ພັກຝ່າຍຄ້ານກຳປູເຈຍກ່າວວ່າ ຕົນຈະເຂົ້າຮ່ວມການແຂ່ງຂັນການເລືອກຕັ້ງໃນປີໜ້າ
ເຖິງແມ່ນວ່າ ຜູ້ນຳຂອງພັກໄດ້ຖືກຈັບໃນຂໍ້ຫາຂາຍຊາດ ແລະນາຍົກລັດ ຖະມົນຕີ
Hun Sen ຂົ່ມຂູ່ທີ່ຈະຍຸບພັກດັ່ງກ່າວ.
ທ່ານ Son Chhay ສະມາຊິກອາວຸໂສຄົນນຶ່ງຂອງພັກກູ້ຊາດກຳປູເຈຍຊຶ່ງເປັນ ພັກ
ຝ່າຍຄ້ານ ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະທ້າທາຍພັກປະຊາຊົນກຳປູເຈຍຊຶ່ງເປັນ ລັດຖະ
ບານ ຂອງນາຍົກລັດຖະມົນຕີ ໃນວັນອັງຄານມື້ນີ້ ລະຫວ່າງກອງປະຊຸມຖະແຫຼງຂ່າວ
ທີ່ນະຄອນພະນົມເປັນ.
ຜູ້ນຳພັກກູ້ຊາດ ທ່ານ Kem Sokha ໄດ້ຖືກຈັບໄປຈາກເຮືອນຂອງທ່ານ ໃນວັນທີ 3 ກັນຍາຜ່ານມາ ແລະກ່າວຫາວ່າຂາຍຊາດ. ລັດຖະບານກ່າວວ່າ ຂໍ້ຫາແມ່ນອີງຕາມ
ຄຳເວົ້າຂອງທ່ານ Sokha ທີ່ໄດ້ບັນທຶກໄວ້ ຢູ່ໃນວີດີໂອ ເມື່ອປີ 2013 ໃນອັນທີ່ທ່ານ
ກ່າວອ້າງວ່າ ໄດ້ຮັບການຊ່ວຍເຫລືອຈາກສະຫະລັດ ເພື່ອສ້າງຂະບວນການສະໜັບ
ສະໜູນປະຊາທິປະໄຕ ຢູ່ໃນກຳປູເຈຍ.
ທ່ານ Hun Sen ໄດ້ຂົ່ມຂູ່ທີ່ຈະຍຸບພັກກູ້ຊາດ ຖ້າພັກຫາກແຊກແຊງຕາງໜ້າ ໃຫ້ທ່ານ
Kem Sokha.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Cambodia Election