ເດັກນ້ອຍຮຽກຮ້ອງໃຫ້ລັດຖະບານ ຊ່ວຍຫລຸດຜ່ອນ ຜົນກະທົບຕໍ່ພວກຕົນ ຈາກໄພພິບັດຕ່າງໆ

ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon (ຊ້າຍ) ແລະຮອງ ທ່ານນາງ Asha-Rose Migiro ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການລົດຜ່ອນຄວາມສ່ຽງຕໍ່ໄພພິບັດ ໃນມື້ໄຂກອງປະຊຸມ ຢູ່ສໍານັກງານຂອງ ສປຊ ທີ່ນະຄອນເຈນີວາ ປະເທດ Switzerland, ວັນທີ 10 ພຶດສະພາ 2011.

ພວກນັກເຄຶ່ອນໄຫວເພື່ອເດັກນ້ອຍ ທີ່ເຂົ້າຮ່ວມກອງປະຊຸມວ່າດ້ວຍການລົດຜ່ອນຄວາມສ່ຽງ ຕໍ່ໄພພິບັດໂລກ ພາກັນຮຽກຮ້ອງໃຫ້ລັດຖະບານທັງຫລາຍເຫັນພ້ອມກັບແຜນປະຕິບັດການ ເພື່ອລົດຜ່ອນຜົນກະທົບຈາກໄພ ພິບັດທໍາມະຊາດຕໍ່ຊີວິດຂອງພວກເດັກນ້ອຍນັ້ນ. ພວກອົງ ການສະໜັບສະໜູນເດັກໄດ້ລວບລວມຄວາມເຫັນ ຈາກເດັກນ້ອຍຫລາຍກວ່າ 600 ຄົນໃນ 21 ປະເທດໃນຂົງເຂດອາຟຣິກາ ເອເຊຍ ແລະອະເມຣິກາລາຕິນ ມາປະກອບໃສ່ໃນການ ພັດທະນາແຜນປະຕິບັດການ ທີ່ເອີ້ນວ່າກົດບັດຂອງພວກເດັກນ້ອຍ ວ່າດ້ວຍການລົດຜ່ອນ ຄວາມສ່ຽງຕໍ່ໄພພິບັດ ຊຶ່ງຈະຖືກນໍາສະເໜີຕໍ່ພວກທີ່ເຂົ້າຮ່ວມໃນກອງປະຊຸມ. ນາງ Lisa Schlein ຜູ້ສື່ຂ່າວ ວີໂອເອລາຍງານມາຈາກບ່ອນຈັດກອງປະຊຸມທີ່ນະຄອນເຈນີວາ ປະເທດ ສວີສເຊີແລນດ໌ ຊຶ່ງທອງປານມີລາຍລະອຽດ ມາສະເໜີທ່ານ.

ຈຸດປະສົງຂອງກົດບັດດັ່ງກ່າວ ກໍແມ່ນເພື່ອຈະສ້າງໃຫ້ມີຄວາມຕື່ນ​ໂຕ​ແລະ​ຮູ້ຈັກກ່ຽວກັບ
ຄວາມຈໍາເປັນ ທີ່ຈະຕ້ອງຍົກເອົາພວກເດັກນ້ອຍທັງຫລາຍ ໃຫ້ເປັນເປົ້າໝາຍຫລັກຂອງ
ການລົດຜ່ອນຄວາມສ່ຽງຕໍ່ໄພພິບັດ ທັງ​ນີ້​ກໍຍ້ອນ​ວ່າ ພວກເດັກນ້ອຍ​ແມ່ນ​ຮວມຢູ່ໃນກຸ່ມ
ພວກທີ່ໄດ້ຮັບຄວາມເດືອດຮ້ອນຫລາຍ​ທີ່​ສຸດ ຈາກເຫດຫາຍະນະທັງຫລາຍທີ່ເກີດຂຶ້ນ.

ສະຖິຕິຕ່າງໆກ່ຽວ​ກັບ​ເລື້ອງ​ນີ້ແມ່ນ​ເປັນ​ທີ່​ໜ້າ​ວິຕົກ​ຫລາຍ. ອົງການສະຫະປະຊາຊາດ
ລາຍງານວ່າ ປະມານເຄິ່ງນຶ່ງຂອງຈໍານວນຄົນທັງໝົດທີ່ໄດ້ຮັບຜົນກະທົບ ຫລືເສຍຊີວິດ
ຍ້ອນໄພພິບັດນັ້ນ ແມ່ນພວກເດັກນ້ອຍ ​ແລະປະເມີນວ່າ ພວກເດັກນ້ອຍຈໍານວນຫລາຍ
ເຖິງ 175 ລ້ານຄົນ ມີ​ໂອກາດ​ທີ່​ຈະ​ໄດ້​ຮັບ​ຜົນຖືກກະທົບຈາກໄພພິບັດ ທີ່ມີສາເຫດມາຈາກ
ດິນຟ້າອາກາດ ໃນແຕ່ລະປີ ຊຶ່ງຕົວເລກດັ່ງກ່າວນີ້ກໍ​ຄົງ​ຈະຖີບສູງຂື້ນ ພ້ອມໆ​ກັບທີ່ໄພພິບັດ
ທໍາມະຊາດ ມີເພີ່ມຂື້ນ ແລະຮຸນແຮງຂຶ້ນເລື້ອຍໆ.

ທ່ານນາງ Agnes Chang ທູດສັນວະທະໄມຕີ ສໍາລັບກອງທຶນເດັກຂອງອົງການສະຫະ
ປະຊາຊາດ ກໍາລັງ​ຢູ່​ທີ່ນະຄອນຫລວງໂຕກຽວ ເວລາເກີດແຜ່ນດິນໄຫວ ແລະຄື້ນຟອງຍັກ
ສຸນາມິປະທະຝັ່ງທະເລທາງພາກຕາເວັນອອກສຽງເໜືອ ຂອງຍີ່ປຸ່ນ ເມື່ອວັນທີ່ 11 ເດືອນ ມີນາທີ່ຜ່ານມານີ້.

ທ່ານນາງກ່າວວ່າ ໃນເຂດສາມຕົວເມືອງທີ່ຖືກກະທົບຮ້າຍແຮງທີ່ສຸດ ຄື ເຂດ​ເມືອງ Fuku-
shima, Miyagi ແລະ Iwate ນັ້ນ ມີເດັກນ້ອຍເສຍຊີວິດ 378 ຄົນ ແລະອີກ 191 ຄົນ
ຫາຍສາບສູນ. ທ່ານນາງກ່າວຕື່ມວ່າ ພວກເດັກນ້ອຍສ່ວນຫລາຍລອດ​ຊີວິດ​ມາ​ໄດ້ ​ເພາະວ່າ
ເວລາທີ່ຄື້ນຟອງສຸນາມິປະທະນັ້ນ ພວກເຂົາເຈົ້າກໍາລັງຢູ່ໃນໂຮງຮຽນ. ທ່ານນາງ Chang ກ່າວວ່າ:

“ແຕ່ວ່າດ້ວຍເຫດໃດພວກເດັກນ້ອຍເຫລົ່ານີ້ ຈຶ່ງຖືກຊ່ວຍຊີວິດໄວ້ໄດ້? ພວກເຂົາ
ເຈົ້າລອດຊີວິດໄດ້ຢ່າງໃດ? ຂ້າພະເຈົ້າ
ຄິດວ່າ ຍ້ອນເຫດຜົນສອງປະການ. ປະ
ການທີ່ນຶ່ງ
ແມ່ນ​ຍ້ອນໂຄງສ້າງທີ່ແຂງແຮງປອດໄພຂອງໂຮງຮຽນ ແລະປະການ
ທີສອງ
ກໍ​ແມ່ນ​ຍ້ອນຄວາມຕຽມພ້ອມຂອງໂຮງຮຽນ ກໍຄືພວກໂຮງຮຽນນັ້ນ ໄດ້ກະ
ຕຽມຮັບມືໄວ້ເປັນ
ຢ່າງດີ. ໄດ້​ມີ​ການແຈກຢາຍປື້ມຄູ່ມືໃຫ້ພວກນາຍຄູ ກ່ຽວກັບພື້ນ
ຖານ
ໃນການກະກຽມ ແລະການເຝິກຊ້ອມຮັບມືກັບໄພພິບັດ ແມ່ນຕ້ອງໄດ້ເຮັດ.
ການຊ້ອມອັນສົມເຫດຜົນເພື່ອຮັບມືກັບໄພພິບັດນັ້ນ
ແມ່ນກະທໍາເປັນປະຈໍາຢູ່ຕາມ
ໂຮງຮຽນ ຢູ່ໝົດທຸກໂຮງຮຽນ
ໃນທົ່ວປະ​ເທດຍີ່ປຸ່ນ.”

ຟອງຍັກຊຸນາມິ ພັດເຂົ້າຖະຫລົ່ມເມືອງ Natori, ແຂວງ Miyagi, ຫລັງຈາກເກີດແຜ່ນດິນໄຫວ ໃນພາກຕາເວັນອອກສຽງເໜືອຂອງຍີ່ປຸ່ນ ເມື່ອ ວັນທີ 11 ມີນາ 2011. REUTERS/KYODO

ທີ່ຈິງແລ້ວ ມີພວກເດັກນ້ອຍ
ເສຍຊີວິດບໍ່ຫລາຍປານໃດໃນ
ຍີ່ປຸ່ນ ກໍເນຶ່ອງມາຈາກຄວາມ
ກຽມພ້ອມນັ້ນເອງ ສົມທຽບ
ກັບເຫດແຜ່ນດິນໄຫວທີ່ເມືອງ
ຊີສວນ ປະ​ເທດ​ຈີນ ເມື່ອປີ
2008 ທີ່ສົ່ງຜົນໃຫ້ເດັກນ້ອຍ
ເສຍຊີວິດໄປຫລາຍກວ່າ 9,000
ຄົນ ​ແລະການຕາຍຂອງເດັກ
ເຫລົ່ານີ້ ແມ່ນຖິ້ມໂທດໃສ່ການ
ກໍ່ສ້າງໂຮງຮຽນ ທີ່ບໍ່ແຂງແຮງ
ໜຽວແໜ້ນຕາມມາດຕະຖານ ຢູ່ໃນຂົງເຂດ.

ນາງ Tricia ນັກເຄຶ່ອນໄຫວ
ສາວ​ນ້ອຍ ຊື່ງມາຈາກປະເທດ
ນຶ່ງທີ່ມັກເກີດໄພພິບັດເປັນປະຈໍາ
ກໍຄືປະເທດຟິລິບປິນ ທີ່ປະເຊີນ
ກັບໄພທໍາ​ມະ​ຊາດຕ່າງໆນາໆ
ເປັນຕົ້ນວ່າ ພາຍຸໃຕ້ຝຸ່ນ ແຜ່ນດິນໄຫວ ພາຍຸແຮງ ດິນເຈຶ່ອນ ນໍ້າຖ້ວມກະທັນຫັນ ແລະໄພ
ພິບັດອື່ນໆອີກ. ນາງ Tricia ໄດ້ເຫັນຄວາມເສຍຫາຍ ແລະຄວາມເດືອນຮ້ອນ ທີ່ເປັນຜົນ
ສືບ​ເນື່ອງມາຈາກເຫດການຫາຍະນະທັງຫລາຍເຫລົ່ານັ້ນ.

ນາງ Tricia ບອກພວກຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມໂຕະມົນບັ້ນພິເສດ ພາຍ​ໃຕ້ຫົວ​ຂໍ້ ພວກເດັກນ້ອຍສໍາລັບການຄືນສູ່ສະພາບເດີມ ນັ້ນ​ວ່າ ພວກເດັກນ້ອຍສາມາດ​ເຮັດໄດ້ຫລາຍ ເພື່ອລົດຜ່ອນຄວາມສ່ຽງຕ່າງໆແລະຊ່ວຍຊີວິດ​ໄວ້​ນັ້ນ. ນາງ ຕຣິເຊຍ ກ່າວວ່າ:

“ການສຶກສາເພື່ອລົດຜ່ອນໄພພິບັດນັ້ນຖືວ່າສໍາຄັນ ເພາະ​ມັນກໍ່ໃຫ້ເກີດຄວາມຕື່ນ​
ໂຕກ່ຽວ​ກັບ
ພວກເດັກນ້ອຍ ແລະພວກເດັກນ້ອຍເອງກໍອາດສາມາດມີບົດບາດສູງ
ໃນການລົດຜ່ອນຄວາມ
ສ່ຽງຕໍ່ໄພພິບັດນັ້ນ. ພວກເດັກນ້ອຍແມ່ນຈະຕ້ອງມີຄວາມຮູ້
ກ່ຽວ​ກັບສິ່ງທີ່ຄວນຈະກະທໍາ ແລະຮູ້ວິທີການຮັບມືກັບໄພພິບັດເຫລົ່ານີ້. ພວກເຮົາ
ມີບົດບາດອັນ
ສູງສົ່ງສໍາລັບອະນາຄົດ ແລະພວກເຮົາມີຄວາມຄິດຄວາມເຫັນທີ່ພວກ
ເຮົາ
ຮູ້ສຶກວ່າຄວນຈະຖືກຮັບຟັງ ແລະຂ້າພະເຈົ້າກໍເຊື່ອເຊັ່ນດຽວກັນວ່າ ພວກເຮົາ
ສາມາດ
ເຮັດໄດ້ ຫລາຍກວ່າພວກຜູ້ໃຫຍ່ສາມາດເຮັດໄດ້. ດັ່ງນັ້ນ ຂ້າພະເຈົ້າ
ຫວັງວ່າ ພວກ
ທ່ານທັງໝົດທີ່ມີໜ້າຢູ່ທີ່ນີ້ ໃນມື້ນີ້ ຈະໃຫ້ບຸລິມະສິດແລະຊ່ວຍພວກ
ເດັກນ້ອຍ ແລະເຊັນລົງນາມໃນກົດບັດຂອງເດັກ
ນ້ອຍ ທີ່ ຫ້ຄໍາໝັ້ນສັນຍາຕໍ່ພວກ ເດັກນ້ອຍນັ້ນ.”

ຈຸດສໍາຄັນຕ່າງໆຂອງກົດບັດດັ່ງກ່າວນີ້ ແມ່ນໂຮມທັງຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ໂຮງ
ຮຽນມີຄວາມ​ແຂງ​ແຮງປອດໄພ ຕ້ອງພິທັກປົກປ້ອງພວກເດັກນ້ອຍ ກ່ອນຫລືໃນລະຫວ່າງ
ຫລື​ວ່າ​ຫລັງ​ຈາກເກີດເຫດໄພພິບັດ ຕ້ອງສະໜອງຂໍ້ມູນທີ່ເດັກນ້ອຍຕ້ອງການໃຫ້​ເຂົາ​ເຈົ້າ
ຕ້ອງສ້າງໂຄງລ່າງພື້ນຖານອັນປອດໄພ ແລະຕ້ອງ​ເຮັດ​ໃຫ້ເປັນທີ່ແນ່ນອນວ່າການລົດຜ່ອນ
ຄວາມສ່ຽງຕໍ່ໄພພິບັດນັ້ນ ໄປຮອດໄປເຖິງພວກຄົນທີ່ອ່ອນແອທີ່ສຸດນັ້ນ.