ຈີນ ກ່າວໂຈມຕີ ນາຍົກ Abe ຢ່າງໜັກ ທີ່ໄປຢ້ຽມຢາມ ສານ Yasukuni

ນາຍົກລັດຖະມົນຕີ Shinzo Abe ແຫ່ງຍີ່ປຸ່ນ ຍ່າງນຳຫຼັງພະShinto ເພື່ອສະແດງຄວາມເຄົາລົບຕໍ່ພວກທີ່ເສຍຊີວິດ ໄປໃນປາງສົງຄາມທີ່ສານYasukuni Shrine ທີ່ກຸງໂຕກຽວ ວັນທີ 26 ທັນວາ 2013.

ທູດ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ໂຈມ​ຕີຍີ່ປຸ່ນ​ຢ່າງ​ໜັກ
​ໂດຍ​ກ່າວ​ຫາ​ນາຍົກລັດຖະມົນຕີ Zhinzo Abe ​ແຫ່ງ​ຍີ່ປຸ່ນທີ່
​ນຳພາ​ປະ​ເທດໄປ​ສູ່​ເສັ້ນທາງ​ທີ່​ເປັນ​ອັນຕະລາຍ​ທີ່​ສຸດ ​ໂດຍ
​ທຳ​ການ​ຢ້ຽມຢາມ​ສານ​ບັນພະ​ຊົນ​ແຫ່ງ​ນຶ່ງ​ທີ່​ເປັນ​ບັນຫາ​ໂຕ້​
ແຍ້​ງກັນ​ນັ້ນ.

ທ່ານ Liu Jieyi ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ແລງ​ວັນ​ພຸດ​ວານ​ນີ້ວ່າ
ຕາມ​ຄວາມ​ຈິງ​ແລ້ວ​ທ່ານ Abe ​ໄດ້​ເຂົ້າ​ຂ້າງ​ກັບ​ພວກ​ອາ​ຊະ​ຍາ
ກ​ອນສົງຄາມ ​ໂດຍ​ທຳ​ການ​ຢ້ຽມຢາມສານ Yasukuni ​ໃນ​ກຸງ​
ໂຕ​ກຽວ ອັນ​ທີ່​ທ່ານ​ກ່າວ​ວ່າ ​ປິດ​ບັງ​ຂໍ້​ເທັດ​ຈິງ​ແລະ​ສັນລະ​ເສີນ
ການ​ຮຸກ​ຮານນັ້ນ​.

ທ່ານ Liu Jieyi ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາດ​ອອກ​ຄຳ​ເຕືອນ​ວ່າ " ທ່ານ​
Abe ຕ້ອງ​ກວດ​ແກ້​ທ່າ​ທາງ​ທີ່ຜິດພາດ​ທາງ​ປະຫວັດສາດ​ຂອງ​ທ່ານ ທ່ານ​
ຈະ​ຕ້ອງ​ກວດ​ແກ້ຄວາມ​ຜິດພາດ​ຂອງ​ທ່ານ ແລະ​ທ່ານ​ຈະ​ຕ້ອງ​ບໍ່​ທຳ​ການ​
ເຄື່ອນ​ໄຫວ​ໃ ນ​ທາງ​ທີ່​ຜິດພາດ​ໄປ​ຕື່ມ​ອີກ​.”


​ໃນ​ການ​ຕອບ​ໂຕ້​ນັ້ນ ທ່ານ Motohide Yoshikawa ​ເອກອັກຄະ​ລັດຖະທູດ​ຍີ່ປຸ່ນ​
ປະຈຳ ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ Abe ນັ້ນ​ບໍ່​ແມ່ນ​ເປັນ
​ການ​ໃຫ້​ກຽດ ແກ່ພວກ​ອາ​ຊະ​ຍາກ​ອນສົງຄາມ ຫຼື​ຍ້ອງຍໍ​ສັນລະ​ເສິນ​ລັດທິ​ທະຫານ​
ແຕ່ເປັນ​ການສະ​ແດງ​ຄວາມ​ເຄົາລົບ​ນັບຖື ​ຕໍ່​ພວກ​ທີ່​ເສຍ​ຊີວິດ​ໄປ ໃນ​ປາງ​ສົງຄາມ​
ຂອງຍີ່ປຸ່ນ.

ນອກ​ນັ້ນ ທ່ານ​ຍັງ​ກ່າວ​ເຖິງ​ຄຳ​ຮຽກຮ້ອງ​ນາຍົກລັດຖະມົນຕີຍີ່ປຸ່ນ​ຄືນ​ອີກ ເພື່ອ​ໃຫ້ມີ
ການ​ໂອ້​ລົມ​ສົນທະນາ​ກັນ​ໂດຍ​ກົງ​ກັບ​ຈີນກ່ຽວ​ກັບ​ເລື້ອງ​ນີ້ຊຶ່ງ​ເປັນ​ເລື້ອງ​ທີ່​ໂກດ​ແຄ້ນ
​ຄັ້ງ​ຫຼ້າ​ສຸດ​ຕໍ່​ສາຍພົວພັນທີ່​ກຳລັງ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນລະຫວ່າງຈີນ​ແລະ​ຍີ່ປຸ່ນ. ຈີນ​
ໄດ້​ປະຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ດັ່ງກ່າວ​ນັ້ນ.