ບັນດາຜູ້ໄປສວດມົນພາວະນາຢູ່ໂບດ ໄດ້ພາກັນກັບຄືນມາຍັງ
ໂບດທີ່ຖືກໂຈມຕີຢູ່ລັດ South Carolina ທາງພາກຕາເວັນ
ອອກສຽງໃຕ້ ຂອງສະຫະລັດ ໃນວັນອາທິດວານນີ້ ເພື່ອຮ່ວມ
ໃນພິທີທາງສາສະໜາ ຄັ້ງທຳອິດ ນັບຕັ້ງແຕ່ ມືປືນຄົນຜິວຂາວ
ຄົນນຶ່ງ ໄດ້ຍິງສັງຫານ ກຸ່ມພວກຮຽນພະຄຳພີ Bible ຢູ່ໂບດ
ປະຫວັດສາດແຫ່ງນັ້ນ ຂອງຊາວອາເມຣິກັນ ເຊື້ອສາຍອາຟຣິກາ
ເມື່ອອາທິດແລ້ວນີ້.
ຄຸນພໍ່ Norvel Goff ນັກບວດຮັບເຊີນ ໄດ້ທຳໜ້າທີ່ແທນ ຄຸນພໍ່
ຂອງໂບດ Emanuel AME ໃນເມືອງ Charleston ດ້ວຍນ້ຳ
ສຽງທີ່ດັງກ້ອງໂບດ. ຄຸນພໍ່ Clementa Pinckney ແມ່ນຮວມ
ຢູ່ໃນ 9 ຄົນ ທີ່ຖືກສັງຫານ ເມື່ອວັນພຸດຜ່ານມາ ໃນອັນທີ່ ຕຳຫຼວດກຳລັງສືບສວນ
ສອບສວນ ໃນຖານະເປັນຄະດີກໍ່ອາຊະຍາກຳຍ້ອນຄວາມກຽດຊັງ.
Charleston Church Reopens
ຄຸນພໍ່ Goff ໄດ້ຮຽກຮ້ອງຝຸງຊົນ ຫຼາຍຮ້ອຍຄົນ ໃຫ້ເພິ່ງພາ ພະຜູ້ເປັນເຈົ້າ ໃນຂະນະທີ່
ເຂົາເຈົ້າມີຄວາມໂສກເສົ້າເສຍໃຈຢູ່ນັ້ນ.
ບັນດາ ພວກທີ່ມາຢ້ຽມຢາມ ຈາກເມືອງ Charleston ແລະໄກອອກໄປ ຮອດລັດ
California ໄດ້ເຂົ້າໄປແອອັດກັນຢູ່ໃນໂບດ ຢ່າງໜາແໜ້ນ. ໃນລະຫວ່າງພິທີທາງ
ສາສະໜາ ບັນດາອາສາສະໝັກໄດ້ຢາຍນ້ຳດື່ມ ແລະ ພັດວີ ໃຫ້ແກ່ຜູ້ເຂົ້າຮ່ວມພິທີ
ໃນຂະນະທີ່ອຸນຫະພູມ ຢູ່ພາຍໃນໂບດນັ້ນ ພຸ້ງສູງຂຶ້ນ ພາຍໃຕ້ຄວາມອົບເອົ້າ ຂອງ
ລະດູຮ້ອນ.
ປະຊາຊົນພາກັນຮ້ອງເພງ ຢູ່ນອກໂບດ Emanuel AME:
Your browser doesn’t support HTML5
Group Sings Outside Charleston Church
ໂບດຕ່າງໆຢູ່ ໃນເມືອງ Charleston ໄດ້ຕີລະຄັງຂອງພວກຕົນ ໃຫ້ເປັນສຽງດຽວພ້ອມພຽງກັນ ກ່ອນໜ້າ ພິທີໄຫວ້ພະຮ່ວມກັນຢູ່ໃນເມືອງນັ້ນ. ຕໍ່ມາໃນຕອນຄ່ຳວັນອາທິດ ບັນດາຜູ້ຈັດງານ ໄດ້ຮຽກຮ້ອງ ຫຼາຍພັນຄົນ ໃຫ້ຈັບມືຕໍ່ກັນຢູ່ເທິງ ຂົວ Arthur Ravenel Jr. ທີ່ເຊື່ອມຕໍ່ ໃຈກາງເມືອງ Charleston ກັບເມືອງ Mount Pleasant ທີ່ຢູ່ອີກຟາກໜຶ່ງຂອງຂົວ ໃນການສະແດງເຖິງ ຄວາມສາມັກຄີກັນ ອີກຄັ້ງນຶ່ງ.
Your browser doesn’t support HTML5
First service at Emanuel AME since the shooting
Your browser doesn’t support HTML5
US Shooting