ທ່ານ Cameron ຢາກມີຄວາມສຳພັນ ແບບບໍ່ແຊກແຊງ ຊຶ່ງກັນແລະກັນ ກັບອີຢູ

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ລົມກັນ ກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກຳລັງ​ຮຽກ
ຮ້ອງ​ໃຫ້​ບັນດາ​ຜູ້ນຳ​ຂອງ​ສະຫະພາບ​ຢູ​ໂຣບຫຼືອີຢູ ຍອມຮັບ​ເອົາ
​ຄວາມ​ສຳພັນແບບບໍ່ມີການແຊກແຊງ​ ຊຶ່ງກັນແລະກັນ ຫຼືຄວາມ
ສຳພັນ ຕາມ​ສະພາບ​ຄວາມ​ເປັນ​ຈິງ ​ເຖິງ​ແມ່ນ​ວ່າ​ ເຂົາ​ເຈົ້າຈະ​ມີ​
ແນວ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ ຊຶ່ງ​ທ່ານ​ກ່າວ​ວ່າຈະອຳນວຍ​ໃຫ້
​ອັງກິດ ​ໄດ້​ຢູ່​ໃນ​ສະຫະພາບ​ຢູ​ໂຣບຕໍ່​ໄປ.

ທ່ານ Cameron ​ແລະ​ຜູ້ນຳ​ອື່ນໆ​ອີກ 27 ປະ​ເທດ​ ຂອງ​ສະຫະ
ພາບ​ຢູ​ໂຣບກຳລັງ​ປະຊຸມ​ສຸດ​ຍອດ​ເປັນ​ເວລາ​ສອງ​ມື້ ທີ່​ນະຄອນ
Brussels ​ເພື່ອ​ເພັ່ງ​ເລັງ​ໃສ່ ວິກິດ​ການອົບ​ພະຍົບ ຂອງ​ຢູ​ໂຣບ
ແລະເຈລະຈາ​ຫາລື ​ເພື່ອ​ບໍ່​ໃຫ້​ອັງກິດ​ຖອນ​ໂຕ​ອອກຈາກ​ກຸ່ມ​ດັ່ງ
ກ່າວ.

ທ່ານ Cameron ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ​ ຄຳ​ຖາມ​ກ່ຽວ​ກັບ​ບ່ອນຢູ່ຂອງ​ອັງກິດ​ໃນ​ຢູ​
ໂຣບ​ແມ່ນ​ໄດ້ຖືກ​ປ່ອຍ​ໃຫ້​ເປັນ​ບາດ​ແຜມາ​ດົນ​ນານ​ແລ້ວ​ແລະ​ມັນ​ເຖິງ​ເວລາ​ທີ່​ຈະ​ຕ້ອງ​ໄດ້
ສະ​ສາງ​ກ່ຽວ​ກັບ​ເລື້ອງນີ້. ຖ້າ​ພວກ​ເຮົາ​ຫາກ​ສາມາດ​ບັນລຸ​ການ​ຕົກລົງ​ກັນ​ໄດ້​ຢູ່ທີ່​ນີ້ ທີ່ເຂັ້ມ​
ແຂງ​ພໍ ​ເພື່ອ​ຊັກ​ຊວນ​ໃຫ້​ປະຊາຊົນ​ຊາວ​ອັງກິດ​ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ເປັນ​ສະມາ
ຊິກ​ຂອງອັງກິດ​ໃນ​ສະຫະພາບ​ຢູ​ໂຣບແລ້ວຫຼັງຈາກ​ນັ້ນພວກ​ເຮົາ​ກໍ​ຈະ​ມີ​ໂອກາດ​ທີ່​ຈະ​ແ​ກ້​
ໄຂ​ບັນຫາ​ສຳລັບ​ຮຸ້ນ​ຄົນ.

ຫລັກການກ່ຽວ​ກັບ​ການບໍ່ແຊກແຊງຊຶ່ງກັນແລະກັນ ຂອງ​ທ່ານ Cameron ຈະ​ອຳນວຍ​
ໃຫ້​ອັງກິດ​ແລະ​ປະ​ເທດສະມາ​ຊິກ​ອື່ນໆ​ຂອງ​ສະຫະພາບ​ຢູ​ໂຣບປັບ​ປ່ຽນ​ການ​ປົກຄອງ​ຢູ່
​ໃນ​ປະ​ເທດ​ຂອງ​ຕົນໃນ​ວິທີ​ທາງ​ທີ່ຜົນ​ປະ​ໂຫຍ​ດຂອງເຂົາເຈົ້າ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ສະ
ຫະພາບ​ຢູ​ໂຣບ ຍັງ​ຈະຕ້ອງ​ໄດ້ຮັບ​ການ​ປົກປ້ອງ.

ນາຍົກລັດຖະມົນຕີອັງກິດ​ ພວມ​ຊອກ​ຫາ​ຊ່ອງ​ທາງ​ໃນ​ອັນ​ທີ່​ທ່ານ​ກ່າວ​ວ່າ ​ເປັນ​ຂໍ້​ຕົກລົງ
​ທີ່​ໜ້າ​ເຊື່ອຖື​ທີ່​ສາມາດ​ຕ້ານ​ຢັນ​ກັບ​ການ​ລົງ​ປະຊາ​ມະຕິ​ທີ່​ອາດ​ມີ​ຂຶ້ນພາຍ​ໃນ​ທ້າຍ​ປີນີ້.

ພວກ​ນັກ​ການ​ເມືອງ​ອັງກິດ​ຫຼາຍຄົນ ​ໂດຍ​ສະ​ເພາະ​ໃນ​ພັກ​ນິຍົມ​ແນວທາງ​ເດີມຕ້ອງການ
​ໃຫ້​ອັງກິດ​ຖອນໂຕອອກ​ຈາກ​ສະຫະພາບ​ຢູ​ໂຣບສ່ວນ​ໃຫຍ່​ກໍ​ແມ່ນຍ້ອນ​ເຫດຜົນ​ໃນດ້ານ​ເສດຖະກິດ ແຕ່​ກໍຍັງ​ກ່ຽວ​ກັບ​ເລື້ອງ​ອົບ​ພະຍົບນຳ​ດ້ວຍແລະ​ກົດໝາຍ​ຂອງ​ສະຫະພາບ​ຢູ​ໂຣບທີ່​ເຂົາ​ເຈົ້າກ່າວ​ວ່າ ຢູ່​ເໜືອ​ກົດໝາຍ​ຂອງອັງກິດ​ນັ້ນ.

Your browser doesn’t support HTML5

EU Summit