ເມັກຊິໂກໄຂກອງປະຊຸມ ດິນຟ້າອາກາດ

  • ສິງ ບູຣົມມະວົງ

ປະທານາທິບໍດີ Felipe Calderon ແຫ່ງເມັກຊິໂກ ກ່າວໄຂ ກອງປະຊຸມວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ທີ່ເມືອງ Cancun, ວັນທີ 29 ພະຈິກ 2010.

ປະທານາທິບໍດີ Felipe Calderon ​ແຫ່ງ​ເມັກ​ຊິ​ໂກ ໄດ້ໄຂ​ກອງ​ປະຊຸມ​ວ່າ​ດ້ວຍ​ການ​
ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ ພາຍຕ້​ການອຸບປະຖໍາ​ຂອງ​ສະຫະ​ປະຊາ​ຊາດ ທີ່​ເມືອງ
ຕາກ​ອາກາດ​ Cancun ​ແຄມ​ທະເລກາຣິບບຽນໂດຍຮຽກຮ້ອງ​ໃຫ້​ພວກ​ນັກ​ເຈລະຈາ
ທັງຫລາຍ​ ​ແຍກ​ຜົນປະໂຫຍ​ດ​ແຫ່ງ​ຊາດ​ຂອງ​ຕົນໄວ້​ຕ່າງຫາກ ແລະ​ໃຫ້​ດໍາ​ເນີນ​ງານ
ຮ່ວມ​ກັນເພື່ອ​ຕໍ່ສູ້​ກັບ​ສະພາວະໂລກ​ຮ້ອນ​ນັ້ນ.

ປະທານາທິບໍດີ Calderon ກ່າວ​ຕໍ່​ບັນດາ​ຜູ້ຕາງໜ້າ​ຈາກ​ເກືອບ 200 ປະ​ເທດໃນ​ວັນ
ຈັນ​ວານ​ນີ້​ວ່າ ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ ແມ່ນ​ໄດ້ກາຍ​ມາ​ເປັນ​ສະພາບ​ຕົວຈິງ​
ແລ້ວ​ ສໍາລັບ​ເມັກ​ຊິ​ໂກ​ແລະ​ປະເທດ​ອື່ນໆ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ການລົດ​ຜ່ອນການ​ປ່ອຍ​
ແກ​ສ​ເຮືອ​ນແກ້ວ​ອອກສູ່ບັນຍາກາດລົງ ຊຶ່ງ​ແກສດັ່ງກ່າວຖືກ​ກ່າວ​ຫາ​ວ່າ ເປັນ​ຕົ້ນ​ເຫດ
ພາ​ໃຫ້ເກີດສະພາວະໂລກ​ຮ້ອນນັ້ນ ແລະພ້ອມດຽວກັນ ກໍ​ຮັກສາ​ການເຕີບ​ໂຕ​ທາງ​ດ້ານ
ເສດຖະກິດໃຫ້​ຍືນ​ຍົງ​ຕໍ່ໄປນັ້ນ ແມ່ນສາມາດເຮັດໄດ້.

ກອງປະຊຸມ​ເປັນ​ເວລາ 2 ສັບປະ​ດາ​ໃນ​ເມືອງ Cancun ​ແມ່ນ​ເພື່ອ​ຊອກ​ຫາ​ທາງ​ດຶງ​
ໃຫ້ການເຈລະຈາ​ກັນ​ກັບ​ຄືນ​ມາ​ເຂົ້າ​ສູ່​ທິດ​ທາງ​ທີ່​ຖືກຕ້ອງ​ອີກ ຫລັງ​ຈາກກອງ​ປະຊຸມ
ສຸດ​ຍອດ​ທີ່​ນະຄອນ Copengagen ​ໃນ​ປີ​ແລ້ວ​ນີ້ ບໍ່​ໄດ້​ບັນລຸຜົນ ໃຫ້ມີສົນທິສັນຍາ​
ທີ່ມີຜົນບັງຄັບໃຊ້ໄດ້ ທາງ​ກົດໝາຍ​ນັ້ນ.