະຫະກຳ ສິນຄ້າໂລກ ຫລື​ເວິລດ໌ເອກສ໌ໂປ ທີ່ນະຄອນຊຽງໄຮ້ ຊຶ່ງຄາດວ່າ ຈະດຶງດູດເອົາ ພວກນັກທ່ອງທ່ຽວ ຫຼາຍລ້ານຄົນ ໄປເບິ່ງໄປຊົມນັ້ນ. ສື່ມວນຊົນ ຂອງທາງການຈີນ ໄດ້ພິມເຜີຍແຜ່ ຖະແຫລງການ ສະບັບນຶ່ງ ຂອງສະພາປົກຄອງລັດ ທີ່ກ່າວວ່າ ລັດຖະບານ​ ໄດ້​ຮູ້​ແຈ້ງ​ແລ້ວ​ວ່າ ການຫ້າມ ເດີນທາງເຂົ້າປະເທດ ທີ່ວ່ານີ້ ມີຜົນໃນຂອບເຂດຈຳກັດ​ ໃນການປ້ອງກັນ ແລະຄວບຄຸມພະຍາດ. ສະພາປົກຄອງລັດ ກໍ​ຄື​ລັດຖະບານ​ຈີນ ກ່າວຕື່ມວ່າ ນອກນັ້ນ ການຫ້າມທີ່ວ່ານີ້ ຍັງໄດ້ສ້າງ ຄວາມບໍ່ສະດວກ ໃຫ້ແກ່ຈີນ ​ໃນ​ການເປັນເຈົ້າພາບ ຈັດງານນາໆຊາດຕ່າງໆ. ສື່ມວນຊົນຈີນ ເວົ້າວ່າ ນອກນັ້ນແລ້ວ ລັດຖະບານ ຍັງໄດ້ຍົກເລີກ ຂໍ້ຫ້າມ ເຂົ້າປະ​ເທດ ສຳລັບຊາວຕ່າງປະເທດ ທີ່ຕິດພະຍາດ ຕິດຕໍ່ທາງເພດສຳພັນຕ່າງໆ ແລະ​ໂຣກຂີ້ເຮື້ອນນັ້ນນຳ. ທ່ານ BAN KI MOON ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໄດ້ກ່າວຊົມເຊີຍ ທ່ານ HU JINTAO ປະທານປະເທດຈີນ ທີ່​ໄດ້ຕັດສິນໃຈ ຍົກເລີກ​ຂໍ້​ຫ້າມ​ເຫລົ່ານັ້ນ ແລະຮຽກຮ້ອງໃຫ້ ປະເທດອື່ນໆ ຖືເອົາການ ດຳເນີນບາດກ້າວ ໃນທຳນອງດຽວກັນ ເປັນເລື່ອງທີ່ຮີບດ່ວນ. ໂຄງການຮ່ວມ ຕໍ່ຕ້ານເຊື້ອ HIV ແລະໂຣກເອດສ໌ ຂອງອົງການ ສະຫະປະຊາຊາດ ກ່າວວ່າ ປັດຈຸບັນ ຍັງມີ 51 ປະເທດ ແລະດິນແດນ ທີ່ຫ້າມບໍ່ໃຫ້ ພວກຕິດເຊື້ອ HIV ແລະເປັນເອດສ໌ ເດີນທາງເຂົ້າປະເທດ. ສ່ວນສະຫະລັດ ໄດ້ຍົກເລີກ ຂໍ້ຫ້າມນີ້ ໃນເດືອນມັງກອນ ຜ່ານມາ.