7 ຄົນ ເສຍຊີວິດ ໃນການໂຈມຕີ ຂອງ ພວກກໍ່ການຮ້າຍ ທີ່ນະຄອນຫຼວງ ໂຊມາເລຍ

ກຳລັງຮັກສາຄວາມປອດໄພ ໂຊມາເລຍ ໄປກວດເບິ່ງ ຈຸດເກີດເຫດ ການໂຈມຕີ ດ້ວຍລົດລະເບີດ ຕໍ່ຮ້ານອາຫານ ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ, ວັນທີ 5 ເມສາ 2017.

ຢ່າງໜ້ອຍ 7 ຄົນ ໄດ້ເສຍຊີວິດ ຫຼັງຈາກລົດຄັນນຶ່ງ ທີ່ບັນຈຸວັດຖຸລະເບີດ ໄດ້ແຕກຂຶ້ນ
ຢູ່ຂ້າງນອກຂອງຮ້ານອາຫານ ໃນນະຄອນຫຼວງ Mogadishu ຂອງໂຊມາເລຍ ເມື່ອ
ວັນພຸດມື້ນີ້.

ຮ້ານອາຫານ ດັ່ງກ່າວ ຕັ້ງຢູ່ໃກ້ໆ ກັບຫ້ອງການ ຂອງກະຊວງຮັກສາຄວາມປອດໄພ
ພາຍໃນ ເຍົາວະຊົນ ແລະ ກິລາ.

ຍັງບໍ່ມີກຸ່ມ​ໃດ ອອກມາອ້າງເອົາຄວາມຮັບຜິດຊອບ ​ໃນການໂຈມຕີນີ້ເທື່ອ ແຕ່ກຸ່ມຫົວ
ຮຸນແຮງຈັດ al-Shabab ທີ່ເປັນເຄືອຂ່າຍຂອງກຸ່ມ al-Qaida ເຄີຍທຳ ການໂຈມຕີ
ທີ່ຄ້າຍຄືກັນນີ້ມາ​ແລ້ວ ​ໃນ​ອະດີດ.

Your browser doesn’t support HTML5

Somalia Terror Attack

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ