ຜູ້ນຳ​ Catalonia ທີ່ຖືກປົດ ຢູ່ທີ່ Brussels ຂະນະທີ່ສເປນ ຊອກຫາທາງ ຟ້ອງທ່ານ

ປະທານ Catalonia ທ່ານ Carles Puigdemont ຮ້ອງເພງຊາດ Catalonia ໃນລັດຖະສະພາ ຫຼັງຈາກ ທີ່ໄດ້ລົງຄະແນນສຽງ ແຍກຕົວເປັນເອກກະລາດ,ໃນນະຄອນ Barcelona, ສເປນ, 27 ຕຸລາ, 2017.

ຜູ້ນຳ​ Catalonia ທ່ານ Carles Puigdemont ທີ່​ຖືກປົດ ອອກຈາກຕຳແໜ່ງ ຄາດ​ວ່າ​
ຈະໄປປາກົດ​ຕົວ​ຕໍ່​ສາທາລະນະໃນ​ວັນ​ອັງຄານ​ມື້​ນີ້ ​ທີ່ນະຄອນ Brussels ນຶ່ງ​ມື້ຫຼັງ​ຈາກ​
ທ່ານ​ໄດ້​ເດີນທາງ​ໄປ​ເຖິງ​ທີ່​ນັ້ນ ​ໃນ​ຂະນະ​ທີ່ໄອ​ຍະ​ການ​ຂອງ​ສ​ເປ​ນ ​ໄດ້​ປະກາດ​ແຜນການ
​ທີ່​ຈະ​ຊອກ​ຫາ​ຊ່ອງທາງ ຟ້ອງ​ບັນດາ​ຜູ້ນຳ Catalonia ໃນຂໍ້ຫາ​ປຸ​ກລະດົມ​ມວນ​ຊົນ​ ກໍ່ກະ
ບົດແລະຂໍ້ຫາສໍ້ໂກງ.

ທະນາຍຄວາມ​ຊາວ Belgium ທ່ານ Paul Bakaert ​ໄດ້​ບອກ​ກັບ​ໂທລະພາບ VRT ​
ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ Puigdemont ​ແມ່ນ​ໄດ້​ຢູ່​ໃນນະຄອນ Brussels ​ແລ້ວ
ແລະ​ໄດ້​ແຕ່ງ​ຕັ້ງ​ໃຫ້​ທ່ານ​ເປັນ​ທະນາຍຄວາມ​ຂອງ​ທ່ານ.

ທ່ານ Bakaert ​ໄດ້​ກ່າວ​ວ່າ “ທ່ານ​ບໍ່​ໄດ້​ຢູ່​ໃນ Belgium ​ເພື່ອ​ສະ​ເພາະ​ເຈາະຈົງຂໍ​ຫຼີ້​ໄພ​
ທາງ​ການ​ເມືອງ​ດອກ. ມັນ​ຍັງ​ບໍ່​ທັນ​ໄດ້​ມີ​ການ​ຕັດສິນ​ໃຈ​ໃດໆ​ເທື່ອ.”

ເຊີນຊົມ: ບັນດາຜູ້ນຳຂອງ Catalonia ທີ່ພາກັນລົບໜີເຂົ້າໄປຍັງ Belgium

Your browser doesn’t support HTML5

Catalan Independence Leaders Flee to Belgium as Spain Seeks Rebellion Charges

ຫົວໜ້າ​ໄອ​ຍະ​ການ ທ່ານ Jose Manual Maza ​ໄດ້​ກ່າວ​ໃນ​ວັນ​ຈັນວານນີ້​ວ່າ
ທ່ານຈະຊອກຫາຊ່ອງທາງເພື່ອ​ຈະ​ກ່າວ​ຫາ​ບັນດາ​ຜູ້ນຳຂອງ Catalonia ທີ່​ໄດ້​ນຳພາ​
ໃນ​ການ​ຊຸກຍູ້​ໃຫ້​ມີ​ການແຍກ​ຕົວ​ອອກ​ຈາກ​ສ​ເປ​ນ ຊຶ່ງອາດຈະໄດ້ຮັບໂທດຈຳຄຸກ
ເປັນເວລາດົນນານ ຮວມທັງ ໂທດ​ຈຳ​ຄຸກ​ເປັນ​ເວລານານເຖິງ30 ປີ ​ໃນ​ຖານ​ກໍ່ກະບົດ.

ເຂດ Catalonia ​ໄດ້ລົງ​ປະຊາ​ມະຕິ ເມື່ອ​ວັນທີ 1 ຕຸລາຜ່ານ​ມາ​ນີ້ ​ໃນ​ຄຳ​ຖາມ​ທີ່​ວ່າ
ເຂດປົກຄອງ​ຕົນ​ເອງ​ດັ່ງກ່າວ ຄວນຈະ​ແຍກ​ຕົວ​ອອກ​ຈາກ​ສ​ເປ​ນ ຫຼື​ບໍ່. ລັດຖະບານ​
ທີ່​ນະຄອນ Madrid ​ໄດ້​ປະຕິ​ເສດ ​ຕໍ່​ການ​ຊຸກ​ຊູ້ໃຫ້ມີການແຍກໂຕ​ດັ່ງກ່າວ​ແລະ​ຫຼັງ​ຈາກ​ທີ່ສະມາຊິກ​ລັດ ຖະສະພາ Catalonia ​ໄດ້​ປະກາດ​ເອກກະ​ລາດ ​ໃນ​ສັບປະດາ​ແລ້ວ​ນີ້, ລັດຖະບານ​ກາງ​ໄດ້​ເຂົ້າ​ຄວບ​ຄຸມ​ແລະຍຸບສະພາ​ເຂດ​ທ້ອງ​ຖິ່ນດັ່ງກ່າວ.

ການ​ເລືອກ​ຕັ້ງ​ໃໝ່ ​ແມ່ນ​ມີ​ໝາຍ​ກຳໜົດ​ໃສ່​ເດືອນ​ທັນວາ ຈະ​ມາ​ເຖິງ​ນີ້ ​ແລະ​ພັກ​ການ​
ເມືອງແບ່ງ​ແຍກ​ດິນແດນ Catalonia ​ໄດ້​ປະກາດ​ວ່າ ຕົນ​ຈະ​ສົ່ງບັນດາ​ຜູ້​ສະໝັກເຂົ້າ​
ແຂ່ງ​ຂັນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ