ຄິວບາ ແລະ ສຫລ ຕ່າງກໍຮຽກຮ້ອງ ໃຫ້ຍຸດຕິ ການຫ້າມ ຄ້າຂາຍ

ປະທານາທິບໍດີຄິວບາ ທ່ານ Raul Castro ເດີນທາງໄປເຖິງ ກອງປະຊຸມຄັ້ງທີ 70th ຂອງສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນິວຢອກ.

ຜູ້ນຳ​ຄິວ​ບາ ທ່ານ Raul Castro ກ່າວວ່າ ຄວາມສຳພັນ​ແບ​ບ
ປົກ​ກະຕິ​ຢ່າ​ງ​ເຕັມ​ທີ່ ລະຫວ່າງສະຫະລັດແລະ​ຄິວ​ບາ ຈະ​ບໍ່​ເກີ​ດ
ຂື້ນ​ໄດ້ ຈົນ​ກວ່າ ສະຫະລັດ ຍົກ​ເລິກການຫ້າມ​ຄ້າ​ຂາຍ ໃຫ້ຍຸດ
ຕິການຍຶດຄອງແບບ “ຜິດ​ກົດໝາຍ” ທີ່​ຄ້າຍ​ທະຫານ​ຢູ່​ອ່າວ
Guantanamo ຍຸດຕິ​ການອອກອາກາດ “​ເພື່ອສ້ຜູ້ນຳ​ຄິວ​ບາ
ທ່ານ Raul Castro ກ່າວວ່າ ຄວາມສຳພັນ​ແບ​ບປົກ​ກະຕິ​ຢ່າ​
ງ​າມຄວາມບໍ່ ທຸ່ນທ່ຽວ” ໄປຍັງຄິວບາ ​ແລະ​ຈ່າຍຄ່າຊົດເຊີຍໃຫ້
​ແກ່ຊາວຄິວ​ບາທີ່ໄດ້ຮັບຄວາມ ເສຍຫາຍທາງດ້ານ​ເສດຖະກິດ.

ຢູ່​ໃນ​ຄຳ​ປາ​ໄສ ເປັນຄັ້ງທຳອິດ ຕໍ່​ກອງ​ປະຊຸ​ມສະມັດຊາ​ໃຫຍ່
ສະຫະ​ປະຊາ​ຊາດ ປະທານາທິບໍດີ Castro ​ໄດ້​ກ່າວ​ວ່າ ລັດຖະ
ບານ​ຂອງ​ທ່ານ ຈະ​ສືບຕໍ່ນຳ​ສະ​ເໜີ​ຮ່າງ​ຍັດຕິຕໍ່ການຂວ້ຳບາດສະຫະລັດຢູ່​ທີ່ສະຫະ​ປະຊາ​ຊາດ ຕາບ​ໃດ​ທີ່​ການ​ຂວ້ຳ ບາດດັ່ງກ່າວ ຍັງມີຢູ່ຕໍ່ໄປ.

ປະທານາທິບໍດີ ສະຫະລັດ ​ໄດ້​ອອກສຽງສະໜັບສະໜູນ ເພື່ອໃຫ້​ຍົກ​ເລີກການຂວ້ຳບາດ​ດັ່ງກ່າວ ຊຶ່ງ​ເປັນຂັ້ນຕອນທີ່ຕ້ອງໄດ້ມີການເອົາ​ບາດກ້າວ​ຂອງລັດຖະ ສະພາ.

​ໃນ​ຕອນ​ເຊົ້າ​ວັນ​ຈັນວານນີ້ ປະທານາທິບໍດີ Obama ​ໄດ້​ກ່າວ​ຕໍ່ສະຫະ​ປະຊາ​ຊາດ ວ່າ ​
ໃນ​ຂະນະ​ທີ່ ສະຫະລັດຍັງສືບຕໍ່ມີຄວາມເຫັນ “​ແຕກ​ຕ່າງ​ກັນ” ກັບ ຄິວ​ບາ ​ໃນ​ຫລາຍໆ
​ບັນຫາ​ເຊັ່ນ​ວ່າ ສິດທິ​ມະນຸດ ​ຄວາມ​ແຕກ​ຕ່າງ​ເຫລົ່າ​ນີ້ ບັດ​ນີ້​ຈະ​ຫາທາງແກ້ໄຂໂດຍຜ່ານ​
ຊ່ອງ​ທາງ ທີ່​ຮວມ​ທັງຄວາມ​ສຳພັ​ທາງ​ການ​ທູດ.

ທ່ານ Obama ກ່າວ​ວ່າ “ການ​ປ່ຽນ​ແປງ​ຈະ​ບໍ່​ເກີດ​ຂື້ນໃນເວລາ​ຂ້າມ​ຄືນ”

ທ່ານ Obama ກ່າວ​ວ່າ ທ່ານ​ໝັ້ນ​ໃຈ​ວ່າ “ການ​ເປີດ​ກວ້າງ ບໍ່​ແມ່ນການ​ບັງຄັບ” ອາດຈະ
“ສະໜັບສະ​ໜູນ​ການ​ປະຕິ​ຮູບ ​ແລະ​ການມີ​ຊີວິດ​ທີ່ດີຂຶ້ນ​ແກ່​ປະຊາຊົນຄິວບາ ທີ່ສົມ​ຄວາມ
​ໄດ້​ຮັບ.”

ປະທານາທິບໍດີ ​ໄດ້​ຮັບ​ການ​ຕົບມື​ຊົມເຊີຍ ເວລາທ່າ​ນກ່າວ​ວ່າ ທ່ານ​ໝັ້ນ​ໃຈ​ວ່າ ລັດຖະສະ
ພາ ​ໃນ​ທີ່​ສຸດກໍຈະ​ຍົກ​ເລີກ​ການ​ຂວ້ຳບາດດັ່ງກ່າວ.