ໂຄງການອາຫານໂລກ ຫຼື WFP ເຕືອນວ່າ ສາທາລະນະລັດອາຟຣິກາກາງ ກໍາລັງປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານອາຫານ ໃນລະດັບທີ່ບໍ່ເຄີຍມີມາກ່ອນ ອັນເນື່ອງມາຈາກ ບັນຫາຂັດແຍ້ງ, ການຍົກຍ້າຍຖິ່ນຖານຂອງປະຊາ ກອນ, ຄວາມທຸກຍາກລໍາບາກ ທີ່ແຜ່ລາມໄປຢ່າງກວ້າງຂວາງ ແລະການເຮັດວຽກທີ່ບໍ່ເຕັມເວລາ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຈົ້າໜ້າທີ່ຂອງໂຄງການ WFP ກ່າວວ່າ ພວກເຂົາເຈົ້າຄາດການວ່າ ລາຄາສິນ ຄ້າໃນປີນີ້ ຈະເພີ້ມສູງຂຶ້ນຢ່າງໄວລາ ແລະແກ່ຍາວໄປຈົນເຖິງປີ 2023. ພວກເຂົາເຈົ້າກ່າວວ່າ ໄດ້ມີການຄາດການວ່າລາຄາຂອງເຂົ້າຈະເພີ້ມສູງຂຶ້ນເຖິງ 30 ເປີເຊັນ, ແປ້ງເຂົ້າເບລ່ 67 ເປີເຊັນ ແລະລາຄາຂອງນໍ້າມັນພືດມີທ່າອ່ຽງເພີ້ມຂຶ້ນ 70 ເປີເຊັນ.
ນັ້ນ ພວກເຂົາເຈົ້າຕັ້ງຂໍ້ສັງເກດວ່າ ຈະເຮັດໃຫ້ສິນຄ້າປະເພດອາຫານຫລັກ ມີລາຄາທີ່ສູງ ຈົນຜູ້ຄົນຫຼາຍລ້ານຄົນບໍ່ສາມາດຊື້ໄດ້, ອັນນໍາໄປສູ່ຄວາມທຸກຍາກ ລໍາບາກ ແລະອຶດຢາກຫຼາຍຂຶ້ນ ໃນຂະນະທີ່ປະຊາຊົນໄດ້ຖືກບັງຄັບໃຫ້ຫັນປ່ຽນໄປໃຊ້ມາດຕະການແບບຮຸນແຮງ ເພື່ອນໍາອາຫານມາສູ່ພາເຂົ້າ.
ໂຄສົກຂອງໂຄງການ WFP, ທ່ານທອມຊັນ ຟີຣີ (Tomson Phiri) ກ່າວວ່າ ປະຊາຊົນຈໍານວນ 2 ລ້ານ 2 ແສນຄົນ ຢູ່ໃນ ສາທາລະນະລັດອາຟຣິກາກາງ ບໍ່ໄດ້ມີຄວາມໝັ້ນຄົງທາງດ້ານອາຫານ, ເຊິ່ງ ທ່ານ ຟີຣີ ກ່າວວ່າ:
“ໂຕເລກດັ່ງກ່າວນັ້ນ ອາດຈະບໍ່ເຮັດໃຫ້ພວກເຈົ້າຕົກໃຈ ຈົນຕົກອອກຈາກຕັ່ງທີ່ພວກເຈົ້ານັ່ງຢູ່, ແຕ່ເມື່ອພວກເຈົ້າເບິ່ງກ່ຽວກັບຂະໜາດຂອງຈໍານວນປະຊາກອນ ແລ້ວ ແມ່ນເກືອບເຄິ່ງນຶ່ງຂອງຈໍານວນປະຊາກອນ ຂອງສາທາລະນະລັດອາຟຣິກາກາງ. ແລະປັດຈຸບັນນີ້ປະເທດດັ່ງກ່າວກໍເຂົ້າຮ່ວມຫຼາຍໆປະເທດ ເຊິ່ງລວມມີ ອັຟການິສຖານ, ເຢເມນ, ຊູດານໃຕ້ ເຊິ່ງສ່ວນໃຫຍ່ຂອງປະຊາກອນ ແມ່ນບໍ່ມີຄວາມໝັ້ນຄົງທາງດ້ານອາຫານຢ່າງຮຸນແຮງທີ່ສູງ.”
ເມື່ອອາຫານມີຈໍານວນທີ່ໜ້ອຍລົງ, ທ່ານ ຟີຣີ ກ່າວວ່າ ເດັກນ້ອຍຈໍານວນຫຼາຍຈະປະສົບກັບບັນຫາກ່ຽວກັບການຂາດສານອາຫານທີ່ເພີ້ມຂຶ້ນ.
ທ່ານ ຟີຣີ ກ່າວວ່າ ໂຄງການ WFP ກໍາລັງຮີບຮ້ອນ ໃນການຈັດສົ່ງອາຫານ ແລະການຮັກສາຕ່າງໆທີ່ມີຄວາມຈໍາເປັນສໍາລັບບັນດາແມ່ຍິງ, ເດັກນ້ອຍ ແລະຜູ້ຄົນທີ່ມີຄວາມອ່ອນແອອື່ນໆຢູ່ໃນຂົງເຂດສາທາລະນະລັດອາຟຣິກາກາງ, ເຊິ່ງການຂາດແຄນເງິນຕາແມ່ນສິ່ງກີດຂວາງຕໍ່ຄວາມພະຍາຍາມຕ່າງເຫຼົ່ານັ້ນ, ເຊິ່ງ ທ່ານຟີຣີ ກ່າວວ່າ:
“ຄ່າໃຊ້ຈ່າຍໃນການປະຕິບັດງານຂອງພວກເຮົາ ແມ່ນສູງຫຼາຍ. ໂຄງການອາ ຫານໂລກແຫ່ງອົງການສະຫະປະຊາຊາດ ຫຼື UNWFP ກໍາລັງລະດົມທຶນຢ່າງຮີບດ່ວນ ຈໍານວນ 68 ລ້ານ 4 ແສນໂດລາ. ຖ້າບໍ່ມີເງິນທຶນສຸກເສີນດັ່ງກ່າວ, ຄວາມບໍ່ໝັ້ນຄົງທາງດ້ານຫານ ແລະໂພຊະນາການ ຈະເພີ້ມສູງຂຶ້ນຕໍ່ປະຊາຊົນຫຼາຍລ້ານຄົນ.”
ທ່ານ ຟີຣີ ກ່າວວ່າ ຄວາມທ້າທາຍທີ່ສາທາລະນະລັດອາຟຣິກາກາງກໍາລັງປະເຊີນຢູ່ ໄດ້ຖືກບັນທຶກໄວ້ເປັນເອກະສານ, ແລະການປະຕິບັດດັ່ງກ່າວ ມີຂຶ້ນກ່ອນວິກິດການຢູ່ໃນ ຢູເຄຣນ. ແຕ່ ເມື່ອສັງເກດເຖິງຜົນກະທົບຂອງສົງຄາມກ່ຽວກັບການເພີ້ມຂຶ້ນຂອງລາຄາສິນຄ້າ ແລະລາຄານໍ້າມັນ, ທ່ານ ຟີຣີ ກ່າວວ່າ ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ຈະມີຄວາມຈໍາເປັນຫຼາຍຂຶ້ນໃນປີນີ້ ແລະໄປເຖິງ ປີ 2023.