ອະດີດນັກບິນອະວະກາດ ທ່ານ Gene Cernan ມະນຸດຄົນສຸດທ້າຍ ທີ່ໄດ້ຍ່າງຢູ່ໜ້າ ດວງຈັນ ໄດ້ເສຍຊີວິດໄປແລ້ວ ໃນວັນຈັນວານນີ້ ຮວມອາຍຸໄດ້ 82 ປີ.
ອົງການອະວະກາດສະຫະລັດ ຫລື NASA ບໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບສາເຫດຂອງການເສຍຊີວິດ ຢູ່ໃນຄຳປະກາດຂ່າວ.
ນັກບິນອະວະກາດ ສະຫະລັດ ທ່ານ Gene Cernan ສະແດງໃຫ້ເຫັນຢູ່ໃນຊຸດອະວະກາດ ການປະຕິບັດງານ Apollo 17.
ທ່ານ Cernan ໄດ້ເປັນນັກບິນກອງທັບເຮືອ ເວລາອົງການ NASA ໄດ້ເລືອກເອົາທ່ານ ແລະນັກບິນອະວະກາດອີກ 13 ຄົນເຂົ້າຮ່ວມໃນໂຄງການ Appolo ທີ່ໄດ້ກໍ່ຕັ້ງຂຶ້ນຫລັງຈາກປະທານາທິບໍດີ John F. Kennedy ປະກາດເຖິງເປົ້າໝາຍຂອງການນຳເອົາມະນຸດ ໄປລົງທີ່ດວງຈັນ ໃນທ້າຍຊຸມປີ 1960.
ນັກບິນອະວະກາດ ອົງການ NASA ທ່ານ Gene Cernan ຂັບລົດຢູ່ໜ້າດວງຈັນ ຂອງການປະຕິບັດງານ Apollo 17 ທີ 11 ທັນວາ 1972.
ທ່ານ Cernan ໄດ້ບິນຂຶ້ນໄປກັບຍານ Appolo 10 ໃນເດືອນພຶດສະພາ ປີ 1969 ຊຶ່ງເປັນການທົດສອບຄັ້ງສຸດທ້າຍ ກ່ອນການລົງສູ່ດວງຈັນຢ່າງແທ້ຈິງ ໃນສອງເດືອນຕໍ່ມາ.
ທ່ານໄດ້ເປັນພາກສ່ວນການປະຕິບັດງານ ທີ່ນຳເອົາມະນຸດໄປຍັງດວງຈັນ ໃນເດືອນທັນວາ ປີ 1972 ໂດຍຍານ Appolo 17.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US Gene Cernan Obit