ສົບຂອງນັກວິເຄາະ ແລະນັກເຄື່ອນໄຫວການເມືອງກຳປູເຈຍ ທ່ານ Kem Ley ຈະມີການແຫ່ໃນໄລຍະທາງຫຼາຍສິບກິໂລແມັດຜ່ານໃຈກາງນະຄອນຫຼວງພະນົມເປັນ ໃນວັນອາ ທິດ ຈະມາເຖິງນີ້ ຊຶ່ງພວກຈັດແຈງຄາດວ່າ ຈະດືງດູດເອົາບັນດາຜູ້ສະໜັບສະໜູນເປັນຈຳນວນຫລວງຫລາຍ.
ທ່ານ Ley ຊຶ່ງເປັນທີ່ນັບຖືຢ່າງກວ້າງຂວາງຂອງປະຊາຊົນນັ້ນ ໄດ້ຖືກລອບສັງ ຫານໃນຂະນະນັ່ງດື່ມກາເຟໃນຕອນເຊົ້າ ຢູ່ທີ່ປ້ຳນ້ຳມັນແຫ່ງນຶ່ງໃນນະຄອນຫຼວງໃນວັນອາທິດທີ່ຜ່ານມາ ທີ່ເຮັດໃຫ້ປະຊາຊົນເປັນຈຳນວນຫຼວງຫຼາຍພາກັນອອກມາສະແດງຄວາມໂສກເສົ້າ ຜິດຫວັງ ແລະໂກດແຄ້ນຢູ່ໃນທົ່ວກຳປູເຈຍ.
ທ້າວ Oeut Ang ອາຍຸ 38 ປີ ໄດ້ຖືກກ່າວຫາໃນວັນພຸດທີ່ຜ່່ານມານີ້ວ່າ ພົວ ພັນກັບການຄາດຕະກຳດັ່ງກ່າວ.
ທ່ານ Ley ໄດ້ເປັນຜູ້ກ້າເວົ້າກ້າວ່າທີ່ມີອິດທິພົນ ຊຶ່ງໄດ້ເຂົ້າໄປເຖິງຫລາຍລ້ານຄົນຜ່ານ ທາງວິທະຍຸ ໃນການວິເຄາະການເມືອງ ທີ່ມີຂຶ້ນເປັນປະຈຳຂອງທ່ານ. ທ່ານເປັນຜູ້ກໍ່ຕັ້ງ ພັກຮາກຫຍ້າປະຊາທິປະໄຕທີ່ທ່ານໄດ້ປະຕິເສດບໍ່ຍອມຮັບເອົາ ຕຳແໜ່ງທີ່ເປັນທາງ ການ ຫລັງຈາກໄດ້ກໍ່ຕັ້ງຂຶ້ນມາແລ້ວ.
ບັນດາຜູ້ໄວ້ທຸກ ພາກັນສູດມົນໃກ້ກັບສົບຜູເສຍຊີວິດ ນັກວິເຄາະການເມືອງ ທ່ານ Kem Ley.
ຫລັງຈາກໄດ້ມີການປະເຊີນໜ້າ ດ້ວຍຄວາມເຄັ່ງຕຶງກັບຕຳຫລວດແລ້ວ ພວກສະໜັບສະ ໜູນຫລາຍພັນຄົນພາກັນແຫ່ສົບຂອງທ່ານຜ່ານໃຈກາງເມືອງໄປຫາວັດ Chas ບ່ອນ ພວກໄວ້ທຸກຫລາຍພັນຄົນໄດ້ໄປເຕົ້າໂຮມກັນໃນແຕ່ລະມື້ແລະ ສົບຂອງທ່ານໄດ້ຖືກແຊ່ແຂງມື້ຄືນນີ້ ເພື່ອປ້ອງກັນບໍ່ໃຫ້ເໜົ່າເປື່ອຍ.
ທ່ານ Tim Malay ຫົວໜ້າຕາໜ່າງຊາວໜຸ່ມກຳປູເຈຍ ແລະຜູ້ຈັດແຈງການແຫ່ ກ່າວໃນມື້ຄືນນີ້ວ່າ "ພວກເຮົາມີພິທີໃຫຍ່ ເພື່ອແຫ່ສົມ ດຣ. Kem Ley ໄປຫາວັດ Chas. ຈາກວັດ Chas ກໍຈະໄປບ້ານຂອງທ່ານ ແລະພວກເຮົາຈະໄປທີ່ນັ້ນເວລາ 7:00 ໂມງເຊົ້າ.