ການສຳປະທານທີ່ດິນ ແກ່ບໍລິສັດ ສົ່ງຜົນໃຫ້ ຊາວກຳປູເຈຍ ທຸກຍາກຫຼາຍຂຶ້ນ

ຊາວນາກຳປູເຈຍ ດຶງຜ້າຢາງ ທີ່ເຕັມໄປດ້ວຍ ມັດເຂົ້າ ເພື່ອຕາກແດດໃຫ້ມັນແຫ້ງ ໃນລະຫວ່າງ ລະດູການເກັບກ່ຽວ ໃນບ້ານ Svay Chek ຢູ່ນອກຊານເມືອງ Phnom Penh.

ການສຶກສາຄົ້ນຄວ້າ​ສະບັບ​ໃໝ່ NGO Forum on Cambodia
ໂດຍກຸ່ມອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ ຂອງ​ກຳປູ​ເຈຍ ກ່າວ​ວ່າ
ການ​ສຳປະທານ​ທີ່​ດິນ ທີ່​ໄດ້​ອະນຸມັດ​ໃຫ້​ບໍລິ​ສັດ​ຕ່າງໆ ​ເມື່ອ​ປີ
​ກາຍ​ນີ້ ​ໄດ້​ສົ່ງ​ຜົນ​ກະທົບ ຕໍ່​ປະຊາ​ຊົນ​ເກືອບ 80,000 ຄົນ ​ແລະ
ຢູ່​ເບື້ອງຫຼັງ ​ບັນຫາຂັດ​ແຍ້​ງ​ ຈຳນວນ ນຶ່ງ​ສ່ວນ​ສາມ ຂອງ​ເລື້ອ​ງ
ທີ່​ດິນ.

ບົດລາຍ​ງານ ທີ່​ເອີ້ນ​ວ່າ ສະຖິຕິການວິເຄາະ ກ່ຽວກັບບັນຫາ
ຂັດແຍ້ງ ເລື້ອງດິນ ຫລື “Statistical Analysis of Land
Disputes”
ທີ່​ໄດ້​ນຳອອກ​ເຜີ​ຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້ ​
ໄດ້​ທຳ​ການກວດ​ສອບ​ເບິ່ງ​ບັນທຶກ​ຕ່າງໆ​ ຂອງ​ບັນຫາຂັດ​ແຍ້​ງ
ທີ່​ດິນທັງ​ໝົດ ສຳ​ຫລັບປີ​ກາຍ​ນີ້. ມັນ​ໄດ້​ພົບ​ເຫັນ​ວ່າ ນະຄອນພະນົມ​ເປັນ ມີ​ຈຳນວນ​ທີ່​ສູງ​ສຸດ ຕິດຕາມ​ມາ​ດ້ວຍ ​ແຂວງຣັດຕະນະ​ຄີຣີ ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ບັນດາ​ນັກຄົ້ນຄວ້າ ກ່າວ​ວ່າ ການ​ສຳປະທານທີ່​ດິນ ​ໄດ້ນຳ​ໄປ​ສູ່ ການເຮັດ​ໃຫ້ພົນລະ​ເມືອງ​
ໃນ​ທ້ອງ​ຖິ່ນ ​ເກີດ​ຄວາມ​ຍາ​ກຈົນ​ເພີ້​ມຂຶ້ນ​.

​ເລື້ອງ​ລາວແບບນີ້ ນຶ່ງໃນນັ້ນກໍແມ່ນຄະດີຂອງນາງ Yong Rann ຜູ້​ທີ່ໄດ້ພົນ​ພັນ​ໃນບັນຫາ
​ຂັດ​ແຍ້​ງທີ່​ດິນ ​ໃນ​ປີ 2010 ທີ່​ໄດ້​ສູນ​ເສຍທີ່​ດິນ​ຂອງ​ນາງ ​ໃຫ້​ແກ່​ການ​ສຳປະທານທີ່​ດິນ​ເພື່ອ​
ເສດຖະກິດ. ນາງ​ກ່າວ​ວ່າ “ນັບ​ຕັ້ງ​ແຕ່ບໍລິສັດ ​ເຂົ້າມາ​ຍຶດ​ເອົາ​ດິນ​ຂອງ​ພວກ​ເຮົາ ພວ​ກ​
ເຮົາກໍ​ບໍ່​ສາ ມາດເຮັດ​ສວນ​ໃສ່​ໃນ​ດິນ​ຂອງ​ພວກ​ເຮົາ. ຂ້າພະ​ເຈົ້າອ້ອນວອນໃຫ້​ພວກ​
ເຂົາ​ຢຸດ​ດຸດ​ດິນ​ສວນ​ຂອງ​ຂ້ອຍ.”

ທ່ານ Tek Vannara ຜູ້ອຳ​ນວຍ​ການ​ຂອງ​ກຸ່ມອົງການຈັດຕັ້ງທີ່ບໍ່ຂຶ້ນ ກັບລັດຖະບານກ່າວ
​ວ່າ ​ເພື່ອ​ແກ້ໄຂ​ບັນຫາຂັດ​ແຍ້​ງທີ່​ຍັງ​ມີ​ຢູ່​ຕໍ່​ມາ ລັດຖະບານ​ຈະ​ຕ້ອງ​ສະໜອງ ການສະໜັບ
ສະໜູນ ​ໃຫ້​ແກ່​ຜູ້​ເສຍ​ຫາຍ ຫຼາຍຂຶ້ນ ເພື່ອໃຫ້ພວກ​ເຂົາ​ເຈົ້າ ສາມາດ​ໄດ້ຮັບ​ຜົນ​ປະ​ໂຫຍດ​
ຈາກ​ການ​ພັດທະນາ​ນຳ​ດ້ວຍ.

ທ່ານ Tek ​ເວົ້າວ່າ “ການ​ທຳ​ງານ​ຮ່ວມ​ກັນ ລະຫວ່າງ ອົງ​ກອນ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ
ອົງ​ກອນ​ ຂອງ​ລັດຖະບານ​ຕ່າງໆ ​ແລະ ​ໂດຍ​ສະ​ເພາະ ກັບຊຸມ​ຊົນ ຜູ້​ເສຍ​ຫາຍ​ທີ່ເປັນ​
ເຈົ້າຂອງ​ທີ່​ດິນ ນັ້ນ ​ແມ່ນເປັນ​ກົນໄກ ​ທີ່​ມີ​ປະສິດທິພາບ​ທີ່​ສຸດ ​ເພື່ອ​ຈະຫາ​ວິທີ​ແກ້​ໄຂ​
ບັນຫາ​ໄດ້ເປັນ​ທີ່ສຳ​ເລັດ ສຳ​ຫລັບ​ບັນຫາ​ຂັດ​ແຍ້​ງທີ່​ດິນ ​ເພື່ອ​ຫາຄວາມ​ຍຸດຕິ​ທຳ ດັ່ງນັ້ນ ປະຊາຊົນ​ກໍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາດ້ວຍ.”