ປ. Castro ຮຽກຮ້ອງໃຫ້ ສຫລ ຢຸດເຊົາ ອອກອາກາດ ໄປຍັງຄິວບາ

ຜູ້ຊາຍຄົນໜຶ່ງຢ່າງຜ່ານທຸງຄິວບາ ແລະສະຫະລັດ ຢູ່ທີ່ງານນາໆຊາດ ຄັ້ງທີ 33 ທີ່ນະຄອນ ຣາວານາ ປະເທດຄິວລາ.

ປະທານາທິບໍດີ ຄິວບາ ທ່ານ Raul Castro ກຳລັງ​ຮຽກຮ້ອງ​
ໃຫ້ ລັດຖະບານ​ສະຫະລັດ ຢຸດ​ເຊົາ ​ການອອກ​ອາກາດ​ ທາງ
ວິທະຍຸແລະ​ໂທລະພາບທີ່ຄິວ​ບາ​ເຫັນ​ວ່າ​ເປັນ​ໄພອັນຕະລາຍ
​ໃນ​ຂະນະ​ທີ່​ຄິວ​ບາ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ພໍ​ໃຈທີ່​ຈະ​
ສືບ​ຕໍ່ປັງ​ປຸງຄວາມ​ສຳພັນ​ ​ກັບ ສະຫະລັດ.

ຢູ່​ໃນຄຳ​ປາ​ໄສ ທີ່​ອອກ​ອາກາດ​ທາງ​ໂ​ທລະ​ພາບ ຂອງລັດ
ຖະບານໃນ​ວັນ​ສຸກ​ວານ​ນີ້ ທ່ານ Castro ກ່າວ​ວ່າ ລັດຖະ
ບານ​ຂອງ​ທ່ານຈະ “ສືບ​ຕໍ່​ຢືນຢັດ​ເພື່ອ ຈະໃຫ້​ບັນລຸການ​ມີ
​ຄວາມ​ສຳພັນ ຢ່າງ​ເປັນ​ປົກ​ກະຕິນັ້ນ ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​
ສຸດທີ່ ລັດຖະບານສະຫະລັດ ລົບ​ລ້າງ​ບັນດາ​ນະ​ໂຍບາຍ​
ທັງ​ໝົດໃນ​ອະດີດ​ທີ່​ຜ່ານ​ມາ.”

ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ລັດຖະບານ​ສະຫະລັດຍັງ​ສືບ​ຕໍ່​ອອກ​ອາກາດ​ໄປ​ສູ່​ຄິວບາຮວມ
ທັງລາຍການວິທະຍຸ Marti ​ແລະ​ໂທລະພາບ Marti ​ເຖິງ​ແມ່ນ​ວ່າ ຄິວ​ບາ ບໍ່​ເຫັນ​ດີນຳ.
ວິທະຍຸ Marti ​ແລະ ​ໂທລະພາບ Marti ຢູ່​ພາຍ​ໃຕ້​ຄວາມດູ​ແລ​ຂອງ​ຄະນະສະພາ​ຜູ້​ວ່າ
ການ​ກະຈາຍສຽງ​ຂອງ​ສະຫະລັດ ຊຶ່ງ​ຍັງ​ເປັນ​ຜູ້​ຄຸ້ມຄອງ​ຂອງ​ວິທະຍຸ​ສຽງ​ອາ​ເມຣິການຳ​
ດ້ວຍ.

ນອກ​ນັ້ນທ່ານ Castro ຍັງ​ໄດ້​ຕິຕຽນ ນະ​ໂຍບາຍ​ຄົນ​ເຂົ້າ​ເມືອງສະຫະລັດວ່າ ອະນຸຍາດ​
ໃຫ້ຄົນ​ເຂົ້າ​ເມືອງທີ່​ເປັນ​ຊາ​ວຄິວ​ບາຢູ່​ໃນສະຫະລັດໄດ້ ຖ້າ​ຫາກ​ເຂົາ​ເຈົ້າມາເຖິງ​ດິນ​ແດນ
ສະຫະລັດ​ແລ້ວ.

ທ່ານ Castro ຍັງ​ໄດ້​ຮຽກຮ້ອງ​ອີກ​ຄັ້ງນຶ່ງ ​ໃຫ້​ສະຫະລັດ​ຍົກ​ເລີກ​ການ​ຂວ້ຳ​ບາດຕໍ່​ປະ​ເທດ​
ຄອມ​ມູນິສຄິວ​ບາໂດຍ​ເວົ້າວ່າ ປະທານາທິບໍດີ​ໂອ​ບາ​ມາ ສາມາດ​ດຳ​ເນີນ​ການ​ໄດ້​ຫລາຍ​
ກວ່າ​ນີ້ ​ເພື່ອ​ຍຸຕິ​ການ​ຂວ້ຳ​ບາດນັ້ນ.

Your browser doesn’t support HTML5

US Cuba