ປະຊາຊົນຊາວກໍາປູເຈຍມີຄວາມຍິນດີກ່ຽວກັບການຕັດສິນຂອງສານຕັດສິນໂທດພວກຂະເໝນແດງ ໃນວັນພະຫັດວານນີ້ ຫຼັງຈາກສານທີ່ສະໜັບສະໜຸນ ໂດຍອົງການສະຫະປະຊາຊາດ ເຫັນພ້ອມການລົງໂທດໃນຖານຂ້າລ້າງເຜົ່າພັນຕໍ່ອະ ດີດຜູ້ນໍາຂະເໝນແດງ ທ່ານຂຽວ ສຳພັນ ໃນການຕັດສິນຂັ້ນທຸດທ້າຍໃນຄວາມພະຍາຍາມທີ່ມີມາຍາວນານ ເພື່ອໃຫ້ຄວາມຍຸຕິທໍາແກ່ຜູ້ເຄາະຮ້າຍຂອງລະບອບຜະເດັດການ ໂປນ ປົດ.
ໃນການພິຈາລະນາຄໍາຕັດສິນ, ຜູ້ພິພາກສາ ກົງ ຊຣິມ (Kong Srim) ຈາກສານສູງສຸດຂອງສານພິເສດກໍາປູເຈຍ ຫຼື ECCC ພົບວ່າ ສານຊັ້ນຕົ້ນ, ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ເປັນສະພາພິຈາລະນາຄະດີ, ບໍ່ມີຄວາມຜິດໃດໆ ໃນປີ 2018 ທີ່ພົບວ່າ ຜູ້ຕ້ອງຫາຊຶ່ງປັດຈຸບັນນີ້ ມີອາຍຸ 91 ປີ, ມີຄວາມຜິດໃນຂໍ້ຫາຂ້າລ້າງເຜົ່າພັນ.
ຈຸມ ເມ (ກາງ), ອະດີດນັກໂທກຜູ້ລອດຊີວິດຈາກຄ້າຍ S21, ໄດ້ຮັບການຊ່ວຍເຫຼືອໂດຍເຈົ້າໜ້າທີ່ຂອງສານ ລຸນຫຼັງທີ່ທ່ານອອກຈາກຫ້ອງພິຈາລະນາຄະດີຂອງສານ ລຸນຫຼັງການປະກາດຄໍາຕັດສິນຂອງ ຂຽວ ສໍາພັນ, ຢູ່ທີ່ສານອາຊະຍາກໍາສົງຄາມ ທີ່ໄດ້ຮັບການສະໜັບສະໜຸນຈາກອົງການສະຫະປະຊາຊາດ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 22 ກັນຍາ 2022.
ທ່ານຜູ້ພິພາກສາກ່າວຢູ່ໃນຫ້ອງພິຈາລະນາຄະດີທີ່ບັນຈຸຜູ້ຄົນຈໍານວນຫຼາຍວ່າ “ຄໍາຕັດສິນກ່ຽວກັບອາຊະຍາກໍາໃນການຂ້າລ້າງເຜົ່າພັນຂອງຂຽວ ສໍາພັນ ໄດ້ຮັບການຢືນຢັນ,” ໃນລະຫວ່າງທີ່ຜູ້ເຄາະຮ້າຍຫຼາຍຮ້ອຍຄົນ ລວມທັງປະຊາຊົນເຊື້ອຊາຍຊາວຫວຽດນາມ ແລະຊາວມຸສລິມຈາມ ພ້ອມທັງບັນດາຄອບຄົວຂອງພວກເຂົາເຈົ້າ ທີ່ພາກັນລໍຖ້າຮັບຟັງການຕັດສິນຢູ່ເດີ່ນດ້ານນອກຂອງສານ ແລະເບິ່ງການດໍາເນີນຄະດີ ຜ່ານໜ້າຈໍໂທລະພາບຂະໜາດໃຫຍ່.
ສະພາພິຈາລະນາຄະດີພົບວ່າ ຂຽວ ສໍາພັນ ແລະອະດີດຜູ້ນໍາຂະເໝນແດງ ນວນ ເຈຍ ມີຄວາມຜິດໃນຂໍ້ຫາການຂ້າລ້າງເຜົ່າພັນ ເມື່ອປີ 2018.
ນວນ ເຈຍ, ເປັນເຈົ້າໜ້າທີ່ຂັ້ນສູງອັນດັບສອງ ຮອງຈາກຜູ້ນໍາຂະເໝນແດງ ໂປນ ປົດ, ແລະດ້ວຍເຫດນັ້ນ ຈຶ່ງຮູ້ກັນໃນອີກຊື່ນຶ່ງວ່າ “ອ້າຍໝາຍເລກສອງ.” ນວນ ເຈຍ, ເສຍຊີວິດກ່ອນການຮັບຟັງການພິຈາລະນາຄະດີຂອງລາວ.
ໃນພາບລວມຂອງຫ້ອງພິຈາລະນາຄະດີຂອງສານ ຈະເຫັນຄົນຈໍານວນຫຼາຍ ໃນລະຫວ່າງການຮັບຟັງການພິຈາລະນາຂອງ ຂຽວ ສໍາພັນ ອະດີດຜູ້ນໍາຂະເໝນແດງ, ຢູ່ທີ່ສານອາຊະຍາກໍາສົງຄາມ ທີ່ໄດ້ຮັບການສະໜັບສະໜຸນໂດຍອົງການສະຫະປະຊາຊາດ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 22 ກັນຍາ 2022.
ຂຽວ ສໍາພັນ, ເປັນຜູ້ນໍາຄົນສຸດທ້າຍທີ່ຍັງມີຊີວິດ ແລະຮັບຜິດຊອບຕໍ່ການເສຍຊີວິດຂອງປະຊາຊົນປະມານ 2 ລ້ານຄົນ ໃນປີ 1975, ເມື່ອ ໂປນ ປົດ ແລະບັນດາຜູ້ນໍາຫົວຮຸນແຮງ ລັດທິເໝົາເຊຕຸງ ມີການກໍານົດກົດເກນສັງຄົມຊາວນາຂອງພວກເຂົາ ໄປທົ່ວປະເທດກໍາປູເຈຍ.
ລະບົບສະກຸນເງິນຂອງຊາດ, ການສຶກສາ ແລະຮ່ອງຮອຍວັດທະນະທໍາຂອງຂະເໝນ ໄດ້ຖືກລຶບລ້າງທໍາລາຍໄປໝົດ, ເນື່ອງຈາກມີການສັງຫານໝູ່ດໍາເນີນໄປຢູ່ນັ້ນ ບໍ່ມີຜູ້ໃດມີຄວາມສໍາຄັນພໍທີ່ຈະໄດ້ຮັບການຍົກເວັ້ນເລີຍ.
ຊໍາ ຣິທີ (ຂວາ), ອະດີດຜູ້ລອດຊີວິດຈາກການກົດຂີ່ຂອງຂະເໝນແດງ, ຢືນໄຫ້ ໃນລະຫວ່າງທີ່ທ່ານໄດ້ຮັບການຊ່ວຍເຫຼືອຈາກໂຄສົກຂອງສານ ກ່ອນການຮັບຟັງການພິຈາລະນາຄະດີຂອງ ຂຽວ ສໍາພັນ ໃນນະຄອນຫຼວງພະນົມເປັນ, ກໍາປູເຈຍ, ວັນທີ 22 ກັນຍາ 2022.