9 ຄົນ ເສຍຊີວິດ ໃນການຍິງສັງຫານ ຢູ່ໂບດປະຫວັດສາດ ໃນພາກໃຕ້ ສຫລ

ການຕາມລ່າຍັງດຳເນີນຢູ່ຕໍ່ມາທີ່ເມືອງ Charleston ລັດ South
Carolina ຫາໂຕມືປືນທີ່ໄດ້ຍິງສັງຫານ 9 ຄົນ ທີ່ໂບດອາເມຣິກັນ
ເຊື້ອສາຍອາຟຣິກາແຫ່ງ ນຶ່ງ ທີ່ມີຄວາມສຳຄັນທາງປະຫວັດສາດ
ໃນແລງວັນພຸດວານນີ້ໃນການໂຈມຕີທີ່ຕຳຫລວດກຳລັງສືບສວນ
ວ່າ ເປັນອາຊະຍາກຳທີ່ພົວພັນກັບເລື້ອງຜິວພັນນັ້ນ.

ທ່ານ Greg Mullen ຜູ້ບັນຊາການຕຳຫຼວດໃນເມືອງ Charles-
ton ກ່າວຕໍ່ພວກນັກຂ່າວ ໃນເຊົ້າວັນພະຫັດ ມື້ນີ້ວ່າ ຜູ້ຊາຍຜິວ
ຂາວຄົນນຶ່ງ ອາຍຸປະມານ 20 ປີກວ່າໆ ໄດ້ຍ່າງເຂົ້າໄປໃນໂບດ
Emanuel African Methodist Episcopal ໃນລະຫວ່າງພິທີ
ສວດມົນພາວະນາປະຈຳອາທິດ ແລະເລີ້ມຍິງປືນສາດເຂົ້າໃສ່ຜູ້
ຄົນ. ທ່ານ Mullen ເວົ້າວ່າ ມີ 8 ຄົນຕາຍຄາທີ່ຢູ່ໂບດໃນຂະນະທີ່ອີກຄົນນຶ່ງ ໄປເສຍຊີວິດ ຢູ່ໂຮງໝໍ. ເຈົ້າໜ້າທີ່ໄດ້ແຈກຢາຍໃບປິວ ທີ່ມີຮູບຂອງຜູ້ທີ່ສົງໄສວ່າ ເປັນມືປືນ ຂະນະທີ່ຜູ້ ກ່ຽວຍ່າງເຂົ້າໄປໃນໂບດ.

Emanuel African Methodist Episcopal (AME) Church, Charleston, South Carolina

ລາຍງານຂ່າວແຈ້ງວ່າ ພະປະຈຳໂບດ Clementa Pinckney ທີ່ເປັນສະມາຊິກສະພາ ສູງຂອງລັດ South Carolina ນັ້ນ ແມ່ນຮວມຢູ່ໃນບັນດາພວກທີ່ເສຍຊີວິດຄັ້ງນີ້. ນອກ
ນັ້ນ ຍັງມີຫລາຍໆຄົນໄດ້ຮັບບາດເຈັບໃນເຫດຍິງສັງຫານທີ່ຜູ້ບັນຊາການ Mullen ເອີ້ນ
ວ່າ “ຍາກທີ່ຈະຢັ່ງຮູ້ຫຼືເຂົ້າໃຈໄດ້.”

Your browser doesn’t support HTML5

US Chuch Shooting

ທ່ານ Mullen ເວົ້າວ່າ ຜູ້ຕ້ອງສົງໄສເຊື່ອວ່າເປັນໄພອັນຕະລາຍຮ້າຍແຮງ. ທ່ານກ່າວວ່າ ການຍິງສັງຫານໃນຄັ້ງນີ້ຖືວ່າເປັນອາຊະຍາກຳທີ່ພົວພັນກັບຜິວພັນແລະເຈົ້າໜ້າທີ່ຂອງ ອົງການສັນຕິບານກາງສະຫະລັດກຳລັງໃຫ້ການຊ່ອຍເຫລືອໃນການສືບສວນ.

ຕຳຫຼວດໄດ້ຖືກບັງຄັບໃຫ້ຍົກຍ້າຍຜູ້ຄົນອອກໄປຈາກບໍລິເວນອ້ອມແອ້ມໂບດຫຼັງຈາກໄດ້ ຮັບການຂົ່ມຂູ່ກ່ຽວກັບລະເບີດ. ການຂົ່ມຂູ່ດັ່ງກ່າວໄດ້ຖືກຍົກເລີກໃນເວລາຕໍ່ມາ.

ທ່ານ Joseph Riley ເຈົ້າຄອງກຳແພງເມືອງ Charleston ເອີ້ນການຍິງສັງຫານໃນຄັ້ງ ນີ້ວ່າ “ເປັນໂສກນາດຕະກຳທີ່ໜ້າຢ້ານຈົນບໍ່ສາມາດບັນລະຍາຍເປັນຄຳເວົ້າໄດ້ແລະໜ້າ
ສະຫຼົດໃຈເປັນທີ່ສຸດ.”

ທ່ານກ່າວວ່າ “ທີ່ໂບດປະຫວັດສາດ Emanuel AME ຊຶ່ງເປັນໂບດແມ່ຂອງໂບດ AME ທັງຫລາຍນັ້ນ ມີຜູ້ຄົນໄປສວດມົນພາວະນາໃນຕອນແລງວັນພຸດ ຊຶ່ງເປັນພິທີທີ່ຜູ້ຄົນໄປ
ເຕົ້າໂຮມກັນສວດມົນພາວະນາແລະປະຕິບັດສາສະໜາກິດຕໍ່ພະຜູ້ເປັນເຈົ້າແຕ່ມີບຸກຄົນ ທີ່ໜ້າຢ້ານກົວເຂົ້າມາແລະຍິງປືນສາດໃສ່ເຂົາ ເຈົ້ານັ້ນ ແມ່ນຍາກທີ່ຈະອະທິບາຍໄດ້ຈະ
ແຈ້ງແມ່ນເປັນການກະທຳທີ່ບໍ່ມີການ ໂຍະຍານຜ່ອນຜັນ ແລະບໍ່ໜ້າເຊື່ອວ່າເປັນໄປໄດ້.”

Your browser doesn’t support HTML5

Nine Dead in Shooting at Historic Black Church in Southern US