ທະຫານ Chad ສັງຫານຜູ້ນໍາສູງສຸດ ກຸ່ມອາລຄາອີດາ ໃນເຂດ Maghreb

Mokhtar Belmokhtar ຜູ້ນໍາກຸ່ມ AQIM ທີ່ເຊື່ອມໂຍງກັບກຸ່ມ ອາລຄາອີດາ ຖືກທະຫານ Chad ສັງຫານ ຢູ່ມາລີ.

ປ​ະ​ເທດ Chad ​ເ​ວົ້າວ່າ​ ກໍາ​ລັງ​ທະຫານ​ຂອງ​ຕົນ​ຢູ່ໃນ​ພາກ​ເໜືອ​ຂອງ​ມາລີ ​ໄດ້​ສັງຫານ​ນາຍ Mokhtar Belmoghtar ຫົວ​ຮຸນ​ແຮງ​ທີ່​ເຊື່ອມ​ໂຍງກັບ​ກຸ່ມ​ອາ​ລຄາ​ອີ​ດາ ​ແລະ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສໍາລັບ​ການເຂົ້າຍຶດໂຮງງານ​ແກັສທໍາ​ມະ​ຊາດ​ແຫ່ງ​ນຶ່ງ​ຂອງ​ ອາລຈີ​ເຣຍ​ໃນ​ຕົ້ນ​ປີ​ນີ້ ທີ່​ຍັງ​ຜົນ​ໃຫ້ ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ນັ້ນ.

ຖະແຫຼງການ​ຂອງ​ກອງທັບ Chad ສະບັບ​ນຶ່ງ​ ທີ່​ອ່ານ​ອອກ​ທາງ​ໂທລະພາບ ​ເວົ້າ​ວ່າ ນາຍ Belmokhtar ທີ່​ມີ​ຕາ​ດຽວ ຖືກ​ສັງຫານ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເວລາ​ທະຫານ Chad ບຸກລຸກ​ຄ້າຍ​ພວກ​ຫົວ​ຮຸນ​ແຮງ​ແຫ່ງ​ນຶ່ງ​ໃນ​ເຂດ​ພູດອຍ ທາງ​ພາກ​ເໜືອ​ຂອງ​ມາລີ ໃກ້​ກັບ​ຊາຍ​ແດນ​ອາລຈີ​ເຣຍ. ການ​ສັງຫານ​ດັ່ງກ່າວ ​ຍັງ​ບໍ່​ໄດ້ຮັບ​ການ​ຢືນຢັນເທື່ອ.

ລາຍ​ງານ​ການ​ຕາຍ​ຂອງ​ນາຍ Belmokhtar ມີ​ຂຶ້ນ 24 ຊົ່ວ​ໂມງ
ຫຼັງຈາກ ປະທານາທິບໍ ດີ​ຂອງ Chad ​ເ​ວົ້າວ່າ ກໍາລັງ​ທະຫານ Chad ຍັງ​ໄດ້​ສັງຫານ​ຜູ້​ບັນຊາ​ການ​ທີ່​ຊົ່ວ​ຮ້າຍ​ຂອງກຸ່ມ​ອາລຄາ​ອີ​ດາ​ອີກ​ຄົນ​ນຶ່ງ ຄື​ນາຍ Abdelhamid Abou Zeid ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ສາຂາ​ອາ​ຟຣິກາ ​ເໜືອ​ຂອງ​ກຸ່ມ​ອາລຄາ​ອີ​ດາ ທີ່​ຮູ້​ກັນ​ໃນ​ນາມ ອາລຄາ​ອີ​ດາ ໃນ​ເຂດ Islamic Maghreb ຫຼື AQIM.

​ແຫຼ່ງຂ່າວ​ຂອງ​ອາລຈີ​ເຣຍແລະ​ຝຣັ່ງລາຍ​ງານ​ວ່າ ທາງ​ການກໍາລັງ​ພະຍາ​ຍາມ​ຈະເອົາຕົວ
ຢ່າງ DNA ຈາກ​ພີ່ນ້ອງ​ຂອງນາຍ Abou Zeid ​ໄປ ທຽບ​ໃສ່​ກັບ DNA ຈາກ ຊາກ​ສົບ​ທີ່​ພົບ​ເຫັນ​ຢູ່​ທາງ​ເຂດ​ພາກ​ເໜືອ​ຂອງ​ມາລີ ຫຼັງຈາກ​ການບຸກ​ໂຈມ​ຕີ ​ທີ່​ນໍາ​ໂດຍ​ຝຣັ່ງ​ເມື່ອ​ຕົ້ນ​ອາທິດ​ນີ້.

ຖ້າ​ການ​ເສຍ​ຊີວິດ​ຖືກ​ຢືນຢັນ​ວ່າ​ແມ່ນ​ແທ້ ກໍ​ຖື​ວ່າການສູ້​ລົບ​ທີ່​ນໍາ​ໂດຍ​ຝຣັ່ງ ​ໃນ​ພາກ​ເໜືອ​ຂອງ​ມາລີ​ນັ້ນ ​ໄດ້​ສັງຫ​ານຜູ້​ນໍາ​ສູງ​ສຸດ​ຂອງ​ກຸ່ມ​ອາລຄາ​ອີ​ດາ ​ຂອງ​ຂົງ​ເຂດ​ນັ້ນ​ໄປ ສອງ​ຄົນ ​ພາ​ຍ​ໃນ​ເວລາ​ນຶ່ງ​ອາທິດ.