ສາທາລະນະລັດ ອາຟຣິກາກາງ ລົງຄະແນນສຽງ ເລືອກເອົາ ຣັຖທັມມະນູນສະບັບໃໝ່

ປະຊາຊົນຜູ້ມີສິດອອກສຽງ ພາກັນລຽນແຖວ ຢູ່ນອກ ໜ່ວຍເລືອກຕັ້ງ ໃນເມືອງ Bangui ຂອງອາຟຣິກາກາງ ເມື່ອວັນທີ 13 ທັນວາ 2015 ເພື່ອລົງປະຊາມະຕິ ຮັບຮອງຣັຖທັມມະນູນສະບັບໃໝ່ ທີ່ເຫັນວ່າ ເປັນການທົດສອບການລົງສະໝັກ ເປັນປະທານາ ທິບໍດີ ແລະ ສະພາຊຸດໃໝ່.

ການລົງປະຊາມະຕິ​ໃນ ສາທາລະນະລັດ ອາຟຣິກາກາງ​ຜູ້ລົງ
ຄະແນນສຽງ ສາທາລະນະລັດອາຟຣິກາກາງ ພາກັນປ່ອນບັດ
ໃນວັນອາທິດມື້ນີ້​ລົງຄະແນນສຽງເອົາຣັຖທັມມະນູນສະບັບໃໝ່
ເພື່ອໃຫ້ຍຸຕິສົງຄາມທີ່ຮຸນແຮງແລະແບ່ງແຍກປະເທດ ທີ່ມີມາ
ເປັນເວລາເກືອບສາມປີ.

ການດຳເນີນດັ່ງກ່າວໄດ້ຢຸດສງັກລົງເປັນບາງເຂດໃນນະຄອນ
ຫຼວງບັນກູ ບ່ອນທີ່ມີລາຍງານວ່າ ເກີດການຍິງກັນ ແລະ ປະທະ
ກັນເລັກນ້ອຍ ໂດຍພວກທີ່ເຫັນດີ ກັບ ພວກບໍ່ເຫັນດີກັບຣັຖທັມ
ມະນູນດັ່ງກ່າວ.​ ພວກກະບົດບາງຄົນຍັງຂູ່ວ່າ ຈະທຳລາຍການ
ລົງຄະແນນສຽງທີ່ວ່ານີ້.

ຣັຖທັມມະນູນໃໝ່ ຮຽກຮ້ອງໃຫ້ຈັດຕັ້ງສະພາສູງຂຶ້ນ ໃຫ້ຈຳກັດສໄມປົກຄອງຂອງປະທາ
ນາທິບໍດີ ເປັນສອງປີ ແລະໃຫ້ຈັດຕັ້ງການຄຸ້ມຄອງເສລີພາບ ໃນການນັບຖືສາສນາ.
ການລົງຄະແນນສຽງ ວັນອາທິດມື້ນີ້ ຈະຕິດຕາມມາດ້ວຍການເລືອກຕັ້ງ ປະທານາທິບໍດີ
ແລະສະພາຊຸດໃໝ່.

ສາທາລະນະລັດ ອາຟຣິກາກາງໄດ້ສູ້ທົນ ຄວາມຮຸນແຮງແຮງມາເກືອບສາມປີແລ້ວ ຕັ້ງ
ແຕ່ ກຸ່ມກະບົດມຸສລິມໄດ້ໂຄ່ນລົ້ມ ປະທານາທິບໍດີ ຟຣັງຊົວ ໂບຊີເຊ ໃນເດືອນມີນາ ປີ
2013 ເປັນຕົ້ນມາ. ​ການຂ້າລ້າງຜານໂດຍພວກເຊເລກາ ໄດ້ຊຸກຍູ້ໃຫ້ເກີດກຳລັງທະຫານ
ບ້ານຊາວຄິິສຕຽນຂຶ້ນ ຣູ້ກັນວ່າ ພວກຕໍ່ຕ້ານບາລາກາ.