ຜູ້ບັນຊາການ CENTCOM ກ່າວເຖິງ ຄວາມສົນໃຈ ໃນດາວທຽມຣັດເຊຍ ຂອງອີຣ່ານ ວ່າ 'ບໍ່ໜ້າເປັນຫ່ວງ ໂດຍສະເພາະ' ຕໍ່ຄວາມໝັ້ນຄົງແຫ່ງຊາດ

ນາຍພົນທະຫານມາຣີນ ທ່ານ ແຟຣັງຄ໌ ແມັກເຄັນຊີ, ຜູ້ບັນຊາການທະຫານຂັ້ນສູງ ກອງກຳລັງພາກຕາເວັນອອກກາງ, ກ່າວຕໍ່ບັນດານັກຂ່າວ ທີ່ເດີນທາງໄປຍັງນະຄອນ ຣີຢາດ ຂອງຊາອຸດີອາຣາເບຍ ກັບທ່ານນັ້ນ, ເມື່ອວັນອາທິດ ທີ 23 ພຶດສະພາ 2021.

ມີລາຍງານວ່າ ອີຣ່ານມີຄວາມຕ້ອງການຊື້ລະບົບດາວທຽມທີ່ທັນສະໄໝຂອງຣັດເຊຍນັ້ນ ບໍ່ເປັນເລື້ອງທີ່ “ໜ້າເປັນຫ່ວງໂດຍສະເພາະ” ຕໍ່ຄວາມໝັ້ນຄົງຂອງສະຫະລັດ ຢູ່ໃນພາກພື້ນ ອີງຕາມຜູ້ບັນຊາການ ທີ່ກຳກັບນຳພາລະກິດຕ່າງໆຂອງກອງທັບສະຫະລັດໃນພາກຕາເວັນອອກກາງ.

ໃນການໃຫ້ສຳພາດກັບວີໂອເອ ນາຍພົນແຟຣັງຄ໌ ແມັກເຄັນຊີ ຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງ ໄດ້ກ່າວວ່າ ດາວທຽມ Canopus-V ຂອງຣັດເຊຍ ແມ່ນບໍ່ມີປະສິດທິພາບໃນການແນເປົ້າໝາຍ.

ທ່ານເວົ້າວ່າ “ແທ້ຈິງແລ້ວ ເຈົ້າເຮັດຫຍັງນຳມັນບໍ່ໄດ້ຫຼາຍ. ບາງທີມັນອາດຈະອຳນວຍໃຫ້ພວກເຂົາ ເຫັນບາງສິ່ງບາງຢ່າງຂະໜາດລົດເມໂຮງຮຽນ ຊຶ່ງຈະບໍ່ເປັນເລື້ອງທີ່ໜ້າເປັນຫ່ວງໂດຍສະເພາະຕໍ່ພວກເຮົາ.”

ເມື່ອຕົ້ນເດືອນນີ້ ບັນດາເຈົ້າໜ້າທີ່ຂອງ ສະຫະລັດແລະປະເທດຕາເວັນອອກກາງ ໄດ້ກ່າວຕໍ່ໜັງສືພິມ ວໍຊິງຕັນໂພສຕ໌ ວ່າ ພວກເຈົ້າໜ້າທີ່ທະຫານຂອງອີຣ່ານ ມີສ່ວນກ່ຽວຂ້ອງຢ່າງເລິກເຊິ່ງ ໃນການຈັດຫາດາວທຽມ ແລະໄດ້ເດີນ ທາງໄປຣັດເຊຍຫຼາຍຖ້ຽວ ຕັ້ງແຕ່ປີ 2018 ເປັນຕົ້ນມາ ເພື່ອວຽກງານກ່ຽວກັບຂໍ້ຕົກລົງຊື້ລະບົບດັ່ງກ່າວນັ້ນ. ໃນຂະນະດຽວກັນ ດາວທຽມ Kanopus-V ແມ່ນຂາຍໃນຕະຫຼາດເພື່ອນຳໃຊ້ໃນດ້ານພົນລະເຮືອນ ຊຶ່ງບັນດາເຈົ້າາໜ້າທີ່ທະຫານຂອງອີຣ່ານ ໄດ້ມີສ່ວນກ່ຽວຂ້ອງຢ່າງໜັກໃນການຈັດຊື້ນັ້ນ ແລະບັນດາຜູ້ນຳຂັ້ນສູງ ຂອງກຳລັງໜ່ວຍປະຕິວັດເພື່ອພິທັກອິສລາມຂອງອີຣ່ານ ກໍໄດ້ເດີນທາງໄປຣັດເຊຍຫຼາຍຄັ້ງຕັ້ງແຕ່ປີ 2018 ເປັນຕົ້ນມາ ເພື່ອຊ່ອຍໃນການເຈລະຈາເງື່ອນໄຂຕ່າງໆຂອງຂໍ້ຕົກລົງ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ດາວທຽມ Kanopus-V ແມ່ນຂາຍໃນຕະຫຼາດເພື່ອນຳໃຊ້ໃນດ້ານພົນລະເຮືອນ ແລະທ່ານແມັກເຄັນຊີ ໄດ້ກ່າວວ່າ ບາງເທື່ອມີທາງເລືອກໃນການໃຊ້ຖ່າຍພາບໃນດ້ານພານິດ ທີ່ສະໜອງພາບດີຂຶ້ນກວ່າກ້ອງຖ່າຍພາບທີ່ມີຄວາມລະອຽດສູງຂອງດາວທຽມ ທີ່ສາມາດຖ່າຍໄດ້ນັ້ນ.

ທ່ານເວົ້າວ່າ “ໃນຂະນະທີ່ມັນອາດເບິ່ງຄືວ່າ ອາດເປັນສິ່ງທີ່ໜ້າສົນໃຈໃນການເອົາດາວທຽມຂຶ້ນໄປໃນອະວະກາດ ດ້ວຍຈະຫຼວດຂອງຣັດເຊຍ ຖ້າວ່າອັນນັ້ນ ເປັນວິທີທາງທີ່ພວກເຂົາຕ້ອງການໃຊ້ຈ່າຍເງິນຂອງພວກເຂົາ ແລະເຮັດມັນເລີຍ ພວກເຂົາຄວນເດີນໜ້າໄປໂລດ.”

ໃນຂະນະດຽວກັນ ພວກທະຫານບ້ານທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານ ໄດ້ສືບຕໍ່ໂຈມຕີ ກຳລັງທະຫານສະຫະລັດແລະເນໂຕ້ ຢູ່ໃນອີຣັກ ດ້ວຍພວກເຮືອບິນໂດຣນຕິດອາວຸດຂະໜາດນ້ອຍ.

ທ່ານແມັກເຄັນຊີ ໄດ້ກ່າວອີກວ່າ “ພວກເຮົາໄດ້ຖືກໂຈມຕີສາມເທື່ອ ຕະຫຼອດໄລຍະນຶ່ງເດືອນທີ່ຜ່ານມານີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ