ອະດີດນາງສັງຂານ ນະຄອນຫຼວງພະບາງ ສອນພາສາອັງກິດ ທີ່ຍີ່ປຸ່ນ

ຈັນສະນິດຕາ (ກາງ) ລູກບ້ານຫລານເມືອງ ນະຄອນຫລວງພະບາງ ເປັນຄູສອນພາສາອັງກິດ ທີ່ເມືອງ Ogaki ແຂວງ Gifu ປະເທດຍີ່ປຸ່ນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະນຳພາ
ທ່ານ ໄປ​ຢ້ຽມ​ຢາມ​ຖາມ​ຂ່າວ ນາງຈັນ​ສະ​ນິ​ດຕາ ອິນ​ທະ​
ວົງ ລູກ​ບ້ານ​ຫລານ​ເມືອງ ນະ​ຄອນ​ຫລວງ​ພະ​ບາງ​ ເມືອງ
ມໍລະດົກໂລກ ທີ່ຖືກຈັດເປັນແຫລ່ງທ່ອງທ່ຽວ ທີ່ໄດ້ຮັບ
ຄວາມນິຍົມສູງ ອັນດັບສອງຂອງໂລກ. ແຕ່ເປັນຫຍັງ
ຈັນສະນິດຕາ ຈຶ່ງໄດ້ຕັດສິນໃຈ ຍົກຍ້າຍໄປຢູ່ ເມືອງ
Ogaki ແຂວງ Gifu-Ken ປະເທດຍີ່ປຸ່ນ ຄວາມເປັນ
ມາມີດັ່ງນີ້.


ຈັນສະນິດຕາ ອິນທະວົງ ນາງສັງຂານ ປີ 1995


ຈັນ​ສະ​ນິດ​ຕາ ເປັນອະດີດ​ນາງ​ສັງຂານ ປີ 1995 ​ແລະ
ອ​ະດີດ​ເລຂານຸການ ປະຈຳສຳນັກງານ ຜູ້ຕາງໜ້າ ສະ
ຫະພາບຢູໂຣບ ຫລື EU ທີ່​ນະຄອນ ຫລວງ​ວຽງ​ຈັນ.
ຈັນສະ​ນິດ​ຕາ ​ໄດ້​ແຕ່ງງານ​ກັບຄົນ ​ອາ​ເມຣິກັນ ຫລັງ​
ຈາກ​ນັ້ນ ນາງ​ ​ແລະ ສາມີໄດ້ເດີນທາງ​ໄປເປັນນາຍ​ຄູ
​ສອນພາ​ສາ​ອັງ​ກິດ ທີ່​ໂຮງ​ຮ​ຽນອະ​ນຸ​ບານ ເມືອງ Ogaki
ແຂວງ Gifu-Ken ຕັ້ງ​ຢູ່​ພາກ​ກາງຂອງ ປະ​ເທດ ຍີ່​ປຸ່ນ
​ຫ່າງ​ຈາກ ນະຄອນຫລວງ Tokyo 241 ​ໄມ​ລ ຫລືປະ
ມານ 387 ກິ​ໂລ​ແ​ມັດ. ແຂວງ Gifu-Ken ບໍ່​ມີ​ທາງ​
ອອກ​ສູ່​ທະ​ເລ ແຕ່ມີ​ບົດບາດ​ທາງ​ດ້ານ​ປະຫວັດສາດ
​ແລະ ​ຢູ່ຕິດກັບເມືອງ Nagoya ​ເມືອງ​ໃຫຍ່​ສໍາ ຄັນ
ແຫ່ງນຶ່ງ ຍີ່ປຸ່ນ. ​

ເມືອງ Gifu ຕັ້ງຢູ່ໃກ້ ຈຸດແດງ ພາກກາງ

ທ່ານຜູ້​ຟັງ​ລອງວາດ​ພາບ​ເບິ່ງດຸ​ວ່າ ຖ້າແມ່ນ​ໂຕ​ທ່ານເອງ
ໄດ້​ຖືກຍົກ ຍ້າຍຈາກ​ບ້ານ​ເກີດ​ເມືອງ​ນອນ ມາຕັ້ງ​ຊີວິດ​
ໃໝ່ ຢູ່​ແຫ່ງ​ໃດ ແຫ່ງ​ນຶ່ງ​ໃນໂລ​ກ ທີ່ມີ​ຄ​ວ​າມ​ແຕກ​ຕ່າງທາງ​
ດ້ານ​ພາ​ສາ ສາສະໜາ ​ຂະ​ນົບ​ທຳ​ນຽມ ​ສັງ​ຄົມຊີວິດ ແລະ
ການ​ຢູ່​ກິນ​ເວລາ​ນັ້ນທ່ານ​ຈະ​ຄິດຢ່າງ​ໃດ ​ແລະ ຈະ​ມີຄວາມ
ສາມາດ ປ​ະ​ເຊີນ​ໜ້າ​ກັບ​ສິ່ງ​ແວດລ້ອມ​ໃໝ່ຢ່າງ​ໃດ ເໝືອນ
ດັ່ງ ຈັນ​ສະ​ນິດ​ຕາ ນີ້ໄດ້​ບໍ່. ແຂວງ Gifu-Ken ​ແຫ່ງ​ນີ້​ມີແຕ່
ຈັນສະ​ນິດ​ຕາ ພ້ອມ​ດ້ວຍ​ລູກ​ເທົ່າ​ນັ້ນທີ່​ເປັນ​ຄົນ​ລາວ ບໍ່​ມີ​
ໂອກາດ​ໄດ້ໃຊ້​ພາສາ​ລາວ ກັບ​ຄົນ​ທົ່ວ​ໆໄປ ແຕ່ວ່າ ຈັນ​ສະ
​ນິດ​ຕາ ​ພະຍາຍາມ​ໂອ້​ລົມ​ກັບ​ລູກໆ​ ​ເພື່ອ​ເປັນການ​ສິດສອນ
ບໍ່​ໃຫ້​ລືມໃນຂະນະ​ທີ່ ຢູ່ປະ​ປົນ​ກັບພົນລະ​ເມືອງ Gifu-Ken ປະມານ 4 ລ້ານ 1​ ແສນ 3 ໝື່ນຄົນ​.

ກ່ອນ​ເດີນທາງ​ໄປຍັງ​ະເມືອງ Ogaki ແຂວງ Gifu-Ken ​ນັ້ນ ຊີວິດ ຈັນ​ສະ​ນິດ​ຕາ ແມ່ນ
ອ້ອມ​ລ້ອມໄປດ້ວຍພໍ່​ແມ່ຍາດຕິ​ພີ່ນ້ອງ ເພື່ອນຝູງຢ່າງໃກ້​ຊິດ ​ແລະການ​ສະຫລອງ​ບຸນ
​ຕ່າງໆ ຕາມ​ຮີດຄອງ​ປະ​ເພນີ​ລາວຢູ່​ໃນເມືອງມໍລະດົກໂລກ ນັ້ນ. ບັດນີ້ ຈັນ​ສະ​ນິດ​ຕາ
ຕ້ອງ​ຮຽນຮູ້​ ​ແລະ​ ປັບ​ໂຕໃຫ້​ເຂົ້າກັບ​ ສິ່ງແວດ​ລ້ອມ​ໃໝ່ ນາງໄດ້ເລົ່າ​ຊີ​ວິດ ການເປັນ​ຢູ່
ສູ່ ວີ​ໂອ​ເອ ຟັງວ່າ :

ແຂວງ Gifu ປົກຄຸມໄປດ້ວຍ ຫິມະ ຂອງລະດູໜາວ


Your browser doesn’t support HTML5

ຟັງການສຳພາດ ນາງຈັນສະນິດຕາ ອິນທະວົງ


ຈັນສະ​ນິດ​ຕາ ​ມີ​ຄວາມ​ສົນ​ໃຈ​ຮຽນ​ພາສາ​ອັງກິດຫລາຍ ແລະໄດ້
ຝຶກຝົນດ້ວຍ​ຕົນ​ເອງ ແລະ​ເຄີຍ​ໄດ້​ສິດສອນເດັກນ້ອຍລາວ ຢູ່​ທີ່
ນະຄອນຫລວງ​ພະ​ບາ​ງ ກ່ອນ​ໜ້າ ຄອບຄົວ ຈັນ​ສະນິດຕາ ໂດຍ
​ແມ່ນ ປ້າ​ຈັນ​ສະ​ຫ​ວ່າງ ເປັນ​ຜູ້​ກໍ່​ຕັ້ງ​ໂຮງ​ຮຽນ​ນາໆ​ຊາດຂື້ນ​ແຫ່ງ​ທຳ​ອິດ ໃນ​ເມືອງ​ຫ​ລວງ
​ພະ​ບາງ ​ແລະ ຈັນ​ສະ​ນິດ​ຕາ ໄດ້​ເປັນຜູ້ອຳ​ນວຍ​ການ ແລະບໍລິຫານໂຮງ​ຮຽນ. ເວ​ລາ​ນີ້​ມີນ​າຍ​ຄູນາໆ​ຊາດ​ມາ​ຊ່ວຍ​ສອນ. ຈັນສະ​ນິດຕາ ໄດ້ເລົ່າ​ຊີວິດສາເຫດ​ທີ່​ໄດ້​ນໍາ​ພາ​ນາງ
​ແລະຄອບຄົວມາ​ຕົກ​ຢູ່​ເມືອງ Ogaki ແຂວງ Gifu-kenດັ່ງນີ້ :

ຈັນສະນິດຕາ ແລະ ລູກຊາຍ


Your browser doesn’t support HTML5

ຟັງການສໍພາດ ຈັນສະນິດຕາ ອິນທະວົງ


ປັດ​ຈຸ​ບັນ​ນີ້ ຈັນສາ​ນິດ​ຕາ ສອນ​ພາສາ​ອັງກິດ ​ໃຫ້​ແກ່ເດັກນ້ອຍ
ຊັ້ນ ອະ​ນຸບານ ຈາກ 10:00 ​ໂມງ​ເຊົ້າ​ ຫາ 5:00 ຕອນ​ແລງ ຫ້າ​
ມື້​ຕໍ່​ອາທິດ ຈັນ​ສະ​ນິດ​ຕາ ມັກ​ຮັກ​ໜ້າ​ທີ່​ວຽກ​ງານ ​ແລະ ​ໄດ້​ກ່າວ
​ຕໍ່ ວີ​ໂອ​ເອ ຕື່ມອີກ​ວ່າ :

ພູເຂົາ Fuji ທີ່ມີຊື່ສຽງຂອງ ຍີ່ປຸ່ນ ປົກຄຸມໄປດ້ວຍຫິມະ


Your browser doesn’t support HTML5

ຟັງການສຳພາດ ນາງຈັນສະນິດຕາ ອິນທະວົງ


ຈັນ​ສະ​ນິດ​ຕາ ​ເປັນ​ສະຕີ​ລາວ ​ຂອງ​ສັດຕະວັດ ທີ​ 21 ມີ​ຄວາ​ມ
ກ້າຫານ ​ເປັນ​ເອກ​ກະ​ລາດ​ຕົນ​ເອງ ​ແລະ ສະ​ແຫວ​ງຫາ​ຄວາມ​
ຢາກ​ເຫັນ ​ໂລກ​ພາຍ​ນອກ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຈັນ​ສະ​ນິດ​ຕາ ກ່າວ
​ວ່າ ນາງ​ຍັງຄິດ​ຮອດ ນະ​ຄອນ​ຫລວງ ພະ​ບາງ ​ຢູ່​ສະ​ເມີ ແລະໃນ​ຂະ​ນະ​ດຽວ​ກັນ ນາງກໍ​ໄດ້​
ສ້າງ​ຄວາມຮັກ​ແພງ​ລຶ້ງ​ເຄີຍ​ກັບ ຊາວຍີ່ປຸ່ນ ຜູ້​ມີ​ນໍ້າ​ ໃຈ​ໄມ​ຕີ​ຈິດອັນດີ. ຈັນ​ສະ​ນິດ​ຕາ ຈະ​ພາ​
ລູກໆ​ກັບ​ເມືອ​ຢາ​ມ​ເມືອງ​ລາວ ​ໃນ​ອາ​ຄົດ​ອັນ​ໃກ້ໆ​ນີ້.