ທ່ານຮຸນເຊນ ແລະຜູ້ນຳ ພັກຝ່າຍຄ້ານ ປະກາດ ກ່ຽວກັບ ການຕົກລົງກັນ

ນາຍົກລັດຖະມົນຕີຮຸນເຊນ (ຂວາ) ໂອ້ລົມກັບ ທ່ານແຊມ ຣັງສີ (ຊ້າຍ) ຜູ້ນຳພັກກູ້ຊາດຊຶ່ງເປັນພັກຝ່າຍຄ້ານທີ່ໃຫຍ່ສຸດ ຂອງກຳປູເຈຍ ຫລັງຈາກການປະຊຸມກັນ ຢູ່ສະພາສູງ ໃນນະຄອນພະນົມເປັນ (22 ກໍລະກົດ 2014)

ລັດຖະບານ ກຳປູ​ເຈຍ ​ແລະ​ຝ່າຍ​ຄ້ານ ​ໄດ້​ບັນລຸ​ຂໍ້​ຕົກລົງ ​ເພື່ອຍຸດ
ຕິສະພາບການບໍ່ໄປບໍ່ມາທາງດ້ານການເມືອງເປັນເວລານຶ່ງປີຂອງ
ປະເທດ.

ໄດ້ມີການ​ປະກາດໃຫ້ຊາບ ກ່ຽວ​ກັບຂໍ້​ຕົກລົງ​ດັ່ງກ່າວ ຫລັງຈາກ​
ການ​ປະຊຸ​ມກັນ​ ເປັນ​ເວລາຫ້າ​ຊົ່ວໂມງ​ ໃນ​ວັນ​ອັງຄານ​ມື້​ນີ້ ລະ
ຫວ່າງນາຍົກລັດຖະມົນຕີ Hun Sen ​ແລະ​ຜູ້ນຳ​ຝ່າຍ​ຄ້ານທ່ານ
Sam Rainsy.

ພັກກູ້ຊາດກຳປູ​ເຈຍ ຫລື CNRP ຊຶ່ງເປັນພັກຝ່າຍຄ້ານກ່າວ​ວ່າ
ຕົນ​ໄດ້​ຕົກລົງທີ່ຈະຍຸດຕິການປະເຊີນໜ້າ ​ເພື່ອແລກປ່ຽນ​ກັບ​ຄຳ​
ໝັ້ນ​ສັນຍາ ທີ່​ຈະ​ປະຕິ​ຮູບ​ການ​ເມືອງ.

ພາຍ​ໃຕ້​ຂໍ້​ຕົກລົງ​ນີ້ ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ທີ່​ໄດ້​ຖືກ​ດຶງ​ເຂົ້າ​ມາ​ພົວພັນ​ກັບ
​ເລື້ອງ​ການ​ເມືອງ​ນັ້ນ ຈະ​ຖືກ​ປັບປຸງແກ້​ໄຂ​ໃໝ່ ​ແລະ​ພັກກູ້ຊາດກຳປູ​ເຈຍ ຫລື CNRP ຈະ​
ໄດ້​ຮັບ​ຕຳແໜ່​ງອະ​ວຸ​ໂສ​ຫລາຍ​ຂຶ້ນ ຢູ່​ໃນ​ສະພາ.

ພັກ CNRP ບໍ່​ຍອມເຂົ້າ​ນັ່ງ​ໃນ​ສະພາ ຫລັງ​ຈາກ​ທີ່ລັດຖະບານ​ໄດ້​ປະຕິ​ເສດ​ບໍ່​ຍອມ​ປ່ອຍ
​ ໃຫ້​ມີ​ການ​ສືບສວນ​ຂອງ​ກຸ່ມ​ອິດ​ສະລະ ກ່ຽວ​ກັບ​ຂໍ້​ກ່າວ​ຫາ ທີ່​ວ່າໄດ້​ມີການ​ສໍ້​ໂກງຄະແນນ
ສຽງ​ ​ໃນການ​ເລືອກ​ຕັ້ງຄັ້ງເດືອນ​ກໍລະກົດ ປີ 2013 ນັ້ນ.

ພັກ​ປະຊາຊົນ​ກຳປູ​ເຈຍ​ຂອງ​ລັດຖະບານ​ນາຍົກລັດຖະມົນຕີ ຮຸນ ​ເຊ​ນ ​ໄດ້​ສູນ​ເສຍ​ບ່ອນ​ນັ່ງ
​ຫລາຍ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ໃຫ້​ແກ່​ຝ່າຍ​ຄ້ານ ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນັ້ນ ​ແຕ່​ກໍ​ຍັງ​ມີ​ບ່ອນ​ນັ່ງ​
ຫລາຍ​ກ່ວາ ພັກ CNRP 13 ບ່ອນ.

ການ​ເຈລະຈາ​ກັນ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ຈົນ​ກະ​ທັງ​ມີການ​ຈັບ​ກຸ​ມສະມາ ຊິກພັກ​
ຝ່າຍ​ຄ້ານ​ 8 ຄົນ ຮວມ​ທັງ​ຜູ້​ແທນ 7 ​ຄົນ ​ທີ່​ໄດ້​ຖືກ​ເລືອກໄປ​ເຂົ້າ​ນັ່ງ​ຢູ່​ໃນ​ສະພາ ປີ​ກາຍ​ນີ້.

​ເຂົ້າ​ເຈົ້າ​ໄດ້​ຖືກ​ກ່າວ​ຫາ​ວ່າ ທຳການຕໍ່ຕ້ານລັດຖະບານ ແລະຍຸ​ແຍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງ
ລຸນຫລັງທີ່ໄດ້ມີການປະ​ທະ​ກັນ​ລະຫວ່າງ ພວກ​ປະ​ທ້ວງ ​ແລະເຈົ້າ​ໜ້າ​ທີ່​ໃນ​ອາທິດ​ແລ້ວ​ນີ້.

​ຄາດ​ວ່າພວກ​ຜູ້​ແທນ​ຝ່າຍ​ຄ້ານທີ່ຖືກຈັບ ຈະ​ຖືກ​ປ່ອຍ​ໂຕໂດຍໄວ ໃນ​ອັນ​ທີ່​ເປັນ ພາກ​
ສ່ວນຂອງ​ຂໍ້​ຕົກລົງ​ທີ່​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້.

ຂໍ້ຕົກລົງ​ດັ່ງກ່າວ​ແມ່ນ​ເປັນ ​ການ​ຍິນ​ຍອມ​ທາງ​ການ​ເມືອງ ທີ່​ບໍ່​ສູ້​ມີ ຂອງ​ນາຍົກ ລັດຖະມົນຕີ
ຮຸນ ​ເຊ​ນ ທີ່​ໄດ້​ປົກຄອງ​ກຳປູ​ເຈຍ ມາ​ຕັ້ງ​ແຕ່ 1985.