ຕາຍ 46 ຄົນ ໃນເຫດ ກໍ່ຄວາມຮຸນແຮງ ຢູ່ໃນອີຣັກ (ວີດີໂອ)

ຊາວບ້ານຍ່າງຜ່ານ ບ່ອນທີ່ລົດຖືກວາງລະເບີດ ຢູ່ ພາກ ກາງຂອງເມືອງ Baqouba, ວັນທີ 25 ສິງຫາ 2013.

ຄວາ​ມຮຸນ​ແຮງລະຫວ່າງກຸ່ມ​ສາສະໜາ ​ໄດ້​ປະ​ທະອີຣັກອີກ
​ໃນວັນ​ອາທິດ​ວານ​ນີ້ ດ້ວຍ​ການວາງ​ລະ​ເບີດ​ລົດ​ແລະ​ຍິງ​ກັນ ​
ທີ່​ເຮັດໃຫ້​ຢ່າງ​ໜ້ອຍ 46 ຄົນເສຍ​ຊີວິດ ​ແລະ​ອີກ 100 ກວ່າ
​ຄົນ​ ໄດ້​ຮັບ​ບາດ​ເຈັບ.

​ເມືອງ Baqouba ​ໄດ້​ເປັນ​ເຂ​ດ​ນຶ່ງ​ທີ່​ຖືກ​ໂຈມ​ຕີ​ຢ່າງ​ໜັກ.
ມີ​ລະ​ເບີດລົດ​ແຕກ​ຂຶ້ນ ຢູ່​ຄຸ້ມຄົນ​ຢູ່​ອາ​ໄສ​ແຫ່ງ​ນຶ່ງ ​ແລະ​ຢູ່ງານ
​ກິນ​ດອງ​ແຫ່ງນຶ່ງ.

​ການໂຈມ​ຕີ​ດ້ວຍ​ລະ​ເບີດ​ຢູ່​ໃນ​ແລະ​ອ້ອມແອ້ມ​ນະຄອນຫລວງ
ແບກ​ແດດ ກໍເຮັດ​ໃຫ້​ມີ​ຜູ​ເສຍຊີວິດ​ຢ່າງ​ໜ້ອຍ 16 ຄົນ.

ຢູ່​ທີ່​ແຫ່ງ​ອື່ນໆ ພວກ​ກໍ່​ການ​ຮ້າຍ​ໄດ້​ດັກ​ຍິງ ລົດ​ບັນທຸກພວກ​ທະຫານ​ອີຣັກ​ຄັນ​ນຶ່ງ ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ 5 ຄົນ.

ຍັງບໍ່​ມີ​ໃຜອ້າງເອົາ​ຄວາມ​ຮັບຜິດຊອບສໍາລັບ​ການ​ໂຈມ​ຕີ​ໃນ​ວັນ​
ອາທິດ. ​ແຕ່​ວ່າ ຄວາມ​ຕຶງຄຽດ​ລະ​ຫວ່າງ ຊາວ Sunni ທີ່​ເປັນຊົນ
ກຸ່ມ​ນ້ອຍ​ຂອງອີຣັກ ​ແລະ ຊາວ Shi’ite ທີ່​ເປັນ​ຝ່າຍ​ກໍາ​ອໍານາດ​ນັ້ນ ໄດ້​ຟົດ​ເດືອດຄ່ອຍໆ
ມາ​ຕັ້ງ​ແຕ່​ຄາວ​ທີ່ຕໍາຫລວດເຂົ້າກວດ​ລ້າງ​ພວກ​ປະ​ທ້ວງຊາວ​ Sunni ໃນ​ເດືອນ​ເມສາຜ່ານ​ມາ.

ຊາວ Sunni ກ່າວ​ຫາ​ລັດຖະບານວ່າ ຈໍາກັດ​ຮັດ​ແຄບພວກ​ເຂົາ​ເຈົ້າທາງການ​ເມຶ​ອງ ແລະ​
ບໍ່​ຫົວຊາກັບ​ນໍາ​ຄໍາ​ຮຽກຮ້ອງຕ້ອງການຂອງ​ເຂົາ​ເຈົ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ​ຊາດ ກ່າວວ່າ ຄວາມ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
ຫລາຍ​ພັນ​ຄົນ ​ແລະ​ຢ້ານ​ວ່າ ອີຣັກ ອາດ​ຈະ​ມຸ່ງ​ໜ້າໄປ​ສູ່ ສົງຄາມ​ກາງ​ເມືອງ ກໍ​ໄດ້.

Your browser doesn’t support HTML5

iraq