ຊາວກໍາປູເຈຍ ກຽມເລືອກຕັ້ງ ທົ່ວປະເທດ ໃນວັນອາທິດ

  • Robert Carmichael

ທ່ານ Sam Rainsy ກໍາລັງຈັບມືກັບພວກສະໜັບສະໜຸນທ່ານ ໃນຂະນະຫາສຽງເລືອກຕັ້ງ ທີ່ແຂວງ Kampong Speu ພາກຕາເວັນຕົກຂອງກໍາປູເຈຍ ເມື່ອບໍ່ດົນມານີ້.

ການໂຄສະນາຫາສຽງສໍາລັບການເລືອກຕັ້ງທົ່ວປະເທດຂອງກໍາ
ປູເຈຍ ​ໃກ້ ຈະສິ້ນສຸດລົງ​ແລ້ວ ຂະນະ​ທີ່ພັກການເມືອງທັງແປດ
ພັກ ທີ່ເຂົ້າຮ່ວມແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ ກໍາລັງພາກັນຂຸ້ນຂ້ຽວ ພະຍາຍາມຮຽກຮ້ອງເອົາຄະແນນສຽງຄັ້ງສຸດທ້າຍ ກ່ອນການ
ປ່ອນບັດໃນວັນທິດຈະ​ມາ​ຮອດນີ້. ​ແຕ່​ວ່າ ການແຂ່ງຂັນແທ້ໆນັ້ນ
ແມ່ນ​ໃນລະຫວ່າງສອງພັກໃຫຍ່ ກໍຄືພັກ ປະຊາຊົນ ກໍາປູເຈຍ
Cambodian People’s Party ທີ່ປົກຄອງປະເທດໃນເວລານີ້
ກັບພັກຝ່າຍຄ້ານ ກູ້ຊາດກໍາປູ​ເຈຍ ຫຼື Cambodia National
Rescue Party ຊຶ່ງຫົວໜ້າພັກ ທ່ານແຊມ ເຣນສີ ຫາ​ກໍກັບຕ່າວ
ຄືນບ້ານເມື່ອ ບໍ່ດົນມານີ້ ຫຼັງຈາກ​ໄດ້​ໜີໄປອາໄສຢູ່​ຕ່າງປະ​ເທດ
ເປັນເວລາສີ່ປີ. Robert Carmichael ຜູ້ສື່ຂ່າວວີໂອເອ ລາຍ
ງານຈາກ ນະຄອນຫຼວງພະນົມເປັນ ຊຶ່ງທອງປານມີລາຍລະອຽດ ຂອງເລຶ່ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ

Your browser doesn’t support HTML5

ຟັງລາຍງານ ການເລືອກຕັ້ງ ໃນກໍາປູເຈຍ


ໃນ​ມື້ຫຼັງຈາກການມາເຖິງພະນົມເປັນຢ່າງມີ​ໄຊຊະນະຂອງທ່ານ ເມື່ອວັນສຸກອາທິດຜ່ານ
ມານີ້ ທ່ານ ແຊມ ເຣນສີ ຫົວໜ້າພັກຝ່າຍຄ້ານ ກໍເລີ່ມອອກເດີນທາງຢ້ຽມຢາມ ທົ່ວປະເທດ
ກັບທ່ານ Kem Sokha ຮອງຫົວໜ້າພັກຂອງທ່ານ.

ທ່ານ ແຊມ ເຣນສີ ເປັນບຸກຄົນ​ສໍາຄັນຝ່າຍຄ້ານຂອງກໍາປູເຈຍ ທີ່ມີຊື່ສຽງແລະຜູ້ຄົນຮູ້ຈັກ​
ດີ​ທີ່​ສຸດ ແລະຢູ່ໃນປະເທດນຶ່ງທີ່ຖືບຸກຄະລິກສໍາ​ຄັນ​ກວ່ານະໂຍບາຍນັ້ນ ພັກຝ່າຍຄ້ານ ກູ້ຊາດກໍາປູ​ເຈຍ ຫຼື CNRP ມີຄວາມຫວັງວ່າ ການມີໜ້າຂອງທ່ານເຣນສີນັ້ນ ຈະໝາຍ
ເຖິງຜົນຮັບທີ່ດີໃນຫີບປ່ອນບັດ.

ທ່ານ Sam Rainsy ທ່າມກາງພວກໄປຕ້ອນຮັບທ່ານ ຕອນເດີນທາງ ມາຮອດ ສະໜາມບິນພະນົມເປັນ, ັວນທີ 19 ກໍລະກົດ 2013.


ໃນລະຫວ່າງ​ດຽວ​ກັນນີ້ ພັກປະຊາຊົນກໍາປູເຈຍ ຂອງນາຍົກລັດ
ຖະມົນຕີ ຮຸນ ເຊນ ກໍກໍາ ລັງສວຍ​ໂອກາດ​ໃຊ້​ ຄວາມບໍ່ລົງຮອຍ
​ກັນ​ປານ​ໃດ ທີ່​ເປັນສັນຍາ​ລັກ​ຂອງຄວາມສໍາພັນລະຫວ່າງທ່ານ
ແຊມ ເຣນສີ ແລະ ທ່ານ Kem Sokha ໃນບໍ່ເທົ່າໃດປີຜ່ານມາ
ສະ​ແດງ ໃຫ້ເຫັນພາບພົດຂອງພັກຝ່າຍຄ້ານ ທີ່ແຕກແຍກກັນ.

​ແຕ່ບັນດານັກການເມືອງຝ່າຍຄ້ານ ເວົ້າວ່າ ວັນ​ເວລາ​ແຫ່ງ​ການ
​ແຕກ​ແຍກ​ກັນ ແມ່ນໄດ້ ສິ້ນສຸດລົງແຕ່ດົນນານແລ້ວ ​ແລະກົງກັນ
ຂ້າມ ​ເວລາ​ນີ້ ພວກເຂົາເຈົ້າແມ່ນສຸມໃສ່ໃນສິ່ງ ທີ່ພວກນັກວິເຄາະ
ເວົ້າວ່າ ມັນເປັນຄວາມພະຍາຍາມເທື່ອທໍາອິດຂອງພວກເຂົາເຈົ້າ ເພື່ອຈອບອອຍ​ເອົາພວກປ່ອນບັດ ດ້ວຍນະໂຍບາຍໃໝ່ຂອງລັດຖະບານ ຖ້າ​ເຂົາ​ເຈົ້າ​ຊະນະ​ການ​ເລືອກ​ຕັ້ງ.

ທ່ານ Son Chhay ສະມາຊິກສະພາຝ່າຍຄ້ານເວົ້າວ່າ ພວກນະໂຍບາຍໃໝ່ ທີ່ເດັ່ນດັງ ໄປທົ່ວນັ້ນ ກໍຄືນະໂຍບາຍທີ່ໃຫ້ຄໍາໝັ້ນສັນຍາທີ່ຈະປັບປຸງຊີ ວິດຄວາມເປັນຢູ່ຂອງປະ ຊາຊົນໃຫ້ດີຂື້ນ ​ໂດຍ​ຈະເພີ່ມຄ່າແຮງງານປະຈໍາເດືອນແກ່ພວກຄົນງານ ຈາກ 80 ໂດລ່າ ຂຶ້ນເປັນ 150 ໂດລ່າ.

ທ່ານ Son Chhay ເວົ້າອີກວ່າ ພວກຄົນງານໃນກໍາປູເຈຍ ສ່ວນຫຼາຍແມ່ນພວກຍິງໜຸ່ມທີ່
ທໍາງານຢູ່ໃນພາກສ່ວນຕັດຫຍິບ ທີ່ກໍາລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປນັບມື້ ໃນຂະນະນີ້
​ແມ່ນ​ເປັນ​ພວກ​ທີ່​ຕ້ອງລ້ຽງດູຄອບຄົວແລະພີ່ໆນ້ອງໆ ຢູ່ໃນເຂດແຂວງຕ່າງໆ.

ທ່ານ Son Chhay ເວົ້າວ່າ:“ນີ້ຄືນະໂຍບາຍ ທີ່ໃນຕອນທໍາອິດ ພວກເຮົາຄິດວ່າ ມັນກ່ຽວກັບສະວັດດີການຂອງພວກຄົນງານ ແຕ່ມັນກໍກະທົບຄົນພວກອື່ນ ເຊັ່ນ
ກັນ ຍ້ອນວ່າບັດນີ້ຄົນງານຈະກັບໄປຍັງບ້ານຂອງພວກ​ເຂົາ​ເຈົ້າ ແລ້ວກໍພະຍາ ຍາມຊຸກຍູ້ໃຫ້ພີ່ນ້ອງຂອງພວກເຂົາເຈົ້າປ່ອນບັດເອົາພັກ ຝ່າຍຄ້ານ. ພວກຄົນ ງານຈະບອກພີ່ນ້ອງວ່າ ຖ້າພັກຝ່າຍຄ້ານຊະນະແລ້ວ ພວກເຂົາເຈົ້າຈະ​ໄດ້ເງິນ ເດືອນຫຼາຍຂຶ້ນ ຊຶ່ງບາດແລ້ວພວກເຂົາເຈົ້າກໍຈະ ມີໂອກາດຫຼາຍ ຂຶ້ນເພື່ອລ້ຽງ ດູຄອບຄົວຂອງພວກເຂົາເຈົ້າ​ໃຫ້ດີຂຶ້ນກວ່າເກົ່າ.”


ມັນອາດຈະພິສູດໃຫ້ເຫັນວ່າ ການເຄື່ອນໄຫວທີ່ສະຫຼາດຢ່າງນຶ່ງ ​ເຊັ່ນ​ດຽວ​ກັນ​ກັບຄໍາໝັ້ນ
ສັນຍາຂອງພັກຝ່າຍຄ້ານ ທີ່ວ່າຈະຂຶ້ນເງິນເດືອນຂອງລັດຖະກອນ ເປັນ 250 ໂດລ່າຕໍ່
ເດືອນ ແລະຈະຈ່າຍຄ່າບໍານານເດືອນລະ 10 ໂດລ່າ ໃຫ້ແກ່ຄົນເຖົ້າ ຈໍານວນ 6 ແສນຄົນ
ຂອງກໍາປູເຈຍ. ປັດຈຸບັນນີ້ ພວກອອກກິນເບັ້ຍບໍານານ ​ແມ່ນບໍ່ໄດ້ຮັບເງິນລ້ຽງ ດູເລີຍ. ພັກຝ່າຍຄ້ານ ຄາດ​ວ່າ ນະໂຍບາຍສາມປະການນີ້ ຈະ​ເປັນ​ປະ​ໂຫຍ​ດຕໍ່​ຜູ້​ມີ​ສິດປ່ອນບັດ ​
ເກືອບສອງລ້ານຄົນ ຫຼື​ປະມານ 20 ເປີເຊັນປາຍ​ນ້ອຍ​ນຶ່ງຂອງຜູ້ມີສິດເລືອກຕັ້ງທັງໝົດ.

ພັວກສະໜັບສະນຸນພັກລັດຖະບານ ກໍຄືພັກປະຊາຊົນກໍາປູເຈຍ ພາກັນຟ້ອນ ຢູ່ກ້ອງຮູບໂຄສະນາ ຂອງຜູ້ນໍາພັກ.


ເຖິງແມ່ນພັກຝ່າຍຄ້ານຈະສະເໜີໃຫ້ສິ່ງເຫຼົ່ານີ້ກໍຕາມ ​ແຕ່​ທິດ​
ທາງ​ຂອງ ການເລືອກຕັ້ງ ນັ້ນແມ່ນຂຶ້ນ​ຢູ່​ກັບ ພັກຂອງ​ລັດຖະ
ບານຊຸດປັດຈຸບັນນີ້ ຊຶ່ງ​ໄດ້ ປົກຄອງປະເທດມາ​ເປັນ​ເວລາສາມ
ສິບປີ​ແລ້ວ. ກົນໄກການເລືອກຕັ້ງຂອງພັກ​ດັ່ງກ່າວ ທີ່ຮວມ​ເອົາ
ລັດຖະບານ ແລະພັກ​ເຂົ້າກັນ ນັບ​ຕັ້ງ​ແຕ່ຈາກຫ້ອງການນາຍົກ
ລັດຖະມົນຕີ ໄປຈົນເຖິງໝູ່ບ້ານທີ່ຢູ່ສອກຫຼີກຫ່າງໄກທັງຫຼາຍ
ໃນກໍາປູເຈຍນັ້ນ ​ແມ່ນ​ເປັນ​ກົນ​ໄກ​ທີ່​ລາບ​ລື່ນ ມີງົບປະມານມະ
ຫາສານ ແລະ ມີປະສິດທິພາບສູງ.

ນອກນີ້ແລ້ວ ພັກປະຊາຊົນກໍາປູເຈຍ ຫຼື CPP ຍັງຄວບຄຸມການ
ອອກອາກາດທາງທີວີ ທັງໝົດ ຄວບຄຸມສະຖານີວິທະຍຸ​ເກືອ​ບທັງໝົດ ​ແລະໜັງສືພິມຊັ້ນນໍາ
ທີ່ເປັນພາສາຂະ​ເໝນນັ້ນນໍາ.

ສະ​ນັ້ນ ຈຶ່ງບໍ່ເປັນເລຶ່ອງທີ່​ໜ້າປະຫຼາດໃຈຫຍັງ​ເລີຍ ທີ່ການກັບຕ່າວຄືນບ້ານຂອງທ່ານ ແຊມ
ເຣນສີ ຊຶ່ງມີປະຊາຊົນນຶ່ງແສນຄົນຢືນລຽນແຖວກັນຕ້ອນຮັບທ່ານ ຢູ່ຕາມຖະໜົນຫົນທາງ
ໃນເມືອງຫຼວງພະນົມເປັນເມື່ອວັນສຸກ​ແລ້ວ​ນີ້ ບໍ່ໄດ້ມີລາຍງານຂ່າວແຕ່ຢ່າງໃດ ຢູ່ພາຍໃນ
ປະ​ເທດ ທັງໆທີ່​ເປັນຂ່າວໜ້າ​ນຶ່ງຢູ່ຕ່າງປະເທດ.

ນັກວິເຄາະການເມືອງ Lao Mong Hay ເວົ້າວ່າ: ສະຫຼູບ​ແລ້ວ ກໍ​ແມ່ນວ່າ ມັນ​ເປັນເວທີ
ຕໍ່​ສູ້​ກັນທີ່ເອນອຽງບໍ່​ກໍ້າ​ເກິ່ງ​ກັນຢູ່ແລ້ວ ​ແລະ​ບັນຫາ​ນຶ່ງ​ທີ່​ບໍ່​ແມ່ນ​ບັນຫາ​ນ້ອຍ​ທີ່​ສຸດ​ຂອງ
ພັກຝ່າຍຄ້ານນັ້ນ ກໍຄື​ເຂົາ​ເຈົ້າ​ບໍ່​ມີ​ພະ​ຫາ​ນະ​ທີ່ຈະ​ໃຊ້ເຜີຍແຜ່ຂໍ້ມູນຂອງຕົນ ໃຫ້ທົ່ວເຖິງ
ໄດ້. ທ່ານ ຮາຍ ເວົ້າວ່າ:

ທ່ານ Kem Sokha ກັບທ່ານ Sam Rainsy ໂຄສະນາຫາສຽງຮ່ວມກັນ ຢູ່ Kampot


“ໂດຍສະເພາະວິທີການເຂົ້າຫາເຂົ້າເຖິງປະຊາຊົນນັ້ນ ພັກ ຝ່າຍຄ້ານບໍ່ມີພາຫານະພຽງພໍ ບໍ່ມີເວລາຈັດຕັ້ງ ຕຽມການ
ພວກເຂົາເຈົ້າ ເອງ ໄດ້ພຽງພໍ ແລະຍິ່ງໄປກວ່ານັ້ນ ການໂຄ
ສະນາຫາສຽງເລືອກຕັ້ງກໍ ປະກົດວ່າ ແປກໆຢູ່ທີ່ນີ້ ຄືພວກ
ເຂົາເຈົ້າຈະເນັ້ນໜັກ ແລະສຸມໃສ່​ແຕ່ການ ໂຮມຊຸມນຸມກັນ ບໍ່ມີການອອກໄປທ່ຽວຊັກຊວນອວນ​ເອົາ​ສຽງ​ເລີຍ.”


ເຖິງແມ່ນທ່ານ ແຊມ ເຣນສີ ​ໄດ້​ກັບ​ຄືນ​ມາ​ແລ້ວ​ ​ແລະ​ໄດ້​ຮັບ​ການ
​ອ​ະ​ໄພ​ຍະ​ໂທດຈາກ​ກະສັດ​ສີ​ຫາ​ມຸນີ ​ແລ້ວກໍຕາມ ແຕ່ທ່ານແຊມ
ກໍຍັງຖືກຫ້າມບໍ່ໃຫ້ສະໝັກເລືອກຕັ້ງ ຫຼືປ່ອນບັດເລືອກຕັ້ງ. ສະນັ້ນ
ໃນຕົ້ນອາທິດນີ້ ທ່ານແຊມ ໄດ້ຮ້ອງຂໍຕໍ່ກໍາມະການເລືອກຕັ້ງແຫ່ງຊາດ ຊຶ່ງເປັນອົງກອນທີ່
ກໍາກັບດູແລການເລືອກຕັ້ງນັ້ນ ໃຫ້ຮັບຮອງທ່ານເປັນຜູ້ ສະໝັກເລືອກຕັ້ງຄືນ.

ເມື່ອວັນອັງຄານຜ່ານມານີ້ ກໍາມະການເລືອກຕັ້ງ ຊຶ່ງ​ໄດ້ຖືກຕໍາໜີຕິຕຽນມາດົນນານແລ້ວ
ວ່າເຂົ້າຂ້າງພັກທີ່ປົກຄອງປະເທດມາ​ຕະຫຼອດນັ້ນ ໄດ້ປະຕິເສດຄໍາຮ້ອງຂໍຂອງທ່ານແຊມ.

ທ່ານ Lao Mong Hay ເວົ້າອີກວ່າ ນັ້ນເປັນຄວາມຜິດພາດທີ່ບໍ່​ແມ່ນ​ນ້ອຍໆ​ເລີຍ ເພາະ
ວ່າການອະນຸຍາດໃຫ້ທ່ານ ແຊມ ລົງສະໝັກແຂ່ງຂັນເລືອກຕັ້ງນັ້ນ ​ແມ່ນຈະຊ່ວຍລົບລ້າງ
ຄໍາຕໍາໜິຕິຕຽນໂດຍປະຊາຄົມນາໆຊາດ. ​ແຕ່ທ່ານເວົ້າຕໍ່ໄປວ່າ ດ້ວຍຈໍານວນສຽງສະໜັບ
ສະໜຸນທີ່ ພັກຝ່າຍຄ້ານ​ໄດ້ພິສູດໃຫ້ເຫັນວ່າ ຕົນສາມາດລະດົມ​ເອົາ​ໄດ້​ຢູ່ໃນເຂດຕົວ
ເມືອງນັ້ນ ມັນອາດສາມາດສ້າງຜົນ​ເສຍ​ຫາຍ​ໃຫ້​ຢູ່​ພາຍ​ໃນປະ​ເທດໄດ້ ນໍາເຊັ່ນກັນ.

ຂະນະນີ້ ບັນດາປະເທດຜູ້ໃຫ້ການ​ຊ່ວຍ​ເຫຼືອທັງຫຼາຍ ແລະຝ່າຍອື່ນໆອີກ ແມ່ນຈັບຕາເບິ່ງ
ສະຖານະການຂອງກໍາປູເຈຍ ຢ່າງ​ເພ່ງ​ເລັງໃນຫຼາຍມື້ຕໍ່ໜ້ານີ້ ແລະກາຍໄປກວ່າ ນັ້ນ.

ເມື່ອວັນສຸກມື້ນີ້ ບັນດາພັກການເມືອງຕ່າງໆທໍາການໂຮມຊຸມ​ບັ້ນສຸດທ້າຍຂອງພວກເຂົາ
ເຈົ້າ ແລະບັນດາຜູ້ສະໝັກເລືອກຕັ້ງ ກໍກ່າວຄໍາປາໄສເອົາ​ສຽງ​ສະໜັບສະໜຸນ​ກ່ອນປິດ
ການໂຄສະນາຫາສຽງ. ຫຼັງຈາກນັ້ນ ທົ່ວປະເທດກໍຈະຢຸດພັກຜ່ອນເປັນເວລາ 24 ຊົ່ວໂມງ
ກ່ອນຈະພາກັນໄປ ຍັງບ່ອນປ່ອນບັດ ທີ່ຈະເປີດຂຶ້ນໃນຕອນເຊົ້າໆ ຂອງວັນອາທິດນີ້.