ໄອຍະການອັງກິດ ທ້າທາຍການສືບສວນ ຜູ້ພິພາກສາສານນາໆຊາດ ໃນກຳປູເຈຍ

  • ສິງ ບູຣົມມະວົງ

ທ່ານ Andrew Cayley ໄອຍະການຮ່ວມ ໃນສານອາຊະຍາກໍາລະຫວ່າງຊາດ ທີ່ກໍາປູເຈຍ ທີ່ດໍາເນີນຄະດີ ພວກຜູ້ນໍາຂະເໝນແດງ ວັນທີ 31 ພຶດສະພາ 2011

ທະນາຍຄວາມ​ອັງກິດ​ທ່ານ​ນຶ່ງ ​ທີ່ຮັບ​ພາລະ​ໜ້າ​ທີ່​ດໍາ​ເນີນ​
ຄະດີ​ພວກອາ​ຊະ​ຍາກ​ອນສົງຄາມ​ຂະ​ເໝນ​ແດງ​ໄດ້​ທໍາ​ການ
ກ່າວ​ຫາ​ຢ່າງ​ເປັນ​ທາງ​ການ​ພວກ​ພິພາກສາ​ສານ​ອາຍາ​
ນາໆ​ຊາດ​ທີ່​ກໍາລັງທໍາ​ການ​ສືບສວນພວກ​ຈໍາ​ເລີຍ​ຢູ່​ໃນ​ເວ
ລາ​ນີ້​ວ່າ ​ໃຊ້​ອໍານາ​ດ​ເກີນ​ຂອບ​ເຂດ​ຂອງ​ເຂົາ​ເຈົ້າໃນ​ການ
ຖົກ​ຖຽງ​ກັນ​ຢ່າງ​ເລິກ​ເຊິ່ງນັ້ນ.

ໄອ​ຍະ​ການ Andrew Cayley ​ໄດ້​ຂໍອຸທອນຢ່າງ​ເປັນ​ທາງ​ການ​ຕໍ່ຄໍາ​ສັ່ງ​ຈາກ​ພວກ​ຜູ້​ພິພາກສາ​ເຢຍຣະມັນ​ແລະ​ກໍາປູ​ເຈຍ​ທີ່ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ​ຄະດີ​ດັ່ງກ່າວ​ ໃຫ້ທ່ານຖອນ​ຖ້ອຍ​ຖະ​ແຫລ​ງທີ່​ໄດ້​ກ່າວ​ໄປ​ຫວ່າງ​ໄວໆ​ມາ​ນີ້​ທີ່ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ຢ່າງ​ຄົບ​ຖ້ວນ​ຫລາຍ​ຂຶ້ນ​ກ່ຽວ​ກັບ​ພວກ​ຕ້ອງ​ຫາ​ຂະ​ເໝນ​ແດງ 2 ຄົນ​ນັ້ນ.

ທ່ານ Cayley ​ໂຕ້​ແຍ້​ງຢູ່​ໃນ​ຄໍາ​ອຸທອນ​ຂອງ​ທ່ານ​ຕໍ່ຄໍາ​ສັ່ງດັ່ງກ່າວ​ວ່າ​ ເປັນ​ການ​ກະທໍາ​ແບບ​ພະລະການ​ ແລະ​ວ່າມັນ​ເປັນ​ການ​ເຂົ້າ​ແຊກແຊງ​ໃນ​ພັນທະ​ຂອງ​ທ່ານ​ເພື່ອ​ແຈ້ງ​ໃຫ້​ປະຊາຊົນ​ຊາບ​ກ່ຽວ​ກັບ​ການດໍາ​ເນີນ ​ການ​ຂອງ​ສານ​ນັ້ນ.

ສານ​ອາຍາ​ນາໆຊາດ ​ໄດ້​ຕັດສິນ​ຫົວໜ້າ​ຄວບ​ຄຸມຄຸກທີ່ມີ​ຊື່​ສຽງ​ເນົ່າ​ເໝັນໄປ​ແລ້ວວ່າ​ມີ​ຄວາມ​ຜິດ ​ແລະ​ໃນ​ອີກ​ບໍ່​ດົນ​ນີ້​ກໍ​ຈະ​ມີ​ການ​ໄຂ​ການ​ດໍາ​ເນີນ​ຄະດີ​ຜູ້​ນໍາ​ສູງ​ສຸດຄົນ​ນຶ່ງ​ໃນ​ບັນດາ​ຜູ້​ນໍາ​ສູງ​ສຸດຂະ​ເໝນ​ແດງ 4 ຄົນທີ່ຍັງ​ມີ​ຊີວິດ​ຢູ່​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ​ດີ ບັນດາ​ເຈົ້າ​ໜ້າທີ່​ສານ​ອາຍາ​ດັ່ງກ່າວຍັງຕົກລົງ​ກັນ​ບໍ່​ໄດ້​ກ່ຽວ​ກັບ​ວ່າ ຈະ​ດໍາ​ເນີນ​ຄະດີ​ຜູ້​ຕ້ອງ​ຫາ​ຄົນທີ 3 ຫລື​ທີ 4 ຫລືບໍ​ ໃນ​ຂະນະ​ທີ່​ພວກທ່ານ​ປະ​ເຊີນ​ກັບ​ການ​ຄັດຄ້ານ​ຢ່າງ​ແຂງ​ຂັນ​ຈາກ​ລັດຖະບານ​ນາຍົກລັດຖະ ມົນຕີຮຸນ​ແຊນ​ນັ້ນ.