ຮອງເຈົ້າອາວາດ ວັດລາວພຸດທະວົງ ໄດ້ຮັບປລິນຍາບັດກຽດຕິຄຸນ ຈາກມະຫາວິທະຍາໄລສົງໄທ

  • ໄພສານ ວໍຣະຈັກ

ພະມະຫາອາຈານຈັນດາພອນ ຈັກກະວາໂຣ ຮອງເຈົ້າອາວາດວັດລາວພຸດທະວົງໃນເຂດນະຄອນຫຼວງວໍຊິງຕັນ ໄດ້ຮັບປລິນຍາບັດກຽດຕິຄຸນດຸສະດີບັນດິດກິດຕິມະສັກ ສາຂາພຸດທະສາສະໜາ ຈາກມະຫາວິທະຍາໄລສົງໄທ (1 ພຶດສະພາ 2011)

ເມື່ອໄວໆມານີ້ ພະອາຈານມະຫາຈັນດາພອນ ຈັກກະວາໂຣ ຮອງເຈົ້າອະທິການວັດລາວພຸດ ທະວົງໃນຂົງເຂດນະຄອນຫຼວງວໍຊິງຕັນໄດ້ຮັບປລິນຍາບັດກຽດຕິຄຸນດຸດສະດີບັນດິດກິດຕິມະ ສັກຈາກມະຫາວິທະຍາໄລຈຸລາລົງກອນ ມະຫາຣາດຊະວິທະຍາໄລສົງທີ່ບາງກອກ ປະເທດ ໄທ.

ເມື່ອ​ວັນ​ທີ 1 ພຶດສະພາ​ຜ່ານ​ມານີ້ທາງ​ມະຫາວິທຍະໄລ​ຈຸລາ​ລົງ​ກອນຣາດຊະ​ວິທະຍາ​ໄລ​
ສົງ​ທີ່​ບາງກອກ​ ປະ​ເທດ​ໄທ ໄດ້​ມອບ​ປລິນ​ຍາ​ບັດ​ກຽດຕິຄຸນ​ດຸ​ສະ​ດີ​ບັນດິດ​ກິດ​ຕິ​ມະ​ສັກ ຫຼື
ປລິນ​ຍາ​ເອກ​ກິດ​ຕິ​ມະ​ສັກ ສາຂາ​ພຸດທະສາສະໜາ ​ໃຫ້​ແກ່​ພະ​ມະຫາ​ອາຈານ ​ຈັນ​ດາ​ພອນ
ຈັກກະວາ​ໂຣ ຮອງ​ເຈົ້າອາວາດວັດ​ລາວ​ພຸດທະວົງ ​ໃນ​ຂົງ​ເຂດ​ນະຄອນຫຼວງວໍ​ຊິງ​ຕັນພ້ອມ
ທັງ​ເປັນ​ປະທານອຳນວຍ​ການ​ບໍລິຫານຂອງ​ຄະນະ​ສົງ​ລາວ​ໃນ​ສະຫະລັດ ​ແລະເປັນຜູ້ກຳກັບ
ປະສານ​ງານ ໃນ​ໂຄງການ​ສ້າງ​ວັດ​ລາວພຸດທະ​ຄະ​ຍານາໆ​ຊາດ ນຳ​ດ້ວຍ​ນັ້ນ ​ແມ່ນໄດ້ສ້າງ​
ຄວາມ​ຊື່ນ​ຊົມຍິນ​ດີ​ໃຫ້​ແກ່​ປະຊາ​ຄົມ​ລາວ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຢູ່​ໃນ​ສະຫະລັດຕະຫຼອດ
ທັງ​ເປັນ​ແຮງ​ກະຕຸກຊຸກຍູ້​ໃນ​ການ​ເຜີຍ​ແຜ່​ພະ​ພຸດທະສາສະໜາ​ຂອງ​ລາວ​ ຢູ່​ໃນ​ຕ່າງ​ແດນ​ນຳ​
ດ້ວຍ.

ດຣ ພະ​ອາຈານ​ມະຫາ​ຈັນ​ດາ​ພອນ​ມີ​ພູມລຳ​ເນົາ​ເດີມ​ຈາກ​ບ້ານ​ຕານ​ເທິງ​ໃນ​ເຂດ​ເມືອງ​ເຊບັ້ງ​
ໄຟ​ໃນ​ສະ​ໄໝ​ນັ້ນຫຼື​ເມືອງ​ໜອງ​ບົກ​ໃນ​ປັດຈຸບັນ ໄດ້​ບວດ​ເຂົ້າມາ​ໃນ​ບໍວອນ​ພຸດທະ​ສາສະໜາ ​
ຂະນະ​ທີ່​ມີ​ອ​າຍຸ 7 ປີ ຫຼັງຈາກ​ມານ​ດາ​ຂອງ​ເພິ່ນ​ໄດ້​ເສຍ​ຊີວິດ.

// ສຽງ //

ດຣ ພະ​ອາຈານ​ມະຫາ​ຈັນ​ດາ​ພອນ ​ເວົ້າວ່າ ລຸນຫຼັງ​ທີ່​ໄດ້ຮຽນ​ຈົບ​ທຳ​ຕີ​ທີ່​ບ້ານ​ໜອງລີ​ແລ້ວ​
ກໍ​ໄດ້​ມາ​ຮຽນ​ທຳ​ໂທ​ຕໍ່​ ທີ່​ບ້ານ​ຕານ​ເທິງ ແລະ​ຫຼັງຈາກໄດ້​ມາ​ຮຽນ ​ມະຫາ​ສາມ​ປະ​ໂຫຍ​ກທີ່​
ວັດ​ນັນ​ທະ​ຄາມ​ແຂວງ​ຄຳ​ມ່ວນ​ໂດຍ​ມີ​ຍາ​ທ່ານ​ຄຳ​ພາ​ເປັນ​ເຈົ້າຄະນະເມືອງ​ເປັນຜູ້​ດູ​ແລແລະ​
ມີ​ອາຈານ​ຄຳ​ແດງ​ ເປັນ​ພໍ່​ອຸບປະຖຳ​ຄໍ້າຊູ. ດຣ ພະ​ອາຈານ​ມະຫາ​ຈັນ​ພອນ ​ໄດ້​ຕິດຕາມພໍ່
ລ້ຽງ ຄື​ອາຈານ​ຄຳ​ແດງ​ໄປຢູ່ທີ່​ວັດ​ໄຊ​ຍະ​ຣັດຕະນະຣັງສີຫຼືວັດ​ທົ່ງ​ສະຫວັນ​ນະ​ເຂດ ຊຶ່ງ​ຢູ່​ທີ່​
ວັດ​ດັ່ງກ່າວ​ນີ້ ​ເພິ່ນ​ກໍ​ໄດ້​ຮຽນ​ຈົບ​ມະຫາ​ປະ​ໂຫຍ​ກສີ່ ຫ້າ ​ແລະ​ຫົກ ແລະ​ຫຼັງຈາກ​ນັ້ນກໍ​ໄດ້
ໄປ​ຮຽນ​ພາສາ​ປາລີ​ຕໍ່​ທີ່​ວັດ​ພະທາດ​ພະນົມ​ມະຫາ​ວິຫານ ​ໃນ​ຈັງຫວັດ​ນະຄອນພະນົມ ປະ​
ເທດ​ໄທ​ເປັນ​ເວລາ​ນຶ່ງ​ປີ​ ກ່ອນ​ທີ່​ຈະ​ໄດ້​ມາ​ຮຽນ​ຕໍ່​ນະຄອນ​ວຽງ​ຈັນ.

// ສຽງ //

ສ່ວນນຶ່ງຂອງພະສົງ ທີ່ໄປຮັບປລິນຍາບັດ

ຍ້ອນ​ເຫດຜົນ​ທາງ​ດ້ານ​ການ​ແພດ​
ແລະ​ອື່ນໆ​ໃນ​ປີ 1979 ດຣ ພະ
ອາຈານມະຫາ​ຈັນ​ດາ​ພອນ​ຈຶ່ງ​ໄດ້​
ອົບພະຍົບ ມາ​ຢູ່​ທີ່​ສູນ​ໜອງ​ຄາຍ​
ປະ​ເທດ​ໄທ​ ແລະ​ຢູ່​ທີ່​ນັ້ນ​ເປັນ​ເວ
ລາ 3 ປີ​ຈຶ່ງ​ໄດ້​ມາສະ​ຫະລັດ​ອະ
ເມຣິກາໃນ​ປີ 1981 ຊຶ່ງເພິ່ນໄດ້
ເລົ່າສູ່ຟັງ ເຖິງການບຸກເບີກ ໃນ
ການເຜີຍແຜ່ພະພຸດທະສາສະໜາຂັ້ນເລີ່ມຕົ້ນຢູ່ໃນສະຫະລັດດັ່ງນີ້.

// ສຽງ //

ຕໍ່ຄຳຖາມທີ່ວ່າ ພະອາຈານມີຄວາມຮູ້ສຶກແບບໃດ ຕໍ່ການທີ່ໄດ້ຮັບປລິນຍາບັດກຽດຕິຄຸນ
ດຸສະດີບັນດິດກິດຕິມະສັກໃນການເຜີຍແຜ່ພະພຸດທະສາສະໜາໃນຄັ້ງນີ້ ດຣ ພະອາຈານ
ມະຫາຈັນດາພອນກ່າວວ່າ.

// ສຽງ //

ການໄດ້ຮັບປລິນຍາບັດກຽດຕິຄຸນ ຂອງພະອາຈານມະຫາຈັນດາພອນໃນຄັ້ງນີ້ ແມ່ນໄດ້
ສ້າງຄວາມປິຕິຍິນດີໃຫ້ແກ່ປະຊາຄົມລາວ ໂດຍສະເພາະແລ້ວແມ່ນໃນເຂດນະຄອນຫຼວງ
ວໍຊິງຕັນ ແລະໃນເດືອນແລ້ວ ຢູ່ທີ່ວັດລາວພຸດທະວົງກໍໄດ້ຈັດພິທີເຖລະພິເສກຫົດສົງຂຶ້ນ.
ທ່ານບຸນຊູ ມູນຄະຕິຫົວໜ້າຄະນະກອງອຳນວຍການ ໃນການຈັດງານວັນທີ 4 ກໍລະກົດ
ໃນປີນີ້ກ່າວຊີ້ແຈງສູ່ຟັງວ່າ.

// ສຽງ //

ອະດີດນາຍພົນສຸດໃຈ ວົງສະຫວັນ ບຸກຄົນສຳຄັນຜູ້ນຶ່ງ ຂອງປະຊາຄົມລາວໃນເຂດນະ
ຄອນຫຼວງວໍຊິງຕັນ ກໍໄດ້ສະແດງຄວາມດີໃຈກ່ຽວກັບການໄດ້ຮັບປລິນຍາບັດກິດຕິມະສັກ
ຂອງພະອາຈານມະຫາຈັນດາພອນໃນຄັ້ງນີ້ວ່າ:

// ສຽງ //

ທ່ານສົມພອນ ໄຊຍະສິດເສນາ ຊຶ່ງເປັນບຸກຄົນສຳຄັນອີກຄົນນຶ່ງຂອງປະຊາຄົມລາວໃນ
ເຂດນະຄອນຫຼວງວໍຊິງຕັນ ພ້ອມທັງເປັນຜູ້ນຳພາ ແລະສັງກັດຢູ່ໃນຄະນະບໍລິຫານງານ ຂອງສະມາຄົມວັດລາວພຸດທະວົງມາຫຼາຍໆສະໄໝນັ້ນໄດ້ກ່າວຊົມເຊີຍໃນລະຫວ່າງການ
ຈັດງານເຖລະພິເສກຫົດສົງກ່ຽວກັບການໄດ້ຮັບປລິນຍາເອກກິດຕິມະສັກຂອງພະອາຈານ
ມະຫາຈັນດາພອນດັ່ງນີ້.

// ສຽງ //

ດຣ ພະມະຫາອາຈານຈັນດາພອນ ຈັກກະວາໂຣ

ສ່ວນ ດຣ ພະມະຫາວັນນະໄຊ
ຊະຍະວັນໂນ ຜູ້ອຳນວຍການວິ
ທະຍາໄລສົງນະຄອນພະນົມ ກໍ
ໄດ້ກ່າວມ້ວນທ້າຍສະແດງຄວາມ
ຊື່ນຊົມກັບພະອາຈານມະຫາຈັນ
ດາພອນເນື່ອງໃນ ໂອກາດທີ່ໄດ້
ຮັບປລິນຍາເອກ ກິດຕິມະສັກ
ຈາກມະຫາວິທະຍາໄລມະຫາຈຸ
ລາລົງກອນຣາດຊະວິທະຍາໄລ
ມີໃຈຄວາມຕອນນຶ່ງວ່າ:

// ສຽງ //

ດຣ ພະມະຫາວັນນະໄຊກ່າວວ່າ ຈາກຜົນງານຂອງພະອາຈານຈັນດາພອນ ຊຶ່ງກໍເປັນທີ່
ປາກົດຊັດວ່າ ທ່ານມີຜົນງານ ມີຄວາມຮູ້ຄວາມສາມາດຫຼາຍໆດ້ານ ໂດຍສະເພາະດ້ານ
ການສົ່ງເສີມພະພຸດທະສາສະໜາບໍ່ວ່າຈະເປັນດ້ານສັງຄົມສົງເຄາະໂດຍສະເພາະໃນສ່ວນ ວິທະຍາໄລສົງນະຄອນພະນົມນັ້ນ ທ່ານກໍໄດ້ສະໜັບສະໜຸນ ການສຶກສາໃຫ້ແກ່ພະນິສິດ
ໂດຍການສະໜັບສະໜຸນ ໃຫ້ທຶນການສຶກສາກັບພະນິສິດ ວິທະຍາໄລສົງນະຄອນພະນົມ
ເປັນເວລາຫຼາຍປີມາແລ້ວ ແລະເມື່ອນິສິດຮຽນຈົບປລິນຍາຕີ ຈາກວິທະຍາໄລສົງນະຄອນ
ພະນົມ ທ່ານກໍໄດ້ສະໜັບສະໜຸນ ສົ່ງເສີມໃຫ້ໄດ້ຮັບທຶນການສຶກສາ ໄປຮຽນຕໍ່ທີ່ປະເທດ
ອິນເດຍ ແລະສ່ວນນຶ່ງທ່ານກໍໄດ້ສະໜັບສະໜຸນໃຫ້ໄປປະຕິບັດສາສະໜາກິດຢູ່ທີ່ປະເທດ
ສະຫະລັດອະເມຣິກາ ນອກຈາກນັ້ນ ທ່ານກໍຍັງໄດ້ສະໜັບສະໜຸນສົ່ງເສີມງານດ້ານສິນລະ
ປະວັດທະນະທຳ ຈະເຫັນໄດ້ຊັດ ຈາກການນຳນາດຕະສິນ ວິທະຍາກອນ ຫຼືຊ່າງຝີມືພື້ນ
ບ້ານ ນຳໄປເຜີຍແຜ່ຜົນງານ ທີ່ປະເທດສະຫະລັດອະເມຣິກາເປັນເວລາຫຼາຍປີ. ຈາກຜົນ
ງານທີ່ຜ່ານມານີ້ ກໍທຳໃຫ້ມະຫາວິທະຍາໄລມະຫາຈຸລາລົງກອນຣາດຊະວິທະຍາໄລມີມະ
ຕິເປັນເອກກະສັນ ໄດ້ມອບປລິນຍາພຸດທະສາດດຸດສະດີບັນດິດກິດຕິມະສັກ ໃຫ້ກັບທ່ານ.
ອາດຕະມາພາບກໍຂໍສະແດງຄວາມຊື່ນຊົມ ແລະກໍຂໍອະນຸໂມທະນາຄຸນມານະໂອກາດນີ້.