ເດັກຂໍທານ ດົນໃຈ ໃຫ້ຊາຍຄົນໜຶ່ງ ສ້າງໂຮງຮຽນ 206 ຫຼັງ ໃນຫຼາຍໆປະເທດ ຮວມທັງລາວ

ເດັກນ້ອຍໃນຫຼາຍໆ ປະເທດສາມາດໄດ້ຮັບການສຶກສາ ຈາກອົງການ ສໍດຳແຫ່ງຄຳໝັ້ນສັນຍາ ຫຼື Pencils of Promise. (Courtesy Pencils of Promise)

ກ່ອນ​ລາວ​ຈະ​ມີ​ອາຍຸ​ຄົບ 25 ປີ ທ້າວ Adam Braun ​ໄດ້​ມີ​
ແນວ​ຄິດ​ຄວາມ​ຝັນ ໃນ​ສິ່ງ​ທີ່​ລາວ​ຢາກ​ເຮັດ​ໃນ​ຊີວິດ​ຂອງ​ລາວ
​ແລະ ມໍລະດົກ​ທີ່​ລາວ​ຢາກ​ປະ​ໄວ້​ໃນ​ພາຍຫຼັງ. ​ໃນປີ 2008
ທ້າວ Braun ​ໄດ້​ສ້າງ​ຕັ້ງ ອົງການ Pencils of Promise ຫຼື
ສໍດຳ​ແຫ່ງ​ຄຳ​ໝັ້ນສັນຍາ ຊຶ່ງເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນ
ກຳໄລ ຫຼື ທີ່​ລາວມັກ​ເອີ້ນວ່າ “for-purpose” ​ແປ​ວ່າ ​ເພື່ອ​
ຄວາ​ມມຸ່ງ​ໝາຍ ​ຊຶ່ງເປັນ​ອົງການ ທີ່​ຮັບປະກັນ​ໃຫ້​ເດັກນ້ອຍ​
ທຸກໆ​ຄົນ ​ໄດ້​ຮັບ​ການສຶກສາ. ຫົກ​ປີຜ່ານມາ ອົງການ​ຂອງ
ທ້າວ Braun ​ໄດ້​ບັນລຸ​ເກີນ​ຄາດ​ໝາຍ ​ໂດຍ​ມີໂຮງຮຽນ​ໃໝ່
ເປີດ​ຂຶ້ນທຸກໆ 90 ຊົ່ວ​ໂມງ ​ແລະ ມີພວກ​ເດັກນ້ອຍ​ ຢູ່​ໃນ
ອາຟຣິກາ ​ເອ​ເຊຍ ​ແລະອາ​ເມຣິກາ​ລາ​ຕິນ ຫຼາຍກວ່າ 22 ພັນ
ຄົນ ໄດ້ເຂົ້າຮ່ວມໃນໂຄງການນີ້. ຜູ້​ສື່​ຂ່າວ ອີ​ໂອ​ເອ Faiza Elmary ມີລາຍງານກ່ຽວກັບ
ອົງການນີ້ ຊຶ່ງຖືວ່າ​ ເປັນນຶ່ງໃນບັນດາອົງການ ທີ່ບໍ່ຫວັງຜົນກຳໄລໃໝ່ທີ່ໄດ້ຮັບຜົນດີທີ່ສຸດ
ໃນໂລກ ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານເດັກຂໍທານ ດົນໃຈ ໃຫ້ຊາຍຄົນໜຶ່ງ ສ້າງໂຮງຮຽນ 200 ກວ່າ ຫຼັງ.


ມັນ​ເລີ້ມ​ຕົ້ນ​ ​ໃນເວລາ​ທີ່ທ້າວ Adam Braun ​ໄດ້​ໄປ​ຢ້ຽມຢາມ ປະເທດ​ອິນ​ເດຍ ຕອນ​ເປັນ​ນັກ​ສຶກສາ​ວິທະຍາ​ໄລ. ​ມີເດັກນ້ອຍຜູ້​ຊາຍ ຄົນກຳລັງຂໍ​ທານຕາມ​ຖະໜົນ ​ໄດ້​ຍ່າງ​ເຂົ້າໄປ​ຫາແລ້ວ​ຂໍ​ເງິນນຳ​ລາວ. ທ້າວ Braun ​ໄດ້​ຖາມ​ເດັກ​ຄົນ​ນັ້ນວ່າ ​ເຈົ້າ​ຢາກໄດ້ຫຍັງ ຖ້າຫາກ ເຈົ້າສາມາດມີສິ່ງໃດກໍໄດ້ໃນໂລກນີ້​?

ທ້າວ Braun ເວົ້າວ່າ “ຂ້ອຍຄິດ​ວ່າ ຄຳ​ຕອບ​ຕ້ອງ​ແມ່ນ ‘ເຮືອນ’ ຫຼື ‘ລົດ’. ແຕ່ຄຳ​ຕອບ​ຂອງ​ເດັກ​ຄົນ​ນັ້ນ​ແມ່ນ ‘ສໍດຳ’. ສະນັ້ນຂ້ອຍ​ເລີຍ​ເອົາ​ສໍ​ດຳຂອງ​ຂ້ອຍ​ໃຫ້​ເດັກ​ຄົນ​ນັ້ນ ​ແລະລາວ​ດີ​ອົກ​ດີ​ໃຈຫຼາຍ. ຂ້ອຍ​ໄດ້​ຮັບ​ຮູ້​ຈັກວ່າ​ ລາວ​ບໍ່​ເຄີຍ​ໄດ້ໄປ​ໂຮງຮຽນ​ມາ​ກ່ອນ ​ແລະ ນັ້ນ​ແມ່ນ​ຄວາມເປັນຈິງສຳລັບ​ເດັກນ້ອຍ 57 ລ້ານ​ຄົນ ​ໃນ​ທົ່ວ​ໂລກ.”

ຫຼັງຈາກ​ໄດ້​ຮຽນ​ຈົບ​ແລ້ວ ທ້າວ Braun ​ໄດ້​ເລີ້ມ​ເຮັດ​ວຽກ​ໃນ​ດ້ານການ​ເງິນ ​ແລະ ກຳລັງ​ກ້າວ​ເຂົ້າສູ່​ຄວາມ​ສຳ​ເລັດ​ໃນ​ອາຊີ​ບຢູ່​ທີ່ຕະຫລາດຮຸ້ນ Wall Street ຊຶ່ງ​ເປັນສະ​ຖາ​ບັນ​ການ​ເງິນທີ່​ສຳຄັນ​ທີ່​ສຸດ​ຂອງສະຫະ ລັດ​ ຢູ່ໃນ​ນະຄອນ New York ​ແຕ່​ລາວ​ບໍ່​ເຄີຍ​ລືມ​ເດັກ​ນ້ອຍ​ຄົນ​ນັ້ນ​ເລີຍ ​ແລະ ໄດ້​ເປັນ​ຕົວ​ແທນຂອງບັນຫາ​ນັ້ນ.

ເດັກນັກຮຽນເຫຼົ່ານີ້ ກຳລັງຈະໄປໂຮງຮຽນ ຂອງ Pencils of Promise ຢູ່ກົວເຕມາລາ ພຶດສະພາ 2014. (Courtesy Pencils of Promise)


ທ້າວ Braun ​ເວົ້າວ່າ“ພວກ​ເຮົາ​ຢູ່​ໃນ​ໂລກ ​ທີ່​ເດັກ​ນ້ອຍ​
ທຸກໆ​ຄົນ​ ຄວນສາມາດ​ໄດ້​ຮັບ​ການ​ສຶກສາ​ທີ່​ດີ ​ເພາະວ່າ​
ພວກ​ເຮົາ​ມີ​ທຸກສິ່ງ​ທຸກ​ຢ່າງທີ່ຈຳ​ເປັນ​ ພ້ອມພຽງ​ແລ້ວ.
ພວກ​ເຮົາ​ມີ​ຄວາມສາມາດ​ເພື່ອ​ທີ່​ຈະໃຫ້ການ​ສຶກສາ​ແກ່
ເດັກນ້ອຍ​ທຸກໆ​ຄົນ ສະນັ້ນ ຂ້ອຍ​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ຢ່າງ​
ສຸດ​ຂີດ​ ທີ່​ຈະຊ່ອຍສ້າງ​ໂລກນີ້ຂຶ້ນ​.”


​ໂດຍ​ການນຳ​ໃຊ້ສື່​ສັງຄົມ ທ້າວ Braun ​ໄດ້​ແຜ່ກະຈາຍ​ຂ່າວ
ກ່ຽວ​ກັບ​ພາລະກິດ​ຂອງ​ລາວເພື່ອ​ຫາເງິນ​. ລາວ​ໄດ້ລົງທຶນ​ໃນ​
ການ​ກໍ່ສ້າງ​ໂຮງ ຮຽນ​ຂອງ Pencils of Promise ຫຼັງທຳ​ອິດ​
ຢູ່​ໃນ​ລາວເມື່ອ 5 ປີ​ກ່ອນ​. ນັບ​ແຕ່​ນັ້ນມາ ອົງການ​ຂອງ​ລາວ ​ໄດ້​
ຊ່ອຍເຫລືອທາງ​ດ້ານ ​ການ​ເງິນໃຫ້ ແກ່ໂຮງຮຽນ 200 ​ກວ່າແຫ່ງ ​ຢູ່ໃນເຂ​ດຫ່າງ​ໄກ​ສອກ
ຫລີກຕ່າງ​ໆ ຂອງ​ລາວ ຢູ່​ນິກາຣາກົວ ຢູ່ກົວ​ເຕມາລາ ​ແລະ ຢູ່ກາ​ນາ ຕາມ​ລຳດັບ. ຢູ່​ໃນ​ແຕ່ລະ​ປະ​ເທດນັ້ນ ທ້າວ​ Braun ກ່າວ​ວ່າ ອົງການ​ຂອງ​ລາວ ​ເຮັດ​ວຽກຢ່າງໃກ້ຊິດ​ກັບ
ບັນດາກະຊວງ​ສຶກສາທິການຂອງປະເທດນັ້ນໆ.

ທ້າວ Braun ​ເວົ້າວ່າ “ກະຊວງ​ເຫຼົ່ານັ້ນ ​ເປັນ​ຜູ້ໄດ້ອອກ​ຫຼັກສູດ​ທີ່​ມີ​ມາ​ແຕ່​ເດີມ ​ແຕ່​ພວກ​ເຮົາ​ສະໜອງ​ເພີ້​ມ​ຫຼັກສູດໃນ​ດ້ານ​ສຸຂ​ະພິບານ ສຸຂະພາບ ​ແລະ ນ້ຳ ຊຶ່ງ
ເປັນ​ການ​ສອນ​ ໃຫ້​ເດັກນ້ອຍ​ທັງຫຼາຍ​ ໃຊ້​ຊີວິດ​ຢ່າງ​ມີ​ສຸຂະ​ພາບ​ທີ່​ສົມບູນດີ.”


ທ້າວ Braun ກ່າວ​ວ່າ​ Pencils of Promise ຍັງ​ເຮັດ​ວຽກໃກ້ຊິດ​ກັບບັນດາ​ປະຊາ​ຄົມ​ໃນເຂດທ້ອງຖິ່ນ.

ທ້າວ Braun ​ເວົ້າວ່າ​ “ທຸກໆ​ໂຄງການ​ນັ້ນ ແມ່ນ​ມີເອກະ​ລັກສະ​ເພາະ ທີ່ຈະ​ຕ້ອງ​ໄດ້​ສະໜອງ ໃຫ້ ສຳລັບ​ແຕ່ລະ​ປະຊາ​ຄົມ ​ແຕ່​ວ່າ 20 ​ເປີ​ເຊັນ​ຂອງ​ການ​ໃຊ້​ທຶນຮອນ​
ໂດຍ​ສະ​ເລ່ຍ​ແລ້ວ ​ແມ່ນ​ມາ​ຈາກ​ປະຊາ​ຄົມນັ້ນ​ເອງ. ພວກ​ເຮົາ​ຢາກ​ໃຫ້​ບັນດາຄົນ​
ໃນທ້ອງຖິ່ນ ຊ່ອຍ​ເຫຼືອ ຄົນໃນທ້ອງຖິ່ນດ້ວຍກັນ.”


ນາງ Leslie Engle Young ເວົ້າວ່າ “ການ​ລະດົມມວນ​ຊົນເພື່ອ​ເປົ້າໝາຍ​ອັນ​ໜຶ່ງ​
ອັນ​ດຽວ​ຂອງ​ການ​ສຶກສາ ​ແມ່ນ​ເປັນ​ສິ່ງ​ທີ່ເຮັດ​ໃຫ້​ບັນດາປະຊາ​ຄົມ​ເຕົ້າ​ໂຮມເຂົ້າ
ກັນ​ ​ໂດຍ​ທົ່ວ​ໄປ.”


ນາງ Leslie Engle Young ​ແມ່ນ​ຜູ້ອຳນວຍການ ກຳກັບ​ກ່ຽວກັບຜົນ​ດີຂອງ​ Pencils of Promise.

ນາງ Young ເວົ້າວ່າ “ພວກ​ເຮົາ​ໄດ້​ພາກັນ​ເວົ້າດັ່ງ​ນີ້ ‘​ດີແລ້ວ ​ເຮັດ​ວິທີ​ໃດ ​ທີ່​ພວກ​ເຮົາ​ຈະ​ສາມາດ​ເອົາ 20 ​ເປີ​ເຊັນຈາກ​ພວກ​ເຈົ້າ? ພາກສ່ວນ​ຂອງ​ການ​ອອກ​ແຮງ​ງານ​ບ່ອນ​ໃດ ທີ່​ພວກ​ເຈົ້າສາມ​າດ​ເຮັດ​ໄດ້? ອຸປະ​ກອນ​ອັນ​ໃດແດ່ ທີ່​ພວກ​ເຈົ້າສາມາດ​ນຳມາ​ສົມທົບ​ໃສ່​ໃນ​ໂຄງການໄດ້?’ ​ແລະ​ໂດຍ​ຜ່ານ​ການ​ໂອ້​ລົມ​ກັນແບບ​ເປັນກັນ​ເອງ​ແລ້ວ ພວກ​ເຮົາ​ສາມ​າດສ້າງ​ຄວາມ​ຮ່ວມ​ມື​ກັບ​ພວກຄົນ​ເຫຼົ່ານັ້ນ.”

ນາງ Young ກ່າວ​ວ່າ ລາວ​ປະຫຼາດ​ໃຈ​ ກ່ຽວກັບຄຳຄິດ​ຄຳ​ເຫັນຂອງ​ພໍ່​ແມ່ ​ແລະພໍ່​ເຖົ້າ​ແມ່ເຖົ້າ ​ທີ່​ລາວໄດ້​ຮັບ​ທຸກໆເວລາທີ່ມີ​ການ​ກໍ່ສ້າງ​ໂຮງຮຽນ​ໃໝ່​ຂຶ້ນ. ທຸກໆ​ຄົນ​ພ້ອມ​ທີ່​ຈະ​ສະລະເຫື່ອ​ແຮງ ​ແລະຊັບພະ ຍາ​ກອນທັງຫຼາຍ. ພວກ​ເຂົາ ຮູ້ສຶກຕື່ນ​ເຕັ້ນ ທີ່​ຈະ​ໄດ້​ເຫັນ​ພວກ​ລູກ ຫຼານຂອງ​ເຂົາ​ເຈົ້າ ມີ​ໂອກ​າດ​ໄດ້ຮ່ຳຮຽນ.

ນາງ Young ເວົ້າວ່າ “ຂ້ອຍ​ຫາ​ກໍ​ຢູ່​ໃນປະ​ເທດກາ​ນາ ​ເພື່ອ​ພິທີ​ເປີດ​ໂຮງຮຽນ​ອະນຸ
ບານໃໝ່ ຢູ່ປະຊາ​ຄົມຂອງ​ເມືອງນ້ອຍ Likpe ຊຶ່ງແມ່ນ​ຢູ່ໃນ​ພາກ​ເໜືອ​ຂອງເຂດ​
ເມືອງ​ໃຫຍ່ Volta ​ເປັນ​ບ່ອນທີ່​ພວກ​ເຮົາ​ປະຕິບັດການ ໃນ​ກາ​ນາ​ນັ້ນ. ໄດ້ມີຈຳ
ນວນ​ປະມານ ​300 ຄົນນັ່ງອອມ​ກັນຢູ່​ໃນ​ບໍລິ​ເວນ​ ໂຮງຮຽນ​ໃໝ່ດັ່ງກ່າວ. ​ແມ່​ຂອງ​ນັກຮຽນຄົນໜຶງ ຢືນ​ຂຶ້ນ​ແລ້ວ​ກ່າວ​ຕໍ່​ບັນດາ​ນັກຮຽນ​ທັງຫຼາຍວ່າ ‘​ໂຮງຮຽນຫຼັງ
ນີ້​ແມ່ນ​ຂອງ​ພວກ​ເຈົ້າ ພວກ​ເຈົ້າຕ້ອງ​ເຮັດ​ໃຫ້​ມັນ​ດີ​ທີ່​ສຸດ ມັນ​ແມ່ນ​ສິດ​ຂອງພວກ​
ເຈົ້າ ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ສຶກສາ ​ແລະ ບັດ​ນີ້​ມັນ​ແມ່ນ​ໜ້າ​ທີ່​ຂອງ​ພວກ​ເຈົ້າ ທີ່​ຈະໃຊ້​ສິດ​ນີ້ ເພື່ອນຳ​ເອົາ​ຜົນ​ປະ​ໂຫຍດດັ່ງກ່າວ ໃຫ້​ເຫັນ​ຜົນຕໍ່​ໄປ​ໃນອະນາ​ຄົດ.
​ໂຮງຮຽນຫຼັງນີ້​ມັນ​ຍັງ​ບໍ່​ພຽງພໍ. ພວກ​ເຮົາ​ຈະ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ ມັນ​ບໍ່​ເປັນ​ພຽງ​ແຕ່​ຕຶກ​ທໍ່​ນັ້ນ. ນາຍຄູ​ທັງຫຼາຍ ພວກ​ເຈົ້າຕ້ອງ​ມາ​ປະຈຳ​ໜ້າ​ທີ່​ຕາມ​ປົກກະຕິ. ພວກ​ເຈົ້າກຳລັງ​ຈະ​ເຮັດວຽກ​ທີ່​ດີ​. ພວກ​ເຮົາ​ຕ້ອງ​ຊ່ອຍເຫຼືອພວກ​ເຈົ້າເພື່ອເຮັດ​ວຽກ​ທີ່​ດີ​ນີ້.’​ ​ແລະ ​ລາວ​ກຳ​ລັງຮຽກຮ້ອງຢ່າງ​ໜັກ ຈາກ​ຄົນ​ທັງຫຼາຍເຫຼົ່ານັ້ນ ຊຶ່ງ​ມັນ​ດີຫຼາຍ.”


ຄວາມ​ກະຕືລືລົ້ນ​ເຊັ່ນນັ້ນ ມັນໄດ້ດົນ​ບັນດານ​ໃຈທ້າວ Adam Braun ​ໃຫ້​ຂະຫຍາຍ​ອົງການ​ຂອງ​ລາວ ອອກຢ່າງ​ກວ້າງຂວາງ​ ເພື່ອ​ໃຫ້ກາຍ​ລະດັບປະຖົມ​ສຶກສາ.

ທ້າວ Braun ​ເວົ້າວ່າ​ “ສະນັ້ນ ພວກ​ເຮົາ​ໄດ້​ສ້າງ​ເສີມ​ທຶນ​ການ​ສຶກສາຕ່າງໆ ທີ່​ຈະ​ເຮັດ​
ໃຫ້​ພວກ​ເຂົາ​ສາມາດ​ຮຽນ​ຕໍ່​ ເຖິງ​ຂັ້ນມັດທະຍົມ ​ເຊັ່ນ​ດຽວ​ກັນ​ກັບ ​ໃຫ້ການ​ຝຶກ​ອົບ
ຮົມ​ນາຍຄູ​ອີກ​ດ້ວຍ. ພວກ​ເຮົາ​ເອົາ​ໃຈ​ໃສ່​ຢ່າງ​ເຂັ້ມງວດ ​ເພື່ອ​ເຮັດ​ໃຫ້​ແນ່​ໃຈວ່າ
​ໂຄງການ​ທັງຫຼາຍນັ້ນ ບໍ່​ເປັນ​ພຽງ​ແຕ່​ຮູບ​ພາບ​ ທີ່​ເຕັມ​ໄປ​ດ້ວຍຮູບ​ ແລະ​ ວີ​ດີ​ໂອ​
ຂອງ​ເດັກນ້ອຍ​ທັງຫຼາຍ ທີ່​ສວຍ​ງາມ​ທໍ່​ນັ້ນ ​ແຕ່​ພວກ​ເຮົາຕ້ອງ​ໃຫ້​ເຫັນ​ຜົນ​ຕ່າງໆ
ອັນ​ທີ່​ບໍ່​ໜ້າ​ເຊື່ອ​ຢ່າງ​ແທ້ຈິງ ​ໃນ​ຫ້ອງ​ຮຽນ. ​ແລະ​ຖ້າວ່າ ພວກ​ເຮົາ​ບໍ່​ເຫັນ​ຜົນ​ທັງ
ຫຼາຍເຫຼົ່ານັ້ນ ແລ້ວ​ພວກ​ເຮົາ​ຕ້ອງ​ປ່ຽນ​ໂຄງການ​ເຫຼົ່ານັ້ນ​ຂອງ​ພວກ​ເຮົາ. ເພາະສະ
ນັ້ນ ບັນດາເດັກ​ນັກຮຽນ​ຂອງ​ໂຮງຮຽນ Pencils of Promise ຈຶ່ງ​ກ້າວໜ້າຈາກ​
ຊັ້ນທີ 1 ​ໄປ​ຫາ​ຊັ້ນຕໍ່​ໄປ ສອງເທົ່າ ທຽບ​ໃສ່ການສະ​ເລ່ຍ​ແຫ່ງ​ຊາດ.”


ຢູ່​ໃນ​ປື້​ມ​ໃໝ່​ທີ່​ລາວຂຽນ “The Promise of a Pencil” ທ້າວ Braun ​ໄດ້ກ່າວ​ເຖິງ​ເລື່ອງລາວ​ຕ່າງໆ ພ້ອມ​ກັບ​ການ​ສ້າງຕັ້ງອົງການ​ດັ່ງກ່າວ ການ​ຕາມ​ຫາຄວາມຝັນ​ຂອງ​ຕົນ ​ແລະພິສູດ​ໃຫ້​ເຫັນ​ວ່າ​ຄົນ​ທຳ​ມະ​ດາ​ຄົນ​ໜຶ່ງ​ສາມາດ ປ່ຽນ​ແປງ​ຊີ​ວິດ​ຄົນ​ຫຼວງຫຼາຍ ໃນ​ທົ່ວ​ໂລກ ຢ່າງມະຫັດສະຈັນໄດ້​.