ທ່ານແຊມ ຣັງສີ ຜູ້ນໍາຝ່າຍຄ້ານ ກໍາປູເຈຍ ເດີນທາງ ກັບຄືນ ປະເທດ (ວີດີໂອ)

ພວກສະໜັບສະໜຸນ ລໍຖ້າການໄປເຖິງຂອງທ່ານແຊມ ຣັງສີ ຜູ້ນຳຝ່າຍຄ້ານກຳປູເຈຍ ທີ່ສວນອິດສະຫຼະພາບ ໃນກຸງພະນົມເປັນ (19 ມິຖຸນາ 2013)

ຜູ້​ນໍາ​ຝ່າຍ​ຄ້ານກໍາປູ​ເຈຍ ທີ່​ຫາກໍ​ໄດ້​ຮັບ​ການ​ປະທານ​ອະ​ໄພ​ຍະ​
ໂທດ​ໃໝ່ໆ ​ໄດ້​ກັບ​ຄືນ​ປະ​ເທດ ຈາກ​ການ​ລີ້​ໄພ ​ເພື່ອ​ນໍາພາ​ພັກ​
ຂອງ​ທ່ານ​ໂຄສະນາ​ຫາ​ສຽງໃນ ການ​ເລືອກ​ຕັ້ງ ຕໍ່ຕ້ານ​ນາຍົກ
ລັດຖະມົນ​ຕີ Hun Sen.

ພວກ​ສະໜັບສະໜຸນຫລາຍ​ພັນ​ຄົນ ​ພາກັນໄປ​ເຕົ້າ​ໂຮມ​ ​ໂຫ່​ຮ້ອງ
ຢູ່​ນອກ​ສະໜາມ​ບິນພະນົມ​ເປັນ ​ແລະ​ພາກັນ​ຢືນ​ລຽນ​ແຖວ​ຢູ່​ຕາມ​
ຖະໜົນ ​ເຂົ້າ​ໄປ​ສູ່ໂຕ​ເມືອງ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ຕ້ອນຮັບທ່ານ
Sam Rainsy ​ເດີ​ນທາງ​ກັບ​ຄືນ​ປະ ​ເທດ.

ທ່ານ Rainsy ​ໄດ້​ກົ້ມ​ຈູບ​ພື້ນ​ດິນ​ຢູ່​ທີ່​ສະໜາມບິນ​ແລະ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ວ່າ ທ່ານ​ມີ​ຄວາມ​ດີ​ໃຈ​ທີ່​ໄດ້​ກັບ​ຄືນ​ປະ​ເທດ. ທ່ານຄາດ​ວ່າ​ຈະ​ກ່າວຄຳ​ປາ​ໄສ​ຢູ່​ທີ່​ບ່ອນໂຮມຊຸມນຸມໂຄສະນາ​ຫາ​ສຽງ​ໃນມື້​ນີ້. ​ເຖິງ​ແມ່ນ​ວ່າກະສັດນະໂຮ​ດົມ ສີຫະ ມຸນີ ​ໄດ້​ຊົງ​ປະທານ​ອະ​ໄພ​ຍະ​ໂທດ​ໃຫ້​ແກ່​ທ່ານ​ໃນອາທິດ​ແລ້ວ​ນີ້ກໍ​ຕາມ ​ແຕ່ທ່ານ Rainsy ຈະ​ບໍ່​ອະນຸ​ຍາດ​ໃຫ້ ລົງສະໝັກ​ແຂ່ງຂັນເລືອກ​ຕັ້ງ ໃນ​ວັນ​ທີ 28 ​ເດືອນ ກໍລະກົດ​ນີ້.

ທ່ານ Rainsy ​ໄດ້ໄປຢູ່​ປະ​ເທດ​ຝຣັ່ງ ລຸນຫລັງໄດ້​ຫລົບ​ໜີ​ຈາກກໍາ​ປູ​ເຈຍ ກ່ອນ​ສານຕັດສິນ​ໃຫ້​ທ່ານ​ຕິດ​ຄຸກ 11 ປີ.

ການ​ປະທານ​ອະ​ໄພ​ຍະໂທດນີ້ ເປັນ​ການ​ສົ່ງ​ເສີມ​ແກ່ຜູ້​ສະໜັບສະໜຸນ ພັກ​ກູ້​ໄພ​ແຫ່ງ​ຊາດ​ກໍາປູ​ເຈຍ ທີ່​ເປັນ​ກຸ່ມ​ແນວ​ໂຮມພັກຝ່າຍ​ຄ້ານ​ຕ່າງໆທີ່​ເຂົ້າຮ່ວມໃນ​ການ​ແຂ່ງຂັນ​ການ​ເລືອກ​ຕັ້ງ.

Your browser doesn’t support HTML5

Cambodia