ປ. Raul Castro ແຫ່ງຄິວບາ ເດີນທາງ ໄປຂອບໃຈ ສັນຕະປາປາ ທີ່ວາຕີກັງ

ສັນຕະປາປາ Francis ພົບປະກັບ ປ. Raul Castro ແຫ່ງຄິວບາ ທີ່ Vatican, ວັນທີ 10 ພຶດສະພາ 2015.

ປະທານາທິບໍດີ Raul Castro ​ແຫ່ງ​ຄິວ​ບາ ​ໄດ້​ໄປ​ຢ້ຽມຢາມ​
ນະຄອນVatican ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ໄປສະ​ແດງ​ຄວາມ
​ຂອບ​ໃຈ​ເປັນ​ການ​ສ່ວນ​ຕົວ ​ຕໍ່​ສັນຕະປາປາ Francis ສຳຫລັບ
​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ພະ​ອົງ ​ໃນ​ການຊ່ວຍ​ເອື້ອ​ອຳ
ນວຍ​ໃຫ້​ມີການປອງ​ດອງກັນ​ຄືນ​ລະຫວ່າງ​ສະຫະລັດ ກັບ​ຄິວ
​ບາ ນັ້ນ.

ສັນຕະປາປາ Francis ​ ​ຜູ້ນຳ​ສາສະໜາ​ນິກາຍ Roman ກາ​
ໂຕ​ລິກ ຂອງ​ໂລກ ໄດ້​ມີ​ບົດບາດ​ສຳຄັນໃນ​ການ​ເຈລະຈາ​ທາງ​
ລັບ​ກັນລະຫວ່າງ​ ລັດຖະບານ​ຮາ​ວາ​ນາ ກັບ​ວໍ​ຊິງ​ຕັນ ທີ່​ໄດ້​ພາ​
ໃຫ້​ມີ​ການ​ປະກາດ​ໃຫ້​ຊາບ​ ໃນ​ເດືອນ​ທັນວາ​ປີ​ແລ້ວ​ນີ້ ​ວ່າ ສອງ
​ປະ​ເທດ​ກຳລັງ​ພະຍາຍາມຮື້​ຟື້ນ​ສາຍ​ພົວພັນ​ທາງ​ການ​ທູດ​ກັນ​ຄືນ ຫຼັງ​ຈາກຂາດ​ການ​ພົວ
ພັນ​ກັນ​ມາ​ໄດ້​ຫ້າ​ທົດ​ສະ​ວັດ.

ນະຄອນ​ວາ​ຕິ​ກັງ ​ໄດ້​ກ່າວ​ວ່າ ສັນຕະປາປາແຟຣນຊີ​ສ ​ທີ່ເປັນ​ສັນຕະປາປາ​ ຄົນ​ທຳ​ອິດ ຈາກອາ​ເມ​ຣິ​ກາ​ໃຕ້​ ​ໄດ້​ທຳ​ການໄກ່ເກ່ຍ ລະຫວ່າງ​ສອງ​ຝ່າຍດ້ວຍ​ຕົນ​ເອງ​ ​ແລະ​ໄດ້​ເປັນ​ເຈົ້າພາບ​ຈັດ​ໃຫ້​ມີ​ການເຈລະຈາ​ກັນ ລະຫວ່າງ​ຄະນະຜູ້ຕາງໜ້າ​ຈາກທັງ​ສອງ​ປະ​ເທດ.

ຜູ້ນຳຄິວບາ ໄປຂອບໃຈ ສັນຕະປາປາ ທີ່ຊ່ວຍ ໃຫ້ຄືນດີກັບ ສຫລ

ສັນຕະປາປາ​ ຈາກ​ປະ​ເທດ Argentina ຈະ​ທຳ​ການ​ຢ້ຽມຢາມ​ຄິວ​ບາ ​ໃນ​ເດືອນ​ກັນຍາ​ປີ​ນີ້ ​ແລະ​ຫຼັງ​ຈາກ​ນັ້ນ​ ກໍຈະ​ທຳ​ການ​ຢ້ຽມຢາມ​ສະຫະລັດ ​ເພື່ອ​ພົບ​ປະ​ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

ປະທານາທິບໍດີ​ກາສ​ໂຕຣ ​ເດີນທາງ​ໄປ​ຢ້ຽມຢາມ​ນະຄອນ​ວາ​ຕີ​ກັງ ຫຼັງ​ຈາກຢ້ຽມຢາມ​ມົສກູ ບ່ອນ​ທີ່​ທ່ານ​ໄດ້​ເປັນ​ແຂກ​ຮັບ​ເຊີນ​ຂອງ​ປະທານາທິ ບໍດີ Vladimir Putin ​ແຫ່ງຣັດ​ເຊຍ ​ໃນງານ​ສວນສະໜາມ​ອັນ​ໃຫຍ່​ໂຕ ສະຫຼອງ​ໄຊຊະນະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ ​ທີ່ຈັດ​ຕຸ​ລັດ Red Square ນັ້ນ.

Your browser doesn’t support HTML5

Pope Cuba