ໃນປີ 2016 ການເກີດຂອງພວກເດັກນ້ອຍ ໃນປະເທດຈີນໄດ້ເພີ່ມຂຶ້ນ ຫລັງຈາກໄດ້ມີ ການຕັດສິນໃຈ ທີ່ສຳຄັນ ເພື່ອຍຸຕິ ນະໂຍບາຍ ມີລູກໄດ້ຄົນດຽວ ທີ່ເປັນບັນຫາໂຕ້ຖຽງ ຂອງປະເທດແລະອະນຸຍາດໃຫ້ພວກພໍ່ແມ່ ມີລູກໄດ້ 2 ຄົນ. ໃນຂະນະທີ່ເກືອບເຄິ່ງນຶ່ງ ຂອງພວກເດັກນ້ອຍທີ່ເກີດໃໝ່ 17 ລ້ານ 8 ແສນ 6 ໝື່ນຄົນໃນປີກາຍນີ້ ແມ່ນເປັນລູກ ຜູ້ທີສອງ ຊຶ່ງການເພີ້ມຂຶ້ນດັ່ງກ່າວ ແມ່ນຕ່ຳກວ່າ ທີ່ພວກເຈົ້າໜ້າທີ່ ແລະພວກນັກຊ່ຽວ ຊານຄາດກັນໄວ້ ຢ່າງຫຼວງຫຼາຍ. Bill Ide ຜູ້ສື່ຂ່າວ ຂອງວີໂອເອ ໄດ້ມີໂອກາດໂອ້ລົມ ກັບຜູ້ຄົນຢູ່ຕາມຖະໜົນຫົນທາງຢູ່ນະຄອນຫຼວງປັກກິ່ງ ເພື່ອຢາກຮູ້ຈັກຜົນກະທົບຂອງ ນະໂຍບາຍດັ່ງກ່າວ ໃນລະຫວ່າງ ວັນຂຶ້ນປີໃໝ່ຈີນ ເມື່ອອາທິດແລ້ວ ຊຶ່ງເປັນເວລາທີ່ ຄອບຄົວໄດ້ມາເຕົ້າໂຮມກັນ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນ ອັນດັບຕໍ່ໄປ.
Your browser doesn’t support HTML5
ທະເລສາບ Houhai ໃນເຂດໃຈກາງນະຄອນຫຼວງປັກກິ່ງ ເປັນສະຖານທີ່ໄດ້ຮັບຄວາມ ນິຍົມສູງ ຈາກບັນດາຄອບຄົວ ທີ່ພາກັນໄປຫາຄວາມມ່ວນຊື່ນ ສະໜຸກສະໜານ ໃນໂອ ກາດວັນພັກ ແລະໃນມື້ນຶ່ງຂອງລະດູໜາວ ຊຶ່ງເປັນບ່ອນທີ່ດີ ສຳລັບຢັ່ງເບິ່ງຄວາມຮູ້ສຶກ ຂອງປະຊາຊົນ ທີ່ມີຄວາມອົບອຸ່ນຂຶ້ນ ຕໍ່ນະໂຍບາຍໃໝ່ມີລູກໄດ້ 2 ຄົນ.
ຫລາຍໆຄົນທີ່ພວກເຮົາໄດ້ໂອ້ລົມນຳ ແມ່ນມີລູກຜູ້ທີ 2 ແລ້ວ ຫຼືບໍ່ກໍຕ້ອງການຢາກຈະມີ ລູກຕື່ມອີກຜູ້ນຶ່ງ ແຕ່ຄ່າໃຊ້ຈ່າຍ ໃນການລ້ຽງລູກຢູ່ຈີນ ແມ່ນອຸບປະສັກອັນໃຫຍ່ ສຳລັບ ຫລາຍໆຄົນ.
ຜູ້ຊາຍຄົນນຶ່ງທີ່ມີນາມສະກຸນວ່າ ຫລິວ ເວົ້າວ່າ ລາວແລະພັນລະຍາຂອງລາວກຳລັງຄິດ ຈະມີລູກຜູ້ທີ 2 ແຕ່ກໍຮູ້ສຶກວ່າ ມີພາລະໜັກຫຼາຍທີ່ຈະຕ້ອງໄດ້ແບກຫາບ. ພວກຄອບຄົວ ໃນປະເທດຈີນ ໃຊ້ເງິນຫຼາຍເຖິງ 1 ຫາ 2 ພັນໂດລາ ຫຼືໃນບາງກໍລະນີ ຫຼາຍກວ່ານັ້ນອີກ ໃນແຕ່ລະເດືອນ ເພື່ອຈ້າງຮຽນພິເສດໃຫ້ແກ່ລູກເຕົ້າ.
ທ້າວຫລິວ ກ່າວວ່າ “ພວກເຮົາຫວັງວ່າພວກເຮົາຢາກມີລູກຜູ້ທີສອງ. ມີລູກຜູ້ດຽວຕາມ ລຳພັງ ເຮັດໃຫ້ລາວໂດດດ່ຽວຫຼາຍ. ມັນອາດຈະເປັນການດີ ທີ່ຈະມີລູກ 2 ຄົນ.”
ທ້າວ James King ກ່າວວ່າ ການສຶກສາ ແລະກິດຈະກຳຕ່າງໆ ບໍ່ແມ່ນແຕ່ຄ່າໃຊ້ຈ່າຍ ພຽງສອງຢ່າງເທົ່ານັ້ນ.
ທ້າວ James ເວົ້າວ່າ “ແນ່ນອນ ຍັງມີການເດີນທາງໄປທ່ຽວຕ່າງປະເທດ ຊຶ່ງເປັນຄ່າ ໃຊ້ຈ່າຍທີ່ແພງຫຼາຍ. ພວກເຮົາພະຍາຍາມທີ່ຈະໄປທ່ຽວ ຢ່າງໜ້ອຍ 1 ຄັ້ງຕໍ່ປີ.”
ທ້າວ James ແລະພັນລະຍາຂອງລາວ ນາງ Lucy ທີ່ມີລູກຄົນທີສອງແລ້ວນັ້ນ ກ່າວວ່າ ຜົນປະໂຫຍດແມ່ນສູງກວ່າຄ່າໃຊ້ຈ່າຍ ແຕ່ກໍກ່າວຕື່ມວ່າສະຖານະການຂອງແຕ່ລະຄອບ ຄົວແມ່ນແຕກຕ່າງກັນ.
ສຽງຂອງ ນາງ Lucy
ນາງ Lucy ເວົ້າວ່າ “ໃນອະນາຄົດ ເດັກນ້ອຍຜູ້ນຶ່ງຕ້ອງໄດ້ຮັບຜິດຊອບກັບພໍ່ແມ່ ທີ່ເຖົ້າ ແກ່ແລ້ວສີ່ຄົນ ແຕ່ການມີອ້າຍ ຫລືເອື້ອຍນຳ ຈະເຮັດໃຫ້ ເປັນການງ່າຍຂຶ້ນ ເພື່ອແບ່ງ ປັນຄວາມຮັບຜິດຊອບເຫລົ່ານັ້ນ.”
ເຖິງແມ່ນມີປະຊາຊົນ ເປັນຈຳນວນຫຼວງຫຼາຍກໍຈິງ ແຕ່ຈີນ ກໍຍັງປະເຊີນໜ້າ ກັບບັນຫາ ທີ່ເພີ່ມທະວີຂຶ້ນກ່ຽວກັບປະຊາກອນທີ່ສູງອາຍຸ. ຈຳນວນປະຊາກອນທີ່ເຮັດວຽກໄດ້ພວມ ຫຼຸດນ້ອຍຖອຍລົງ ໃນຂະນະທີ່ ພວກອອກກິນເບ້ຍບຳນານ ເພີ່ມຂຶ້ນຢ່າງວ່ອງໄວ.
ເລີ້ມແຕ່ປີໜ້າເປັນຕົ້ນໄປ ມີທ່າທາງວ່າ ຈຳນວນພວກເດັກນ້ອຍທີ່ເກີດໃໝ່ຈະຫລຸດລົງ ຢ່າງຕໍ່ເນື່ອງ ຊຶ່ງພວກນັກຊ່ຽວຊານກ່າວວ່າ ໃນຂະນະທີ່ພວກແມ່ຍິງ ສາມາດມີລູກຜູ້ທີ ສອງໄດ້ຈະເລີ້ມຫຼຸດລົງ ໃນຂະນະທີ່ມີຄວາມຕ້ອງການຫຼາຍຂຶ້ນ ເພື່ອຢາກໄດ້ເດັກນ້ອຍ ມາແທນ.
ສຳລັບບາງຄົນແລ້ວ ແມ່ນແຕ່ເລື່ອງມີລູກເທົ່ານັ້ນກໍຍັງເປັນຄຳຖາມ.
ທ້າວ Bai ຊາຍໂສດໜຸ່ມ ທີ່ເຮັດວຽກຢູ່ອຸດສາຫະກຳໂຮງແຮມຢູ່ໃນນະຄອນຫຼວງປັກກິ່ງ ມີເອື້ອຍຢູ່ສອງຄົນ.
ທ້າວ Bai ເວົ້າວ່າ “ຊີວິດ ແມ່ນມີຄວາມກົດດັນຫຼາຍ ແຕ່ຖ້າຂ້ອຍຕ້ອງການ ຢາກຈະມີ ລູກ ຜູ້ດຽວກໍຄົງຈະພໍແລ້ວ. ຈະເປັນແມ່ຍິງຫຼືຜູ້ຊາຍກໍໄດ້.”
ບໍ່ຕ່າງຫຍັງ ກັບຫລາຍປະເທດເພື່ອນບ້ານ ໃນເຂດເອເຊຍ ຈີນ ແມ່ນມີອັດຕາການເກີດ ຂອງປະຊາກອນຕ່ຳ ແລະມາຮອດປັດຈຸບັນນີ້ລັດຖະບານກໍບໍ່ໄດ້ໃຫ້ສິນນ້ຳໃຈຫຍັງຫຼາຍ ເພື່ອຊຸກຍູ້ໃຫ້ມີການເກີດລູກເພີ່ມຂຶ້ນນອກເໜືອໄປຈາກຍຸຕິນະໂຍບາຍມີລູກໄດ້ຄົນດຽວ ແລະຍ້ອນເລື່ອງດັ່ງກ່າວນັ້ນ ພວກຕ້ອງຕິບາງຄົນກ່າວວ່າ ການປ່ຽນແປງໃນນະໂຍບາຍ ແມ່ນບໍ່ມີຫຍັງຫຼາຍ ແລະກໍຊ້າເກີນໄປເສຍແລ້ວ.