ຜູ້ພິພາກສາທີ່ມີໜ້າທີ່ສືບສວນ
ສອບສວນ ຂອງສານອາຊະຍາ
ກໍານາໆຊາດທີ່ດໍາເນີນຄະດີ
ພວກຜູ້ນໍາກຸ່ມຂະເມນແດງໃນ
ກໍາປູເຈຍນັ້ນ ໄດ້ຢື່ນໃດລາ
ອອກໂດຍຈົ່ມວ່າກ່ຽວກັບການ
ແຊກແຊງຂອງລັດຖະບານ.
ທາງສານອາຊະຍາກໍານາໆຊາດ
ໄດ້ອອກຄໍາຖະແຫລງສະບັບນຶ່ງ
ໃນວັນຈັນມື້ນີ້ກ່າວວ່າ ຜູ້ພິພາກ
ສາ Siegried Blunk ໄດ້ຍື່ນ
ໃບລາອອກ ໃນວັນເສົາຜ່ານມາ
ນີ້ ແລະວ່າ ເພິ່ນໄດ້ລາອອກກໍ
ຍ້ອນວ່າ ໄດ້ມີການສະແດງ
ຄວາມເຫັນຢ່າງເປີດເຜີຍຂອງ
ພວກເຈົ້າໜ້າທີ່ລັດຖະບານ ທີ່
ຕັ້ງຂໍ້ສົງໃສກ່ຽວກັບຄວາມຊື່ສັດ
ໂປ່ງໃສໃນການສືບສວນ 2 ຄະດີ ທີ່ກໍາລັງດໍາເນີນໄປ ຢູ່ໃນຂະນະນີ້.
ທ່ານ Blunk ຊຶ່ງເປັນຊາວເຢຍລະມັນ ໄດ້ປະເຊີນກັບການກ່າວຫາວ່າ ທັງທ່ານແລະ
ທ່ານ You Bunleng ເພື່ອນຜູ້ພິພາກສາອີກຄົນນຶ່ງ ທີ່ເປັນຊາວກໍາປູເຈຍ ໄດ້ຍອມ
ລົງໃຫ້ແກ່ຄວາມກົດດັນ ທີ່ບໍ່ໃຫ້ສືບຕໍ່ດໍາເນີນຄະດີອື່ນໆ ນອກເໜືອໄປຈາກ 2 ຄະດີ
ທີ່ໄດ້ຖືກນໍາຂຶ້ນສານ ເພື່ອພິຈາລະນາແລ້ວນັ້ນ.
ທັງສອງຜູ້ພິພາກສາໄດ້ປະກາດໃນເດືອນເມສາຜ່ານມາວ່າ ພວກເພິ່ນໄດ້ເສັດສິ້ນ
ການສືບສວນສອບສວນ ຄະດີທີ່ 3 ແລ້ວ ເຖິງແມ່ນວ່າ ທາງໄອຍະການໄດ້ກ່າວ
ຈົ່ມວ່າ ພວກເພິ່ນບໍ່ໄດ້ສອບປາກຄໍາພະຍານຄົນສໍາຄັນ ຫຼືແມ້ນແຕ່ໄປເບິ່ງສະຖານ
ທີ່ ທີ່ສົງໃສກັນວ່າ ເປັນບ່ອນທີ່ອາຊະຍາກໍາໄດ້ເກີດຂຶ້ນນັ້ນ.