ນັກຂ່າວ ໂທລະພາບ CBS ຖືກສັ່ງ ພັກການ ຊົ່ວຄາວ ຫຼັງຈາກ ຖືກກ່າວຫາ ລວນລາມ ທາງເພດ

ນັກຂ່າວໂທລະພາບ CBS ທ່ານ Charlie Rose ວັນທີ 21, 2016.

ໂທລະພາບ CBS ​ໄດ້​ສັ່ງໃຫ້ນັກ​ຂ່າວຜູ້ທີ່​ມີ​ປະສົບ​ການ​ ທ່ານ Charlie Rose ພັກການ
ເປັນ​ເວລາ​ຊົ່ວຄາວ ຫລັງ​ຈາກ​ໜັງສືພິມ Washington Post ​ໄດ້​ລາຍ​ງານ​ໃນ​ວັນ​ຈັນ​
ວານ​ນີ້​ວ່າ ມີ​ແມ່ຍິງ​ແປດ​ຄົນ ​ໄດ້ກ່າວ​ຫາ​ທ່ານວ່າ ລວນລາມທາງ​ເພດ​ທີ່​ບໍ່​ເໝາະ​ສົມ.

​ໂທລະພາບ PBS ​ແລະ​ໂທລະພາບ Bloomberg ​ໄດ້ພາກັນ​ຍົກເລີກໃນການ​ແຈກ​ຢາຍ​ລາຍການ​ສຳ​ພາດ​ຂອງ​ທ່ານ Charlie Rose.

ທ່ານ Rose ປັດຈຸບັນ​ນີ້ ​ເປັນ​ເຈົ້າພາບລາຍ​ການມື້ເຊົ້ານີ້ ຫລື This Morning ຂອງໂທ
ລະພາບ CBS ​ແລະ​ຍັງເປັນຜູ້ລາຍ​ງານ​ໃຫ້ລາຍ​ການ 60 Minutes ນຳດ້ວຍ. ທ່ານ​ແມ່ນ
​ນັກ​ຂ່າວຄົນ​ນຶ່ງ ​ທີ່​ໄດ້​ຮັບ​ກຽດ​ສູງ​ສຸດ​ຂອງ​ປະ​ເທດ.

​ແມ່ຍິງແປດ​ຄົນ ຊຶ່ງທັງ​ໝົດ​ໄດ້​ເຮັດ​ວຽກ​ໃຫ້​ແກ່​ທ່່ານ Rose ຫລືຢາກ​ເຮັດ​ວຽກ ກ່າວ​ຫາ
​ທ່ານວ່າ ​ຈັບບາຍ​ເຂົາ​ເຈົ້າ ຍ່າງປະ​ເປືອຍ​ຢູ່​ຕໍ່ໜ້າ​ເຂົາ​ເຈົ້າ ຫລື​ເວົ້າ​ກ່ຽວ​ກັບການ​ປະ​
ເປືອຍລອຍ​ນໍ້າ.

ທ່ານ Rose ກ່າວ​ຢູ່​ໃນ​ Twitter ວ່າ “ຂ້າພະ​ເຈົ້າ​ຂໍອະ​ໄພ​ໂທດ​ຢ່າງ​ລຶກຊຶ້ງຕໍ່​ການ​ປະພຶດ
ທີ່​ບໍ່​ເໝາະສົມ ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າມີ​ຄວາມ​ລະອາຍຢ່າງ ໃຫຍ່.” ທ່ານ​ໄດ້​ຮັບ​ຮູ້ກ່ຽວກັບການ​ປະ​ພຶດທີ່ເຫັນ​ບໍ່​ເໝາະ​ສົມ ​ແຕ່​ໄດ້​ຂຽນ​ວ່າ ທ່ານ​ບໍ່​ “​ເຊື່ອ​ວ່າ ການ​ກ່າວ​ຫາ
​ທັງ​ໝົດ​ນີ້ ​ຖືກຕ້ອງ.”

ທ່ານ Rose ​ເປັນ​ຜູ້​ມີ​ຊື່​ສຽງ​ຄົນຫລ້າສຸດ ທີ່ສາທາລະຊົນຮູ້ກັນດີ ທີ່ຖືກ​ກ່າວ​ຫາ​ວ່າ ລວນ
​ລາມ​ທາງ​ເພດ.

​ແມ່ຍິງ​ຈາກ​ລັດ Alabama ຜູ້​ທີ່​ໄດ້​ກ່າວ​ຫາ​ ຜູ້ສະໝັກເປັນສະມາຊິກສະພາ​ສູງ ສະຫະ
ລັດທີ່ສັງກັດພັກຣີພັບບລີກັນ ທ່ານ Roy Moore ກ່າວວ່າ ໄດ້​ທໍາການລວນທາງ​ເພດ
ຕໍ່​ນາງ ​ເວລາ​ນາງ​ມີ​ອາຍຸ 14 ປີ ​ແລະ​ທ່ານ​ມີ​ອາຍຸ 32 ປີ ​ກ່າວໃນ​ວັນ​ຈັນ​ວານ​ນີ້ວ່າ ​ນາງ
ໄດ້​ໃຊ້​ເວລາຫລາຍ​ທົດ​ສະ​ວັດ ກ່ອນ​ຈະ​ກັບ​ຄືນ​ມາ​ມີ​ຄວາມ​ຮູ້ສຶກ​ໃນ​ຄວາມ​ເຊື່ອ​ຖື ​ແລະ
​ໝັ້ນ​ໃຈ​ໃນ​ໂຕ​ນາງ​ເອງ.

ນາງ Leigh Corfman ປັດ​ຈຸ​ບັນ​ນີ້​ອາຍຸ 53 ປີ ​ໃນ​ກ່າວ ​ຕໍ່​ລາຍການ Today Show ຂອງໂທລະພາບ NBC ວ່າ ນາງ​ມີ​ອາຍຸໄດ້ “14 ປີ ທີ່​ພະຍາຍາມຫຼິ້ນ ​ຢູ່​ໃນ​ໂລກ​ຂອງຜູ້​
ໃຫຍ່” ​ເວລາ​ທ່ານ Moore ຊຶ່ງຂະນະ​ນັ້ນ​ເປັນ​ໄອ​ຍະ​ການ ​ໄດ້​ເລີ້ມ​ການພົບພໍ້ຂອງ​ເຂົາ
​ເຈົ້າ​ໃນ​ປີ 1979.

ນາງ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄາດຫວັງ​ຢາກ​ໄດ້​ທຽນ​ໄຂ ​ແລະ​ດອກ​ກຸຫລາບ ​ແຕ່ອັນ​ທີ່​ຂ້າພະ
​ເຈົ້າ​ໄດ້​ນັ້ນ​ມີ​ຄວາມ​ແຕກ​ຕ່າງ. ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ຜິດ. ຂ້າພະ​ເຈົ້າ​ມີຄວາ​ມຮູ້ສຶກ​ວ່າ
ຂ້າພະ​ເຈົ້າ​ເປັນ​ຜູ້​ທີ່​ຖືກ​ຖີ້ມ​ໂທດ​ໃສ່. ​ມັນ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ ກ່ອນທີ່​ຂ້າ​ພະເຈົ້າ​ໄດ້ປະປ່ອຍ ​ເລື່ອງ​ດັ່ງກ່າວ​ນັ້ນ​ໄປ.”

ນາງ Corfman ກ່າວ​ວ່າ ນາງ "ບໍ່​ສົມ​ຄວາມ​ທີ່ໃຫ້ຜູ້​ຊາຍອາຍຸ 32 ປີ ຫລອກ​ລໍ້” ນາງ.

ນາງ Corfman ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ພົບ​ລາວ​ຢູ່​ອ້ອມແອ້ມ​ເຮືອນ​ຂອງ​ຂ້າ ພະ​ເຈົ້າ
​ແມ່​ຂອງ​ຂອງ​ຂ້າພ​ະເຈົ້າບໍ່​ຮູ້​ເລື່ອງ​ນີ້ ​ແລະລາວໄດ້​ພາ​ຂ້າພ​ເຈົ້າ​ໄປ​ທີ່ ເຮືອນ​ຂອງ​ລາວ​.
ຫລັງ​ຈາກ​ມາ​ເຖິງ​ເຮືອນ​ຂອງ​ລາວ​ເປັນ​ເທື່ອ​ທີ​ສອງ ທີ່​ໄດ້​ໄປ​ກັບ​ລາວ ລາວ​ໄດ້​ປູ​ຜ້າ​ຫົ່ມ
​ຈຳນວນ​ນຶ່ງ​ລົງ​ພື້ນ​ໃນ​ຫ້ອງ​ເຮືອນ​ຂອງ​ລາວ​ແລະ​ໄດ້​ຊັກຊວນເກ້ຍກ່ອມ​ຂ້າພະ​ເຈົ້າ ໃນ
ອັນ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ທ່ານຄົງຈະ​ຮູ້.” ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Sexual Misconduct React