ຊາວກຳປູເຈຍ ປະເຊີນກັບ ທາງເລືອກ ທີ່ ຕ່າງກັນ ໃນການເລືອກຕັ້ງ ປະຊາຄົມ

ທ່ານ Kem Sokha ຜູ້ນຳພັກກູ້ຊາດກຳປູເຈຍ ຫຼື CNRP ໂບກມືໃຫ້ບັນດາຜູ້ສະໜັບສະໜູນ.

ທ່ານ Kem Sokha ຄາດ​ວ່າ​ ຈະດຳ​ເນີນການໃນ​ດ້ານເມືອງ​ທີ່​ມີ​ຄວາມ​ແຕກ​ຕ່າງ ຫລັງ​ຈາກ​ໄດ້​ຮັບ​ໜ້າທີ່​ເປັນ​ຜູ້ນຳຂອງພັກ​ກູ້​ຊາດກຳປູ​ເຈຍ ຫລື CNRP ຫລັງ​ຈາກ​ທ່ານ Sam Rainsy ລາ​ອອກ​ໄປ ​ແລະ​ຄື້ນຟອງ​ການ​ຂົມຂູ່​ຈາກນາ​ຍົກ​ລັດ​ຖະມົນ​ຕີ Hun Sen.

​ທ່ານ Kem Sokha ຊຶ່ງ​ເປັນ​ຄົນ​ມີ​ນິໄສ​ອ່ອນ​ໂຍນ ທີ່​ເພັ່ງ​ເລັງ​ໃສ່ເສດຖະກິດ​ຂອງບ້ານ ​ແລະ​ບັນຫາ​ສັງຄົມນັ້ນ ​ໄດ້​ຫລີກ​ລ່ຽງຊີວິດທີ່​ຫລູຫລາຂອງ​ນັກ​ການ​ເມືອງ​ຊັ້ນ​ນຳ ​ຊຶ່ງ​ມັກ​ອ້າງ​ເຖິງວ່າ ​ເປັນ​ຊາວ​ກຳປູ​ເຈຍທີ່ຮັ່ງມີນັ້ນ ມັກ​ໃຫ້ຄຸນ​ຄ່າ​ສະ​ໄໝ​ໃໝ່ ​ທີ່ໄດ້​ເຮັດໃຫ້​ທ່ານ​ເປັນ​ທີ່​ຮັກ​ແພງ​ຂອງ​ບັນດາ​ຜູ້​ປ່ອນ​ບັດ​ຢູ່​ໃນ​ເຂດ​ຊົນນະບົດ.

ນາຍົກລັດຖະມົນຕີກຳປູເຈຍ ທ່ານ Hun Sen.

ນັ້ນ​ຈະເປັນ​ທີ່​ພຽງພໍຫຼືບໍ່ ທີ່​ຈະ​ເອົາຊະນະ​ທ່ານ Hun Sen ​ໃນການ​ເລືອກ​ຕັ້ງ​ທົ່ວ​ໄປ​ ໃນ​ປີໜ້າ​ນີ້ ຈະ​ເປັນ​ທີ່​ທົດ​ສອບ​ໃນ​ໄລຍະ​ພຽງ​ສີ່​ເດືອນ ​ເວລາຫລາຍ​ພັນໝູ່​ບ້ານ​ພາກັນເລືກ​ຕັ້ງ​ໃນ​ເຂດ​ປະຊາ​ຄົມ ​ຊຶ່ງ​ເປັນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ລະຫວ່າງພັກ CNPR ​ແລະ​ພັກ​ປະຊາຊົນ​ກຳປູ​ເຈຍ​ ຫລື CPP) ທີ່ປົກຄອງປະ​ເທດ​ຢູ່​ໃນ​ເວລາ​ນີ້​.

ຜູ້ນຳຝ່າຍຄ້ານກຳປູເຈຍ ທ່ານ Sam Rainsy ສະມາຊິກພັກກຳປູເຈຍກູ້ຊາດ (CNRP) ທີ່ລາອອກໄປ

ປະຊາ​ຄົມແມ່ນ​ບັນດາ​ໝູ່​ບ້ານ​ທີ່​ຢູ່​ຕິດໆ​ກັນ ​ແລະ​ຢູ່​ໃນ​ປະ​ເທດ​ທີ່​ບໍ່​ມີ​ການ​ຢັ່ງ​ສຽງ​ປະຊາຊົນ​ນັ້ນ ບັນດາ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນ​ເຫລົ່າ​ນີ້ ຈະ​ເປັນ​ເຄື່ອງ​ບົ່ງບອກ​ໃຫ້​ຮູ້​ດີ​ທີ່​ສຸດ​ວ່າ ທັງ​ສອງ​ພັກການ​ເມືອງ​ທີ່ສຳຄັນ ​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍປານ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ