ການປະທະກັນ ໃນສະທາລະນະລັດ ອາຟຣິກາກາງ ເຮັດໃຫ້ຄົນຕາຍ 16 ຄົນ

ພວກກະບົດ Seleka ຢ່າງຜ່ານເມືອງ Bria, ສາທາລະນະລັດ ອາຟຣິກາກາງ. 15 ກໍລະກົດ, 2013.

ການຕໍ່ສູ້ກັນ ລະຫວ່າງກຸ່ມທະຫານບ້ານທີ່ເປັນປໍລະປັກກັນໃນສາທາ ລະນະລັດ ອາຟຣິ ກາກາງ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 16 ຄົນ ແລະ ພົນລະເຮືອນຫຼາຍພັນຄົນຖືກ​ບັງ ຄັບ​ໃຫ້​ຫລົບໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າ. ອີງຕາມຄຳ​ຖະ​ແຫຼງຂອງກອງ ກຳລັງຮັກສາສັນຕິພາບ ອົງການສະຫະປະຊາຊາດ ໃນວັນພຸດວານນີ້.

ການປະທະກັນຄັ້ງຫຼ້າສຸດ ລະຫວ່າງສອງອະດີດ ຄູ່ຂັດແຍ້ງຂອງກຸ່ມກະບົດ Seleka ຄື​ແນວ​ໂຮມ​ປະຊາຊົນເພື່ອການຟື້ນຟູໃໝ່ ສາທາລະ ນະລັດ ອາຟຣິີກາກາງ ແລະ ສະຫະ ພັນເພື່ອສັນຕິພາບໃນ ອາຟຣິກາກາງ ໄດ້ລະ​ເບີດຂຶ້ນໃນເມືອງ Bria ເມື່ອວັນຈັນທີ່ຜ່ານ ມາ.

ຄ້າຍຂອງກອງກຳລັງຮັກສາສັນຕິພາບ ອົງການສະຫະປະຊາຊາດ​ແຫ່ງໜຶ່ງ ໄດ້ຕົກເປັນ ເປົ້າໝາຍ ກ່ອນທີ່ທະຫານ​ສະຫະ​ປະຊາ​ຊາດ ຂັບໄລ່ພວກມືປືນ​ໃຫ້​ຖອຍໄປ. ກຳລັງຮັກ ສາສັນຕິພາບ ໄດ້ອອກລາດຕະເວນໃນເມືອງ Bria ປະມານ 600 ກິໂລແມັດ ທາງພາກ ຕາເວັນອອກສຽງ ເໜືອຂອງນະຄອນຫຼວງ Bangui, ແລະ ໄດ້​ເສີມ​ກຳລັງທີ່ຈະປົກປ້ອງ ປະຊາຊົນໃນຂົງເຂດດັ່ງກ່າວ.

ໂຄສົກອົງການສະຫະປະຊາຊາດ ເຕືອນວ່າ ຄວາມຮຸນແຮງຕໍ່ພົນລະເຮືອນແມ່ນເລື່ອງທີ່ ສຳຄັນຍິ່ງເຊິ່ງອາດ​ຈະ​ຖືກສືບສວນສອບສວນໂດຍ ສານຍຸຕິທຳສາກົນ.

ສາທາລະນະລັດ ອາຟຣິກາກາງ ແມ່ນປະເທດໜຶ່ງທີ່ທຸກຍາກທີ່ສຸດໃນໂລກ. ລັດຖະບານ ກາງທີ່ອ່ອນແອບໍ່​ສາ​ມາດ​ທີ່​ຈະ​ຂະ​ຫຍາ​ຍການຄວບຄຸມ​ໄປທົ່ວປະເທດ, ບ່ອນທີ່ກຸ່ມຕິດອາ ວຸດຫຼາຍກວ່າສິບກຸ່ມ ໄດ້ເຄື່ອນໄຫວໄປມາ.

ສົງຄາມກາງເມືອງໄດ້ເກີດຂຶ້ນໃນປີ 2013 ເມື່ອກຸ່ມກະບົດ Seleka ທີ່ສ່ວນໃຫຍ່ເປັນ ຊາວ ມຸສລິມ ນັ້ນໄດ້ໂຄ່ນລົ້ມ ປະທານາທິບໍດີຊາວ ຄຣິສຕຽນ ທ່ານ Francois Bozize.

ກຸ່ມທະຫານບ້ານ ທີ່ນັບຖືສາສະໜາ ຄຣິສຕຽນ ໄດ້ແນເປົ້າ​ໃນ​ການ​ກໍ່​ຄວາມຮຸນແຮງໃສ່ ຊາວມຸສລິມ ຜູ້ທີ່ໄດ້ຈັບປືນ ລຸກຂຶ້ນປ້ອງກັນຕົນເອງ. ທັງສອງຝ່າຍຕ່າງ​ກໍຖືກກ່າວຫາວ່າ ​ເປັນ​ຜູ້​ກໍ່ຄວາມໂຫດຮ້າຍທີ່​ໜ້າ​ຢ້ານກົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ