ສູນ​ກາ​ງ​ຄວ​ບ​ຄຸມ​ ແລະ​ປ້ອງກັນພະ​ຍາດ ​ສ​ຫລ ສົ່ງ​ພະ​ນັກ​ງານ​ເພີ້ມ ໄປ​ຊາຍ​ແດນ​ຄອງ​ໂກ

ພວກ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ເລີ້ມ​ເຮັດ​ວຽກ​ຢູ່​ສູນ​​ກາງ​ປິ່ນ​ປົວ​ອີ​ໂບ​ລາ ທີ່ເມືອງ​ເບີ​ນີ ສາ​ທາ​ລະ​ນະ​ລັດ​ຄອງ​ໂກ ວັນ​ທີ 16 ກໍ​ລະ​ກົດ 2019.

ສູນ​ກາງ​ຄວບ​ຄຸ​ມ​ ແລະ​ປ້ອງ​ກັນ​ພະ​ຍາດ ​ຫຼື CDC ຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​
ວານ​ນີ້ວ່າ ພະ​ນັກ​ງານ​ຫຼາຍສິບ​ຄົນໄດ້ຖືກ​ສົ່ງ​ໄປເມືອງ​ຊາຍ​ແດນແຫ່ງ​ນຶ່ງ ​ຂອງສາ​ທາ
​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ ເພື່ອ​ຄຸ້ມ​ຄອງ​ການ​ລະ​ບາດ​ຂອງ​ກໍ​ລະ​ນີ ອີ​ໂບ​ລາ ຢູ່​
ທີ່​ນັ້ນ. ການ​ລະ​ບາດ ຊຶ່ງ​ໄດ້​ເລີ້ມເກີດ​ຂຶ້​ນ ​ຄົບ​ຮອບ​ນຶ່ງ​ປີ ​ໃນ​ວັນ​ພະ​ຫັດວານນີ້ ​ໄດ້​ເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີ​ວິດແລ້ວ ຫຼາຍກວ່າ 1,800 ຄົນ. ອົງ​ການ​ CDC ຍັງ​ເວົ້າວ່າ ຕົນອາດຈະ​
ສົ່ງ​ພວກ​ພະ​ນັກ​ງານ​ເພີ້ມ​ຕື່ມ​ໄປ​ຍັງ​ເມືອງດັ່ງ​ກ່າວ​ ຖ້າ​ຫາກ​ການ​ຂັດ​ແຍ້ງດ້ວຍ​ກຳ​ລັງ​
ອາ​ວຸດ ​ຢູ່​ໃນ​ເຂດ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອຫລຸດ​ຜ່ອນ​ລົງ ​ສູ່​ລະ​ດັບທີ່​ມີຄວາມ​
ປອດໄພແລ້ວ.

ພວກ​ພະ​ນັກ​ງານ 12 ຄົນ​ຂອງ​ອົງ​ການ CDC ຈະ​ເດີນ​ທາງ​ໄປ​ເມືອງ​ໂກ​ມາ ທີ່​ເປັນ​ເມືອງ​
ຜ່ານ​ທີ່​ສຳ​ຄັນ​ ໃກ້​ກັບ​ຊາຍ​ແດນ ​ປະ​ເທດ​ຄອ​ງ​ໂກ ຕິດກັບ​ຣວັນ​ດາ. ໃນ​ວັນ​ພະ​ຫັດ​ວານ​ນີ້ ເມືອງດັ່ງ​ກ່າວ ​ໄດ້ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ກໍ​ລະ​ນີ​ທີ​ສາມ​ຂອງ​ອີ​ໂບ​ລາ.

​ຜູ້​ອຳ​ນວຍ​ການ​ອົງການ CDC ດ​ຣ. ໂຣ​ເບີດ​ຕ໌ ຣ. ເຣດ​ຟຽວ ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້
​ຢູ່​ໃນ​ການ​ສົ່ງ​ຂໍ້​ຄວ​າມ​ທາງ​ທວິດ​ເຕີ​ວ່າ ກ​ານ​ຂັດ​ແຍ້ງ​ດ້ວຍ​ກຳ​ລັງ​ອາ​ວຸດ​ໄດ້​ເປັນ​ອຸບ​ປະ​
ສັກ​ຕໍ່ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນ​ະ​ສຸກທີ່​ຈະ​ຄຸ້ມ​ຄອງ​ຕໍ່ການ​ແຜ່
​ລະ​ບາດ “ຈຶ່ງ​ເຮັດ​ໃຫ້​ຄວາມ​ສ່ຽງ​ການ​ແຜ່ລະ​ບາດຂອງ​ພະ​ຍ​າດ​ເພີ້ມ​ຂຶ້ນ”

ທ່ານນ​ເຮັ​ນ​ຣີ ວັອກ​ກີ ຜູ້​ອຳ​ນວຍ​ການ ໃນ​ການ​ກຽມ​ພ້ອມ​ແລະ​ຮັບ​ມື​ກັບ​ພະ​ຍາດ ຕິດ​ຕໍ່
ຂອງ​ອົງ​ການ CDC ກ່າວ​ວ່າ​ ອົງ​ການ​ສາ​ມາດ​ເພີ້ມ​ພະ​ນັກ​ງານ​ ຖ້າ​ຫາກ​ຄວາມ​ປອດ​ໄພ
​ດີ​ຂຶ້ນ​ພໍ. ອົງການ CDC ກ່າວ​ວ່າ​ຕົນ​ກຳ​ລັງ​ເຮັດ​ວຽກ​ກັບ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ
ເພື່ອ​ພິ​ຈາ​ລະ​ນາ ຖ້າ​ຫາກ​ມີ​ຄວາມ​ປອດ​ໄພ​ ທີ່​ຈະ​ສົ່ງ​ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ສະ​ຫະ​
ລັດ ໄປ​ນອກ​ເຂດ​ເມືອງ​ໂກ​ມາ.

ການ​ປະ​ກາດ​ໄດ້​ມີ​ຂຶ້ນ​ຫຼາຍ​ຊົ່ວ​ໂມ​ງ​ຫຼັງ​ຈາ​ກ​ຣວັນ​ດາໄດ້​ປິດ​ຊາຍ​ແດນ​ ທີ່​ຕິດ​ກັບ​ຄອງ​ໂກ
ເປັນ​ເວ​ລາ​ສັ້ນໆ ຍ້ອນ​ຢ້ານ​ວ່າ ​ພະ​ຍາດ​ຈະ​ແຜ່​ລະ​ບາດເຂົ້າ​ໄປ​ໃນ​ປະເທດ​ຂ​ອງ​ຕົນ.


The Centers for Disease Control and Prevention said Thursday a dozen staffers had been sent to a Democratic Republic of Congo border city to manage Ebola cases there. The outbreak, which began a year ago Thursday, has now killed more than 1,800 people. The agency indicated it would send more staffers if armed conflict in the northeastern region subsided to safer levels.

Twelve CDC employees will go to Goma, a major transit city near the Congolese border with Rwanda. On Thursday, the city confirmed its third case of Ebola.

CDC Director Dr. Robert R. Redfield said Thursday on Twitter that armed conflict was hampering health officials' attempts to manage the outbreak, "increas[ing] the risk of disease spread."

Henry Walke, CDC director of preparedness and emerging infections, said the agency could add more staff if safety improves enough. The CDC said it is working with the U.S. State Department to determine if it is safe to send more U.S. health workers to areas outside Goma.

The announcement came hours after Rwanda briefly closed the border it shares with the Congo over fears the disease would spread.