ດາຣາຮູບເງົາ "ສົງຄາມດວງດາວ" ທ່ານນາງ Carrie Fisher ເສຍຊີວິດ

ທ່ານນາງ Carrie Fisher ວາງທ່າຖ່າຍຮູບ ໃນຂະນະທີ່ເດີນ ທາງໄປເຖິງ ການເປີດສະແດງຢູ່ European Premiere ຂອງ "Star Wars.

ທ່ານ​ນາງ Carrie Fisher ຜູ້​ທີ່​ໄດ້​ກາຍ​ມາ​ເປັນ​ສັນຍາ​ລັກ​ວັດທະນາ​ທຳສາກົນ ໃນ​ການ​ສະ​ແດງເປັນ ​ເຈົ້າ​ຍິງ Leia ຢູ່ໃນ​ຮູບ​ເງົາ Star Wars ​ໄດ້​ເສຍ​ຊີວິດ​ອາຍຸ 60 ປີ.

ທ່ານ​ນາງ Fisher ​ໄດ້​ຮັບ​ບາດ​ເຈັບ​ຈາກ​ຫົວ​ໃຈ​ວາຍ ອາທິດ​ແລ້ວ​ນີ້​ຈາກ​ການ​ເດີນ​ທາງ​ໄປ​ສູ່​ນະຄອນ Los Angeles 15 ນາ​ທີ​ກ່ອນ​ທີ່​ເຮືອບິນ​ລົງ​ຈອດ​ເດີ່ນ. ນາຍ​ແພດ​ຢູ່​ເທິ່ງ​ເຮືອ ບິນ​ໄດ້​ຊ່ວຍ​ການ​ຫາຍໃຈ​ໃຫ້​ແກ່​ດາຣາຄົນ​ນີ້​ຈົນ​ກວ່າ​ວ່າ ທ່ານ​ນາງຈະ​ສາມາດ​ນຳພາ​ໄປ​ໂຮງໝໍ. ​ໃນ​ວັນ​ອາ​ທິດ​ແລ້ວ​ນີ້ ຄອບຄົວ​ຂອງ​ທ່ານ ກ່າວ​ວ່າ ທ່ານ​ນາງ​ໄດ້​ຢູ່​ໃນ​ສະພາບ​ປົກກະຕິ.

ຈາກຊ້າຍໄປຂວາ ທ່ານ Harrison Ford, Anthony Daniels, Carrie Fisher ແລະ Peter Mayhew

ລູກ​ສາວ​ຂອງ​ທ່ານ​ນາງ Billie Lourd ​ໄດ້​ເຜີຍ​ແຜ່​ຖະ​ແຫລ​ງການ​ຜ່ານ​ທາງ​ໂຄສົກ ປະກາດ​ວ່າ ທ່ານ​ນາງ Fisher ​ໄດ້​ເສຍ​ຊີວິດ​ໃນ​ວັນ​ອັງຄານ​ວານ​ນີ້.

ທ່ານ​ນາງ Fisher ທີ່​ເປັນ​ລູກ​ສາວ​ຂອງ​ດາຣາທີ່​ໜ້າ​ຮັກ​ຂອງ Hollywood ​ໃນ​ປີ 1950 ຄືທ່ານ​ນາງ Debbie Reynolds ​ແລະ​ດາຣານັກ​ຮ້​ອງ Eddie Fisher ​ໄດ້​ສະ​ແດງ​ຮູບ​ເງົາທີ່​ມີ​ຊື່​ສຽງ Shampoo Warren Beatty ​ໃນ​ປີ 1975. ທ່ານ​ນາງ​ຍັງ​ໄດ້​ສະ​ແດງ​ຢູ່​ໃນ​ຮູບ​ເງົາ​ທີ່​ມີ​ຊື່​ສຽງອຶ່ນໆ ຮ່ວມ​ທັງ Austin Power, The Blues Brothers, Hannah ​ແລະ Her Sisters ​ແລະ When Harry Met Sally.

ອ່ານຂ່າວນີ້ເປັນພາສາອັງກິດ