ອະດີດລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ຫຍັບໃກ້ເຂົ້າ ໄປຕື່ມອີກ ໃນວັນອັງຄານວານນີ້ ຕໍ່ອັນທີ່ເກືອບວ່າ ແນ່ນອນແລ້ວ ໃນການທີ່ທ່ານນາງຈະຖືກສະເໜີຊື່ແຕ່ງຕັ້ງໃຫ້ເປັນຜູ້ສະໝັກຂອງພັກເດໂມແຄຣັດເພື່ອລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ.
ຈາກບັດຄະແນນສຽງສ່ວນໃຫຍ່ທີ່ນັບໄປແລ້ວໃນການເລືອກຕັ້ງຂັ້ນຕົ້ນທີ່ລັດ Kentucky ສະແດງໃຫ້ເຫັນວ່າ ທ່ານນາງ Clinton ມີຄະແນນນຳໜ້າ ສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ປະມານ 2,000 ຄະແນນ. ເຈົ້າໜ້າທີ່ເລືອກຕັ້ງກ່າວວ່າ ເຂົາເຈົ້າຍັງຈະບໍ່ປະກາດເທື່ອວ່າແມ່ນໃຜເປັນຜູ້ຊະນະ ແຕ່ວ່າທ່ານນາງ Clinton ໄດ້ອ້າງເອົາໄຊຊະໄປແລ້ວ.
ຜົນການນັບບັດຄະແນນສຽງຂັ້ນສຸດທ້າຍ ກໍບໍ່ມີຄວາມສຳຄັນຫຍັງຫລາຍໃນເມື່ອວ່າພັກ ເດໂມແຄຣັດໄດ້ແບ່ງປັນຄະແນນກັນຕາມຊັດສ່ວນທີ່ໄດ້ຮັບແລະຜູ້ສະໝັກທັງສອງໃນທີ່ ສຸດກໍຈະແບ່ງຄະແນນໃນການເລືອກຕັ້ງຢູ່ລັດ Kentucky ເກືອບວ່າເຄິ່ງຕໍ່ເຄິ່ງ.
ໃນການແຂ່ງຂັນຢູ່ອີກບ່ອນນຶ່ງນັ້ນທ່ານ Sanders ໄດ້ຊະນະການເລືອກຕັ້ງຂັ້ນຕົ້ນທີ່ລັດ Oregon ທາງພາກຕາເວັນຕົກສຽງເໜືອຂອງສະຫະລັດ.
ທ່ານນາງ Hillary Clinton ຖາມສະບາຍຜູ້ຄົນ ທີ່ຮ້ານອາຫານ Lone Oak Little Castle ໃນເມືອງ Paducah ລັດ Ky.
ເພື່ອຈະໄດ້ຮັບການສະເໜີຊື່ແຕ່ງຕັ້ງຈາກພັກ ທ່ານ Sanders ຈຳເປັນຈະຕ້ອງໄດ້ຊະນະປະມານ 85 ເປີເຊັນ ຂອງພວກຜູ້ຕາງໜ້າ ທີ່ຍັງເຫລືອຢູ່ໃນເວລານີ້ ຈຶ່ງຈະມີຄະແນນລື່ນທ່ານນາງ Clinton ແລະໄດ້ຮັບການແຕ່ງຕັ້ງຈາກພັກ. ທ່ານໄດ້ຊະນະດ້ວຍຄະແນນສຽງ ແບບນີ້ຢູ່ໃນພຽງລັດດຽວເທົ່ານັ້ນຄືທີ່ລັດ Vermont
ພັກເດໂມແຄຣັດ ຈະຈັດໃຫ້ມີການເລືອກຕັ້ງ ໃນວັນທີ 4 ມິຖຸນາ ທີ່ໝູ່ເກາະ Virgin ແລະ ວັນທີ 5 ມິຖຸນາທີ່ Puerto Rico ຊຶ່ງປາກົດວ່າ ຈະບໍ່ມີຜູ້ຕາງໜ້າຫລາຍພໍໃນການເລືອກຕັ້ງທັງສອງ ສຳລັບທ່ານນາງ Clinton ຈະໄດ້ຮັບການແຕ່ງຕັ້ງ ຈາກພັກ ແຕ່ທ່ານນາງກໍຄາດຈະຖືກແຕ່ງຕັ້ງໃນວັນທີ 7 ມິຖຸນາ ເວລາ 6 ລັດຈັດໃຫ້ມີການປ່ອນບັດເລືອກຕັ້ງ.
ຜູ້ທີ່ໄດ້ຮັບການແຕ່ງຕັ້ງຂອງພັກເດໂມແຄຣັດຈະປະເຊີນໜ້າກັບຜູ້ສະໝັກຂອງພັກຣີພັບບລີກັນ ທ່ານ Donald Trump ໃນການເລືອກຕັ້ງທົ່ວໄປໃນເດືອນພະຈິກທ້າຍປີນີ້.
ການຢັ່ງຫາງສຽງຂອງ NBC News/Survey Monkey ໃນວັນອັງຄານວານນີ້ສະແດງໃຫ້ເຫັນວ່າ ທ່ານນາງ Clinton ແມ່ນມີຄະແນນສຽງ ນຳໜ້າໜ້ອຍນຶ່ງ ລື່ນທ່ານ Trump ຢູ່ໃນທົ່ວປະເທດ ຄື 48 ຕໍ່ 45 ເປີເຊັນ ຄືຫລຸດຈາກ 5 ເປີ ເຊັນເມື່ອນຶ່ງອາທິດກ່ອນ.
ອັດຕາສະເລ່ຍ ໃນການຢັ່ງຫາງສຽງຫລາຍໆຄັ້ງສະແດງໃຫ້ເຫັນວ່າ ທ່ານນາງ Clinton ມີຄະແນນນຳໜ້າທ່ານ Trump ປະມານ 6 ເປີເຊັນໃນຂະນະທີ່ທ່ານ Sanders ແມ່ນດີ ກວ່ານີ້ ຄືມີຄະແນນນຳໜ້າທ່ານ Trump 13 ເປີເຊັນ.
Your browser doesn’t support HTML5
US Presidential Politics