ໝໍປົວແຂ້ວສະຫະລັດ ຜູ້ທີ່ໄດ້ຂ້າສິງໂຕ ທີ່ເປັນທີ່ຮັກຫອມທີ່ສຸດ
ຂອງ Zimbabwe ເມື່ອເດືອນກໍລະກົດຜ່ານມາ ເຊິ່ງກໍ່ໃຫ້ເກີດ
ການວິພາກວິຈານ ຂອງນາໆຊາດ ກ່ຽວກັບການລ່າສັດເພື່ອ
ລາງວັນນັ້ນ ໄດ້ອອກມາປາກົດຕົວ ຫຼັງຈາກທີ່ໄດ້ມິດງຽບໄປ
ເປັນເວລາຫຼາຍອາທິດ ແລະ ໄດ້ໃຫ້ການສຳພາດຄັ້ງນຶ່ງ.
ນາຍ Walter Palmer ກ່າວໃນການໃຫ້ສຳພາດຮ່ວມ ໃນວັນ
ອາທິດຜ່ານມາ ໂດຍໜັງສືພິມ Minneapolis Star Tribune
ແລະ ອົງການຂ່າວ Associated Press ວ່າ “ຖ້າຂ້າພະເຈົ້າ
ຮູ້ວ່າ ສິງໂຕໆນີ້ ມີຊື່ສຽງ ແລະ ສຳຄັນຕໍ່ປະເທດ ຫຼື ຕໍ່ການ
ສຶກສາຄົ້ນຄວ້າ ແນ່ນອນ ຂ້າພະເຈົ້າຈະບໍ່ຂ້າມັນເລີຍ ….
ບໍ່ມີຜູ້ໃດ ໃນກຸ່ມລ່າສັດຂອງພວກເຮົາ ຮູ້ຈັກເຖິງ ຊື່ສຽງຂອງສິງໂຕໆນີ້.”
ພວກປະທ້ວງຕໍ່ຕ້ານການສັງຫານ ສິງໂຕຊື່ສຽງໂດ່ງດັງ ຂອງຊິມບັບເວ ຈຳນວນນຶ່ງ ຖືປ້າຍ ລະຫວ່າງການເຕົ້າໂຮມຊຸມນຸມ ນອກໂຮງໝໍປົວແຂ້ວ ໃນເມືອງ Bloomington ລັດ Minnesota, ວັນທີ 29 ກໍລະກົດ 2015.
ນາຍ Palmer ໄດ້ສັງຫານສິງໂຕ ພັນຂົນຄໍດຳດົກທີ່ຫາຍາກ ເຊິ່ງເປັນທີ່ຮັກຫອມ ແລະຮູ້ຈັກກັນດີຄື ສິງ Cecil ນັ້ນ ໂຕທີ່ໄດ້ຖືກຕິດຕາມດ້ວຍ ລະບົບບອກຈຸດທີ່ຕັ້ງໃນທົ່ວໂລກ ຫຼື GPS ທີ່ໃສ່ຢູ່ປອກຄໍ ອັນເປັນສ່ວນນຶ່ງຂອງໂຄງການຄົ້ນຄວ້າຂອງມະຫາວິທະຍາໄລ Oxford. ສິງໂຕ Cecil ແມ່ນມີຊື່ສຽງໂດ່ງດັງຢູ່ໃນສວນອຸດທະຍານແຫ່ງຊາດ Hwange ອັນກວ້າງໃຫຍໄພສານຂອງ Zimbabwe.
ທັນຕະແພດ ຜູ້ມີອາຍຸ 55 ປີ ກ່າວວ່າ ການຍິງສັດຂອງລາວ ບໍ່ຜິດກົດໝາຍ ແລະ ກໍ່ອາຊະຍາກຳໃດໆ.
ຮູບພາບປະສົມ ຂອງຜູ້ປະກັບການ ນຳທ່ຽວ ຊາຟາຣີ ຊາວຊິມບັບເວ ສອງຄົນ ຄື ທ້າວ Honest Ndlovu (ຂວາ) ແລະ ເພື່ອນຮ່ວມຊາດ ແລະນາຍພານທ້າວ Theo Bronkhorst ລໍຖ້າການປາກົດຕົວຕໍ່ໜ້າ ຜູ້ພິພາກສາ ຂອງສານ Hwange ກ່ຽວກັບການຕາຍຂອງສິງໂຕ Cecil, ວັນທີ 29 ກໍລະກົດ 2015.