ລະເບີດ ທີ່ແຕກຂຶ້ນ ຢູ່ດ່ານກວດ ຕຳຫຼວດ ໃນເທີກີີ ສັງຫານ 11 ຄົນ

ຄວັນໄຟ ຈາກຕຶກອາຄານ ກອງບັນຊາການຕຳຫຼວດ ທີ່ເມືອງ Cizre ໃນແຂວງ Sirnak ຂອງເທີກີ ທີ່ມີຊາຍແດນ ຕິດກັບຊີເຣຍ ແລະ ອີຣັກ. (26 ສິງຫາ 2016)

ລະ​ເບີດ​ລົດ ​ໄດ້​ແຕກ​ຂຶ້ນ ​ໃນ​ວັນ​ສຸກ​ມື້ນີ້ ທີ່​ເມືອງ Cizre ທາງ​ພາກ​ຕາ​ເວັນອອກສຽງ​ໃຕ້ ​ຂອງ​ເທີ​ກີ​ເຮັດ​ໃຫ້​ຕຳຫຼວດ​ເສຍ​ຊີວິດ​ຢ່າງ​ໜ້ອຍ 11 ຄົນແລະ​ຜູ້​ຄົນ​ບາດ​ເຈັບ​ອີກ​ຈຳ​ນວນ ນຶ່ງ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ໂຮງໝໍ.

​ໂທລະພາບ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ ​ແປວ​ຄວັນ​ຂະໜາດ​ໃຫຍ່​ໄດ້​ພຸ່ງ​ຂຶ້ນສູ່​ທ້ອງຟ້າ ຫຼັງ​ຈາກ​ລະ​ເບີດໄດ້​ແຕກ​ຂຶ້ນ ​ໃນ​ສະຖານ​ທີ່ໆ​ເຊື່ອ​ກັນ​ວ່າ ​ເປັນ​ບ່ອນ​ກວດ​ຂອງຕຳຫຼວດ.

​ເຫດ​ລະ​ເບີດ​ໃນ​ວັນ​ສຸກ​ມື້ນີ້ ​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 6 ​ໂມງ​ເຄິ່ງຕອນ​ເຊົ້າຕາມເວລາ​ໃນ​ທ້ອງ​ຖິ່ນ.

​ເຈົ້າໜ້າ​ທີ່​ເທີ​ກີ​ປະກາດ​ວ່າ ຈະ​ທຳ​ການ​ຕອບ​ໂຕ້​ຕໍ່​ການວາງ​ລະ​ເບີດ​ໃນ​ຄັ້ງນີ້.

ນາຍົກລັດຖະມົນຕີ​ເທີ​ກີ ທ່ານ Binali Yildirim ກ່າວ​ໃນ​ລະຫວ່າງ​ ກອງ​ປະຊຸມຖະ​ແຫຼງ ຂ່າວ​ທີ່​ນະຄອນ​ອິສຕັນ​ບູລວ່າ “ພວກ​ເຮົາ​ຈະ​ຕອບ​ໂຕ້​ ຕໍ່​ພວກໂຈມ​ຕີ ທີ່​ເຂົາ​ສົມຄວນ​ຈະ​ ໄດ້​ຮັບ. ບໍ່​ມີ​ອົງການ​ກໍ່​ການ​ຮ້າຍ​ໃດໆ​ທີ່​ຈະ​ເອົາ​ເທີກີ​ມາ​ເປັນ​ໂຕ​ປະກັນ.”

ເມືອງ Cizre ​ຕັ້ງຢູ່ໃນແຂວງ Sirnak ຊຶ່ງ​ເປັນ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ກັບປະເທດ​ຊີ​ເຣຍ​ ແລະ​ອີຣັກແລະ​ມີ​ພົນລະ​ເມືອງ​ສ່ວນ​ໃຫຍ່​ເປັນ​ຊາວ​ເຄີ​ດ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອແຕ່​ອົງການ​ຂ່າວ Anadolu ຂອງ​ທາງ​ການ​ເທີກີ ກ່າວວ່າ ການ​ໂຈມ​ຕີນີ້​ເປັນ​ນ້ຳມື​ ຂອງ​ພັກ​ກຳມະກອນ​ຊາວ​ເຄີ​ດ ທີ່​ເອີ້ນຫຍໍ້​ວ່າ PKK ຊຶ່ງ​ເປັນ​ອົງການ​ທີ່ຢູ່​ໃນ​ບັນຊີ​ລາຍ​ຊື່​ພວກ​ກໍ່​ການ​ຮ້າຍ ທີ່​ເຊື່ອ​ວ່າ ​ເປັນ​ຜູ້​ພົວພັນ​ນຳ​ການ​ໂຈມ​ຕີ​ທີ່​ມີ​ມາ​ເປັນ​ລຳດັບ​ຢູ່​ໃນ​ຂົງ​ເຂດ.

ກຸ່ມ​ດັ່ງກ່າວ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຕໍ່​ປ້ອມ​ຕຳຫຼວດຢ່າງ​ໜ້ອຍ​ນຶ່ງ​ເທື່ອ.

ກຸ່ມ PKK ​ເລີ້ມການ​ກໍ່​ກະບົດ​ດ້ວຍ​ກຳ​ລັງ​ອາວຸດ​ໃນ​ປີ 1984 ​ເພື່ອ​ຮຽກຮ້ອງ​ເອົາ ການ​ປົກ ຄອງ​ຕົນ​ເອງ ​ໃນ​ບໍ​ລິ​ເວນ​ທີ່​ກວ້າງ​ໃຫຍ່ ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ ທີ່​ມີ​ຊາຍ​ແດນ​ຕິ​ກັບ​ຊີ​ເຣຍ ອີຣັກ ​ແລະ​ອີຣ່ານ. ມີ​ຫລາຍໆ​ສິບ​ພັນ​ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ໃນ​ການ​ສູ້​ລົບ​ກັນ​ດັ່ງກ່າວ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Turkey Police Attack