ເຊີນຊົມວິດີໂອ ການສ້າງປື້ມຊະນິດຢາ ພື້ນເມືອງ ແລະວິທີປົວຕາມແຜນ ໂບຮານ ຈີນ
Your browser doesn’t support HTML5
ວິທີຮັກສາໂຣກແຜນໂບຮານຂອງຈີນ ເຊັ່ນການຝັງເຂັມ ວ່າມັນມີປະສິດ ທິຜົນຫຼືບໍ່ນັ້ນແມ່ນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນ ຢູ່ນອກປະເທດຈີນ ແລະ ຍັງມີຫຼັກຖານທາງວິທະຍາສາດບາງຢ່າງທີ່ສະໜັບສະໜຸນຄວາມຄິດທີ່ວ່າ ອົງປະກອບຕາມທຳມະຊາດຂອງພວກດອກໄມ້ ແລະເປືອກໄມ້ ທີ່ຈິງແລ້ວແມ່ນສາມາດປິ່ນປົວຮັກສາໄດ້ຢ່າງມີປະສິດທິຜົນ ຊຶ່ງເຮັດວຽກແບບດຽວກັນ ກັບຢາ aspirin ຊຶ່ງເປັນອົງປະກອບຕາມທຳມະຊາດ ທີ່ພົບເຫັນໃນເປືອກ ຂອງຕົ້ນ willow ແຕ່ຍ້ອນຄວາມນິຍົມ ໃນການນຳໃຊ້ຢາແຜນໂບຮານສະໝຸນໄພຂອງຈີນ ກຳລັງເພີ່ມຂຶ້ນຢູ່ນີ້ ມັນຈຶ່ງມີໂອກາດສູງ ທີ່ຈະເກີດການສໍ້ໂກງ
ຕົວະຕົ້ມ ແລະ ກໍມີຄວາມກົດດັນຕໍ່ພວກພືດຕ່າງໆ ຢູ່ໃນປ່າໃນດົງ. ນັກຂ່າວ VOA Kevin Enochs ມີລາຍງານ ກ່ຽວກັບເລື່ອງນີ້ ຊຶ່ງພຸດນະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.