ວີດິໂອ ທີ່ຕຳຫຼວດສາຍໃຫ້ເບິ່ງຢູ່ໃນນະຄອນ Charlotte ລັດ North Carolina ໃນວັນ ເສົາວານນີ້ສະແດງໃຫ້ເຫັນວ່າ ໄດ້ມີການປະເຊີນໜ້າກັນຂັ້ນເອົາເປັນເອົາຕາຍ ລະຫວ່າງ ຕຳຫຼວດກັບ ທ້າວ
Keith Lamont Scott ໄວ 43 ປີ ຊາວຜິວດຳ ຊຶ່ງຖືກຍິງຕາຍໃນວັນອັງຄານສັບປະດາ ແລ້ວນີ້ ຊຶ່ງໄດ້ກະຕຸ້ນໃຫ້ມີການກໍ່ຈະລາຈົນຂຶ້ນຢູ່ໃນເມືອງທີ່ໃຫຽ່ທີ່ສຸດຂອງລັດ North Carolina.
ວີດິໂອຈາກທັງສອງກ້ອງ ຄືກ້ອງປະຈຳໂຕແລະກ້ອງຈາກລົດຕຳຫຼວດ ທີ່ປະເຊີນໜ້າກັບ ທ້າວ Scott ນັ້ນ ໄດ້ຖືກເຜີຍແພ່ໃນວັນເສົາວານນີ້ ລຸນຫຼັງການຮຽກຮ້ອງຂອງພວກປະ ທ້ວງໃຫ້ເຜີຍແບຮູບພາບດັ່ງກ່າວຕໍ່ປວງຊົນ.
ຮູບວີດິໂອອັນທີນຶ່ງສະແດງໃຫ້ເຫັນວ່າ ທ້າວ Scott ກຳລັງອອກຈາກລົດຂອງລາວ ແລ້ວ ຫັນໄປທາງຊ້າຍ ຢືນຢູ່ບ່ອນຈອດລົດປະມານ 3 ວິນາທີ ກ່ອນຕຳຫຼວດຈະຍິງລາວແລ້ວ ເຫັນວ່າລົ້ມລົງກັບພື້ນ.
ຮູບວີດິໂອອັນທີສອງ ບໍ່ໄດ້ສະແດງໃຫ້ເຫັນຮູບທ້າວ Scott ກ່ອນລາວຈະລົ້ມລົງພື້ນ. ສຽງ ຂອງວີດິໂອອັນນີ້ ໄດ້ຖືກຕັດອອກໃນຕອນຕົ້ນໆ ປະມານ 23 ວິນາທີ.
ມື້ທີ 5 ຂອງການປະທ້ວງຕ້ານການຍິງຄົນດັ່ງກ່າວສ່ວນໃຫຍ່ແມ່ນເປັນໄປຢ່າງສະຫງົບ ລຸນຫຼັງການເຜີຍແພ່ຮູບພາບວີດິໂອແລ້ວ.
ຄຳຖາມອັນສຳຄັນກ່ຽວກັບການຍິງຂອງຕຳຫຼວດນີ້ກໍຄືວ່າ ທ້າວ Scott ມີປືນບໍ່ ເວລາຕຳ ຫຼວດສັ່ງໃຫ້ລາວອອກມາຈາກລົດຂອງລາວຫັ້ນ. ຄຳຖາມນັ້ນຍັງບໍ່ທັນໄດ້ຮັບຄຳຕອບ ແມ່ນກະທັ່ງເວລາເຜີຍແພ່ຮູບພາບວີດິໂອດັ່ງກ່າວກໍຕາມ ແຕ່ສະແດງໃຫ້ເຫັນວ່າ ທ້າວ Scottອອກຈາກລົດຂອງລາວມາ ແລ້ວຖອຍຫຼັງຊ້າໆອອກໄປ ເວລາຕຳຫຼວດສັ່ງໃຫ້ລາວ ວາງອາວຸດນັ້ນ.
Your browser doesn’t support HTML5
Charlotte Police Release Video of Fatal Shooting of Keith Scott
Your browser doesn’t support HTML5
Charlotte Police Release Dashboard Video of Fatal Shooting of Keith Scott
Your browser doesn’t support HTML5
In Charlotte, Diverse Support for Protests Over Latest Police Shooting Death